ຄົນລາວຕ້ອງການມີສ່ວນ ພັທນາປະເທດຊາດ

ຊາວລາວ ຄິດວ່າ ການໃຫ້ ປະຊາຊົນ ມີສ່ວນ ໃນການ ພັທນາ ປະເທດ ດີກວ່າ ການປົກຄອງ ແບບພັກດຽວ.
ວຽງໄຊ
2012.01.24
F-Lao-new-generation ຄົນລາວໃນຍຸກໃໝ່ ມີຫົວກ້າວໜ້າ ສາມາດເທົ່າທຽມ ແຂ່ງຂັນ ກັບຊົນຊາດ ອື່ນໄດ້ໃນທຸກດ້ານ ຫາກໄດ້ຮັບ ສິດເສຣີພາບ ສະແດງອອກ ເຖີງແນວຄິດ ຂອງຕົນເອງ ທີ່ເຫັນວ່າດີ ແລະສ້າງສັນ
RFA

ກົດຟັງສຽງ

ຄົນລາວ ຍຸກໃໝ່ ສ່ວນຫລາຍແລ້ວ ຕ້ອງການ ໃຫ້ມີການ ປົກຄອງ ປະເທດ ແບບ ປະຊາທິປະໄຕ ໂດຍໃຫ້ ປະຊາຊົນ ລາວ ມີສ່ວນຮ່ວມ ໃນການພັທນາ ປະເທດ ແທນທີ່ຈະເຮັດ ໄປຕາມແນວຄິດ ຂອງ ຣັຖບານ ຍ້ອນວ່າມີ ພຽງພັກດຽວ ແລະ ສັ່ງການ ແບບເດັດຂາດ ຈຶ່ງເຮັດໃຫ້ ຊາວລາວ ໃນຍຸກໃໝ່ ເລີ້ມບໍ່ມັກ ໃນການຈຳກັດ ສິທເສຣີພາບ ຂອງພວກຕົນ:

“ຖ້າປະຊາຊົນ ໄດ້ມີສ່ວນຮ່ວມ ຄວາມຄິດ ຄວາມເຫັນ ກໍດີ ເພາະວ່າ ທຸກມື້ນີ້ ປະຊາຊົນ ບໍ່ມີສຽງ ຫຍັງເລີຍ ພັກເພິ່ນ ຊີ້ໄປທາງໃດ ກໍໄປນຳເພິ່ນ ເພິ່ນກໍແກ້ໄຂ ໄປຕາມປະສາ ເພິ່ນຫັ້ນແຫລະ ແຕ່ເຮົາ ກໍບໍ່ຮູ້ ເຮົາບໍ່ໄດ້ ມີເວລາສົນໃຈ ນຳເພິ່ນ ຂ້ອຍກໍທຳມາ ຫາກິນ ເພິ່ງຕົນເອງ ທຸກມື້ນີ້.”

ຊາວລາວຜູ້ນີ້ ເວົ້າຕໍ່ໄປວ່າ ຄົນລາວແຕ່ກ່ອນ ສ່ວນຫລາຍ ຣະດັບ ການສຶກສາ ບໍ່ຄ່ອຍສູງ ເຮັດໃຫ້ບໍ່ມີ ຄວາມຮູ້ ພໍທີ່ຈະເປັນ ຕົວຂອງ ຕົວເອງ ຫາກທາງຣັຖ ສັ່ງຫຍັງລົງມາ ກໍຕ້ອງ ປະຕິບັດ ຕາມ ເນື່ອງຈາກບໍ່ ສາມາດ ໂຕ້ຖຽງໄດ້ ແຕ່ຄົນລາວ ດຽວນີ້ ຜູ້ຮຽນສູງ ກໍມີຫລາຍ ແຕ່ກໍບໍ່ ສາມາດນຳ ຄວາມຮູ້ ຂອງຕົນ ມາພັທນາ ປະເທດຊາຕໄດ້ ຫາກມີ ຄວາມຄິດ ຂັດກັບ ນະໂຍບາຍ ຂອງ ຣັຖບານ.

ໃນຂະນະ ດຽວກັນ ຄົນລາວ ອີກຜູ້ນຶ່ງ ຊ້ຳພັດເວົ້າວ່າ ການປົກຄອງ ແບບພັກດຽວ ທີ່ມີຢູ່ ໃນລາວ ຖືວ່າດີ ຢູ່ແລ້ວ ເນື່ອງຈາກວ່າ ການຕັດສິນໃຈ ເຣື້ອງຕ່າງໆ ໃນພັກໂທນ ຈະບໍ່ມີ ບັນຫາ ຂັດແຍ້ງກັນ ເກີດຂຶ້ນ:

“ມັນກໍດີ ແບບທີ່ວ່າ ມີພັກດຽວ ຣັຖດຽວ ມັນມີພຽງ ພັກດຽວ ບໍ່ມີການ ຂັດແຍ້ງຫຍັງ ກໍຖືວ່າດີ ເພິ່ນປົກຄອງ ແບບນີ້ກໍດີ ເພິ່ນກໍໃຫ້ ໂອກາດ ປະຊາຊົນ ມີການ ໄດ້ເວົ້າ ໄດ້ເຮັດ ໄດ້ທຳ ຈັ່ງຊີ້ມັນ ກໍຖືວ່າ ດີຢູ່.”

ເພາະສະນັ້ນ ເຖິງວ່າການ ປົກຄອງ ໃນລາວ ຈະເປັນແບບ ພັກການ ເມືອງດຽວ ເປັນຜູ້ຊີ້ ນຳປະເທດ ຊຶ່ງການ ປົກຄອງແບບ ດັ່ງກ່າວ ກໍຍັງມີຄົນ ຈຳນວນນຶ່ງ ເຫັນພ້ອມ ແລະ ຊາວລາວ ອີກຈຳນວນນຶ່ງ ທີ່ບໍ່ເຫັນ ພ້ອມ ເນື່ອງຈາກ ທັສນະຄະຕິ ຕ່າງກັນ ແຕ່ບໍ່ວ່າ ເປັນການ ປົກຄອງ ແບບໃດ ຊາວລາວ ສ່ວນຫລາຍ ກໍຕ້ອງການ ໃຫ້ ສປປລາວ ຫລຸດພົ້ນ ຈາກການເປັນ ປະເທດ ດ້ອຍພັທນາ ໃຫ້ໄວທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 24, 2012 11:27 PM

ພວກເຮົາບໍແມ່ນນັກປະຕິວັດບໍ່ແມ່ນສະມາຊິກພັກຢ່າຫວັງວ່າຊິມີສວ່ນ
ພັທນາປະເທດຊາດນໍາເພີ່ນໄດ້ແລະອີກຢ່າງພວກເຮົາບໍ່ສລາດສ່ອງໃສ
ເວົ້າຫຍັງອອກໄປຕ້ອງຮັບຜິດຊອບຕົວເອງ,ກູລະເບື່ອໆໆໆໆໆ
ບໍ່ເບີ່ງປະເທດທີ່ເຂົາຈະເລີນຈັກໜ້ອຍເວົ້າມາຢາກຍ້ອມຜົມເປັນຝລັ່ງ
ໃຫ້ມັນແລ້ວບໍ່ຢາກໃຫ້ເຂົາຮູ້ວ່າເປັນລາວໂງ່ແບບຜູ້ນໍາພັກລັດ