ເຂື່ອນນໍ້າເທີນ 1 ມີບັນຫາ

ໂຄງການ ກໍ່ສ້າງ ເຂື່ອນນໍ້າເທີນ-1 ຍັງລ້າຊ້າ ຍ້ອນມີ ຫຼາຍບັນຫາ ຕ້ອງແກ້ໄຂ.
ສົມເນ
2012.01.30

ກົດຟັງສຽງ

ໂຄງການ ສ້າງເຂື່ອນ ໄຟຟ້າ ນໍ້າເທີນ-1 ຢູ່ແຂວງ ບໍຣິຄໍາໄຊ ຍັງບໍ່ການ ກໍ່ສ້າງ ເກີດຂື້ນໄດ້ ເທົ້າປານນີ້ ຍ້ອນການຕົກລົງ ເຣື່ອງຂາຍໄຟຟ້າ ໃຫ້ປະເທດໄທ ແລະ ການຊອກຫາທຶນ ການກໍ່ສ້າງ ກໍຍັງບໍ່ ທັນໄດ້ເທື່ອ ນັບແຕ່ ໂຄງການ ນີ້ໄດ້ເລີ້ມຂື້ນ 8 ປີມາແລ້ວ ແລະ ລ້າຊ້າຕຣອດມາ ໂດຍບໍ່ມີ ກໍານົດ. ໃນເຣື້ອງນີ້ ເຈົ້າໜ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່ ໄດ້ບອກວ່າ:

"ບັນຫານໍ້າເທີນ ນື່ງນີ້ ກໍມີບັນຫາ ການຂາຍ ໄຟຟ້າແນ່ ຄ່າຮຸ້ນເຂົາແນ່ ການລະດົມທືນແນ່ ການປ່ອຍ ເງິນກູ້ບໍ ກໍຍັງບໍ່ຮູ້ວ່າ ຣັຖບານ ເຮົາສີ່ເຮັດ ແນວໃດ".

ເຈົ້າໜ້າທີ່ ອີກຜູ້ນື່ງ ຢືນຢັນອີກວ່າ ປັດຈຸບັນ ກໍາລັງສືກສາ ຄວາມເປັນໄປໄດ້ ໃນການສ້າງ ເຂື່ອນນໍ້າເທີນ-1 ສົມທົບ ກັບ ເຂື່ອນນໍ້າມ່ວນ ທີ່ເປັນສາຂາ ຂອງນໍ້າເທີນ ແລະວ່າ ການສືກສາ ຄວາມເປັນໄປໄດ້ ຕາມທິດທາງ ໃໝ່ນີ້ ບໍ່ທັນຜ່ານ.

ໂຄງການເຂື່ອນ ໄຟຟ້າ ນໍ້າເທີນ-1 ໄດ້ເລີ້ມ ສໍາຣວດ ໃນປີ 2004, ມີການເຊັນ ສັນຍາ ຂໍ້ຕົກລົງ ພັທນາເຂື່ອນ ແລະຂໍ້ຕົກລົງ ສັນຍາບັນທືກ ຄວາມເຂົ້າໃຈ ກັບ ບໍຣິສັດ ມາເລເຊັຽ ແລະບໍຣິສັດ ໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ໃນປີ 2006. ຕາມສັນຍານັ້ນ ກໍານົດວ່າ ຈະເລີ້ມລົງມື ກໍ່ສ້າງໃນປີ 2008 ແລະ ເລີ້ມຂາຍ ໄຟຟ້າໃຫ້ ບໍຣິສັດໄທ ໃນປີ 2013 ແຕ່ວ່າ ມາຮອດ ປັດຈຸບັນ ໄດ້ເລື່ອນເວລາ ການກໍ່ສ້າງ ອອກໄປຕື່ມ ຢ່າງບໍ່ມີ ກໍານົດ ແລະ ຍັງບໍ່ມີ ການເປີດເຜີຽ ຂໍ້ມູນ ໃຫ້ປະຊາຊົນ ໄດ້ຮູ້ນໍາເທື່ອ.

ໂຄງການ ເຂື່ອນຜລິດກະແສ ໄຟຟ້ານໍ້າເທີນ-1 ຂະນາດ 523 MW ຕາມແຜນການ ທໍາອິດນັ້ນ ມີມູນຄ່າ $700 ລ້ານ ໂດຍບໍຣິສັດ ຈາກ ມາເລເຊັຽ ຖືຫຸ້ນ 40% ບໍຣິສັດ ໄຟຟ້າ ຝ່າຍຜລິດ ຈາກ ປະເທດໄທ 40% ແລະ ຣັຖບານລາວ 20%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 06, 2012 03:33 PM

BOIS LAOS