ຊາວບ້ານເຂື່ອນນໍ້າງື່ມ ສັນຈອນລໍາບາກ
2011.08.24

ກົດຟັງສຽງ
ຊາວບ້ານ ໃນບໍຣິເວນ ເຂື່ອນນໍ້າງື່ມ ບໍ່ສາມາດ ເດີນທາງ ອອກເຂົ້າ ບ້ານໄດ້ ຢ່າງສະດວກ ສະບາຍ ຄືແຕ່ກ່ອນ ຍ້ອນຖນົນ ເຂົ້າໄປຫາ ເຂື່ອນນໍ້າງື່ມ ຖືກນໍ້າ ເຊາະຂາດ ຫລັງຈາກ ທີ່ມີຝົນ ຕົກໜັກ ມາຕັ້ງແຕ່ ວັນທີ່ 19 ສິງຫາ ມານີ້ ແລະ ທາງເຂື່ອນ ກໍໄດ້ ເພີ້ມການ ປ່ອຍນໍ້າ ອອກຈາກອ່າງ ເພື່ອຄວາມ ປອດໄພ ຂອງເຂື່ອນ, ຕາມທີ່ ຊາວບ້ານ ຄົນນື່ງ ໃນເມືອງ ທຸຣະຄົມ ເວົ້າວ່າ:
"ກໍມີແຕ່ ຊາວບ້ານ ແຖວນັ້ນ ທີ່ເຂົາເຈົ້າ ໄປບໍ່ໄດ້ ແຕ່ເຂົາເຈົ້າ ກໍມີທາງ ເວັ້ນ ຄືໄປທາງ ສັນເຂື່ອນ ແຕ່ຫາກວ່າ ທາງເຂື່ອນ ເພິ່ນກໍໄດ້ ມີຈໍານວນ ຈໍາກັດ ເພາະວ່າເພິ່ນ ກໍບໍ່ໃຫ້ ຄົນ ຜ່ານຫລາຍ ເພາະວ່າມັນ ເປັນແບບ ທາງຫວງຫ້າມ".
ຊາວບ້ານຈົ່ມວ່າ ເຂົາເຈົ້າ ມີຄວາມ ຫຍຸ້ງຍາກ ໃນການ ເດີນທາງ ໄປມາ. ຖ້າໃຊ້ຖນົນ ສັນເຂື່ອນ ມັນກໍ ເວີ້ງໂພດ, ຖ້າໃຊ້ຖນົນ ທີ່ເຂົ້າ ໄປຫາເຂື່ອນ ກໍຕ້ອງໄດ້ ຂໍອະນຸຍາດ. ເວລານີ້ ພາກສ່ວນ ໂຍທາ ກໍກໍາລັງ ສົ່ງຫນ່ວຍ ສ້ອມແປງ ລົງໄປ ແຕ່ກໍຍັງ ບໍ່ຮູ້ວ່າ ເມື່ອໃດ ຈື່ງຈະ ສ້ອມແປງແລ້ວ:
"ດຽວນີ້ທາງ ໂຍທາທິການ ຂອງ ແຂວງ ກໍໄດ້ເຂົ້າ ໄປຊ່ວຍ ແກ້ໄຂ ແລະ ກໍປັບປຸງ ພຍາຍາມ ໃຫ້ໄວ ທີ່ສຸດ ໃຫ້ມັນໄດ້ ເດີນໄປຕໍ່ ໂຕນີ້ ເຂົາເຈົ້າ ຍັງບໍ່ແຈ້ງ ໃຫ້ເຮົາ ມີແຕ່ດຽວນີ້ ເຂົາເຈົ້າ ລົງກວດກາ ຢູ່".
ເມື່ອວັນເສົາ ຜ່ານມາ ທາງ ອຸຕຸນິຍົມ ລາວ ກໍໄດ້ ປ່າວເຕືອນ ໃຫ້ ປະຊາຊົນ ທີ່ອາໄສ ຢູ່ທາງໃຕ້ ເຂື່ອນ ຕາມລ່ອງ ນໍ້າງື່ມ ໃຫ້ຕຽມຕົວໂຍກຍ້າຍ ສິ່ງຂອງ ແລະ ສັດສາ ວາສິ່ງ ຂື້ນໄປ ຢູ່ໂນນສູງ ເພາະວ່າ ທາງ ເຂື່ອນ ໄດ້ເພີ້ມ ການປ່ອຍນໍ້າ ອອກຈາກເຂື່ອນ ຫລາຍຂື້ນ ຊື່ງອາດ ຈະເກີດ ນໍ້າຖ້ວມ.
ລາຍງານວ່າ ຝົນຕົກໜັກ ຢູ່ໃນເຂດ ພາກກາງ ຂອງລາວ ແຕ່ອາທິດ ກ່ອນໆພຸ້ນ ເຮັດໃຫ້ນໍ້າ ຢູ່ໃນອ່າງ ຂອງເຂື່ອນ ສູງເພີ້ມຂື້ນ ເກີນຂີດ ປົກກະຕິ 212.30m ທຽບກັບ ລະດັບ ນໍ້າທະເລ. ນໍ້າງື່ມ ທີ່ໄຫລລົງ ໃສ່ອ່າງ ເກັບນໍ້າ ຂອງເຂື່ອນ ມີລະດັບ ສູງຂື້ນ ຮອດ 213m ກັບ 31 ເຊັນຕີແມັດ ແລ້ວ ໃນວັນເສົາ ຜ່ານມາ.