ຮຽນຈົບແລ້ວຢາກເຮັດຫຍັງ ກໍປ່ອນເງິນກັນໄດ້

ນັກສຶກສາ ທີ່ ຮຽນຈົບແລ້ວ ຕ້ອງໄດ້ຈ້າງ ເຂົ້າເຮັດ ວຽກງານ ໃນຫ້ອງການ ຂອງຣັຖ ໂດຍສະເພາະ ແມ່ນພວກ ລູກເຈົ້າ ຫລານນາຍ.
ອະວາຣີ
2012.05.01

ກົດຟັງສຽງ

ປັດຈຸບັນ ຢູ່ລາວ ນັກສຶກສາ ທີ່ຮຽນຈົບໃໝ່ໆ ໂດຍສະເພາະ ບັນດາ ລູກເຈົ້າ ຫລານນາຍ ມັກຈ້າງ ເຂົ້າເຮັດການ ໃນກະຊວງ ກົມກອງຕ່າງໆ ແຕ່ບັນຫາ ມີຢູ່ວ່າ ລູກເຈົ້າ ຫລານນາຍ ເຫລົ່ານັ້ນ ບໍ່ມີຄວາມຮູ້ ຄວາມ ສາມາດ ແລະ ຄວາມຊຳນິ ຊຳນານ ໃນວຽກງານ ນັ້ນເລີຍ. ດັ່ງຄົນລາວ ຜູ້ນຶ່ງ ທີ່ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

“ລູກຫລານ ຜູ້ໃຫຍ່ ຣະດັບ ຣັຖມົນຕຣີບໍ່ ຫລືວ່າ ຫົວໜ້າ ຫ້ອງວ່າການ ຫົວໜ້າກົມ ຂະເຈົ້າ ກໍເອົາໄປຝາກ ຄັ່ນໄປເສັງ ກໍສ່ວນນ້ອຍ ບາງເຂດ ວຽກກໍບໍ່ ກ່ຽວກັນ ສົມມຸດວ່າ ຮຽນກວດທາງ ແຕ່ວ່າມາ ເຮັດກ່ຽວກັບ IT ແລະ ກໍການເຮັດວຽກ ພົບຄວາມຫຍຸ້ງຍາກ”.

ບໍ່ເທົ່ານັ້ນ ຄົນລາວຜູ້ນີ້ ເວົ້າອີກວ່າ ລູກຫລານເຈົ້ານາຍ ເຫລົ່ານີ້ ຂີ້ຄ້ານ ມັກງ່າຍ ບໍ່ຕັ້ງໃຈ ເຮັດວຽກ ແຕ່ຜູ້ເປັນນາຍ ກໍບໍ່ສາມາດ ຕັກເຕືອນ ພວກເຂົາເຈົ້າໄດ້ ເພາະພວກເຂົາ ເປັນລູກເຈົ້າ ຫລານນາຍ ແລະ ຜູ້ເຕືອນ ກໍຢ້ານຕົນ ຈະໄດ້ຮັບ ຜົນກະທົບ ກະເທືອນ ຍ້ອນ.

ການຊື້ຈ້າງ ເຂົ້າເຮັດການ ແລະ ຊື້ຈ້າງເຂົ້າ ໂຮງງານ ມີຫລາຍຢູ່ ປະເທດລາວ ໂດຍສະເພາະ ໃນຣະຍະ ສິບກວ່າປີ ທີ່ຜ່ານມາ. ສະມາຊິກ ພັກຜູ້ນຶ່ງ ເວົ້າວ່າ ປັດຈຸບັນ ແມ້ແຕ່ ຕຳແໜ່ງ ຣັຖມົນຕຣີ ກໍສາມາດ ຊື້ໄດ້. ນັກຮຽນ ຫາກໍຮຽນຈົບ ມັທຍົມຕອນປາຍ ນາງນຶ່ງ ເວົ້າເມື່ອປີກາຍ ວ່າ ນາງຕ້ອງການ ເງິນເຖິງ 3 ໝື່ນ ບາດຫລື 1,000 ດອນລ່າ ສະຫະຣັຖ ເພື່ອຈ້າງເຂົ້າ ມໍຊໍ ຫລື ມະຫາວິທະຍາໄລ ແຫ່ງຊາດລາວ. ຫລັງຈາກ ຮຽນຈົບມໍຊໍ ອີກສີ່ຫ້າປີ ຂ້າງໜ້າ ແນ່ນອນວ່າ ນັກຮຽນຜູ້ນີ້ ກໍຕ້ອງ ໃຊ້ເງິນອີກ ເພື່ອຈ້າງເຂົ້າ ເຮັດການ ການຊື້ຈ້າງ ແບບນີ້ ກໍແມ່ນການ ສໍ້ຣາສ ບັງຫລວງ ຢ່າງນຶ່ງ.

ເມື່ອເວົ້າເຖິງ ການສໍ້ຣາສ ບັງຫລວງ ອົງການ ຄວາມໂປ່ງໃສ ສາກົນ ຊຶ່ງມີ ສຳນັກງານໃຫຍ່ ຢູ່ປະເທດ ເຍັຽຣະມັນ ຣາຍງານວ່າ ສປປລາວ ເປັນປະເທດ ນຶ່ງທີ່ມີ ການສໍ້ຣາສ ບັງຫລວງ ຫລາຍທີ່ສຸດ ໃນໂລກ. ປະເທດລາວ ມີການ ສໍ້ຣາສ ບັງຫລວງ ຫລາຍ ກໍເພາະວ່າ ເຈົ້າໜ້າທີ່ ພັກແລະຣັດ ມີເງິນເດືອນຕ່ຳ ແຕ່ມີສິດ ມີອຳນາດ ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 01, 2012 07:46 AM

ຖ້າຄິດເຖິງຜົລປະໂຍຊນ໌ຂອງຊາຕ,ແຜ່ນດິນ ແລະປະຊາຊົນທົ່ວໄປເປັນພື້ນຖານແລ້ວ; ສົມຄວນຫາທາງແກ້ໄຂ ເອົາຄຸນນະພາບ ນຳປະລິມານໃນທຸກຮູບແບບແລະຂະແຫນງການ ເລີ່ມຕັ້ງແຕ່ດຽວນີ້ເປັນຕົ້ນໄປເສັຍທ້ອນ ບັນດາທ່ານທັງຫລາຍເອີຍ! ຄອບໃຈຫລາຍໆ.

Anonymous
May 01, 2012 02:28 PM

That's why all the lao ministers have millions and millions dollar. Their salary is about $300/m and how they can save millions of dollars. Shame on you corrupters!!!!!!!!

Anonymous
May 03, 2012 03:55 AM

Laotian attitude is like that, preview regime and this regime have the same mentality.

Anonymous
May 01, 2012 01:55 PM

ທ່ານຜູ້ນີ້ໃຫ້ຂໍ້ມູນຜິດພາດແລ້ວ ການລົງຂ່າວກໍ່ເລີຍຜິດພາດໄປຕາມກັນ. ບັນດາລູກເຈົ້າຫລານນາຍເຂົາຊິໄປຊື້ຈ້າງເຮັດຫຍັງ ບໍ່ຈຳເປັນສຳລັບເຂົາ, ມີແຕ່ເຈົ້ານາຍອອກຄຳສັ່ງແຕ່ງຕັ້ງໄປເລີຍ ໄປເປັນນາຍຕາມໃຈມັກເລີຍ. ຖ້າເປັນລູກຄົນມີເງີນ ຫລືຜູ້ມີເງີນນັ້ນແມ່ນຖືກຕ້ອງ ທີ່ເຂົາຈ້າງເຂົ້າເຮັດວຽກບ່ອນມັກ ແລະ ຊື້ຕຳແໜ່ງທີ່ເຂົາຢາກເປັນ

Anonymous
May 02, 2012 02:43 PM

ບົນພື້ນຖານແມ່ນມີຄວາມເຫັນດີຕາມແຫຼ່ງຂ່າວທີ່ໄດ້ລາຍງານມາ ແຕ່ໃນຄວາມແລ້ວບັນຫານີ້ມັນກໍ່ມີກົກປາຍສາເຫດ ກ່ຽວກັບບັນຫາທີ່ວ່າລູກເຈົ້າຫຼານນາຍແລ້ວໄດ້ເຮັດວຽກດີ ສາເຫດກໍ່ຍ້ອນວ່າບັນດາລູກເຈົ້າຫຼານນາຍທີ່ວ່ານີ້ເຂົາເຈົ້າໄດ້ເຂົ້າຮຽນ ແລະ ມີຄວາມຮູ້ໃນລະດັບສູງກວ່າຄົນທົ່ວໄປຈຶ່ງເຮັດໃຫ້ເຂົາເຈົ້າໄດ້ເຮັດວຽກດີ ຂ້າພະເຈົ້າຄິດວ່າທຸກໆປະເທດໃນທົ່ວໂລກກໍ່ເປັນຄືກັນ ບໍ່ມີແຕ່ ສປປ ລາວ ແລະ ປະເທດທີ່ປົກຄອງດ້ວຍລະບອບສັກດີນາຍິ່ງພົບຫຼາຍກວ່າບັນດາປະເທດ ສັງຄົມນິຍົມ