ພາຍຸນານແກ ອາຈຜ່ານລາວເຂົ້າໄທ
2011.10.04

ກົດຟັງສຽງ
ຫ້ອງການ ອຸຕຸນິຍົມ ວິທຍາ ເຂດ ເອເຊັຍ ປາຊີຝິກ ພ້ອມທັງ ກົມອຸຕຸນິຍົມ ວິທຍາ ແລະ ອຸທະກະສາດ ພາກກາງ ວຽດນາມ ໄດ້ ພຍາກອນ ວ່າ ພາຍຸ ນານແກ ມີຄວາມ ຮຸນແຮງ ຍິ່ງຂຶ້ນ ແລະ ຈະບໍ່ຢຸດ ຢູ່ແຕ່ ໃນພາກກາງ ຂອງລາວ ແຕ່ ຈະຂ້າມ ຊາຍແດນ ໄປຮອດ ຝັ່ງໄທ ພາກຕາເວັນອອກ ພາຍໃນ 2 ມື້.
ສູນເຕືອນພັຍ ພາຍຸ ໃຕ້ຝຸ່ນ ຂອງ ກອງທັບເຮືອ ສະຫະຣັຖ ໄດ້ ພຍາກອນ ເທື່ອຫລ້າສຸດ ເຕືອນວ່າ ພາຍຸ ນານແກ ຈະຂ້າມຈາກ ພາກກາງ ຂອງລາວ ເຖິງ ແຂວງ ມຸກດາຫານ ປະເທດໄທ ແຕ່ ຈະອ່ອນ ໂຕລົງ ເປັນພຽງ ພາຍຸ ເຂດຮ້ອນ ຊຶ່ງຈະກໍ່ ໃຫ້ເກີດ ຝົນຕົກ ປານກາງ ແລະ ໜັກຂື້ນ ແລະ ຈະແພ່ຂຍາຍ ອອກເປັນ ວົງກວ້າງ. ສ່ວນແຜນທີ່ ພຍາກອນ ອາກາດ ຂອງ ກົມອຸຕຸນິຍົມ ວິທຍາ ແລະ ອຸທະກະສາດ ພາກກາງ ວຽດນາມ ເປີດເຜີຍ ໃຫ້ເຫັນວ່າ ຫົວຂອງ ພາຍຸ ນານແກ ຈະຕົກໃສ່ ແຂວງ ນະຄອນພະນົມ ປະເທດໄທ.
ພາຍຸ ນານແກ ໄດ້ສ້າງ ຄວາມສັບສົນ ໃຫ້ ກົມອຸຕຸນິຍົມ ວິທຍາ ຂອງ ຫລາຍປະເທດ ຍ້ອນວ່າ ຫລັງຈາກ ໄດ້ສ້າງ ຄວາມເສັຍຫາຍ ຮຸນແຮງ ໃນປະເທດ ຟິລິບປິນ ແລ້ວ ກໍໄດ້ ວົນວຽນ ຢູ່ໃນ ທະເລ ຈີນໃຕ້ ກ່ອນຈະ ມຸ້ງໜ້າ ສູ່ວຽດນາມ, ລາວ ແລະ ໄທ. ແຕ່ແຜນທີ່ ພຍາກອນ ຂອງ ຫລາຍປະເທດ ເຫັນພ້ອມກັນ ໃນຄັ້ງ ຫລ້າສຸດ ວ່າ ພາຍຸ ນານແກ ຈະປັກຫົວ ລົງໃຕ້ສຸດ ຮອດ ແຂວງ ອຸບົນ ຣາຊທານີ ປະເທດໄທ.
ເຖິງຢ່າງໃດ ກໍຕາມ ສູນພຍາກອນ ຮ່ວມ ເຕືອນພັຍ ໃຕ້ຝຸ່ນ ທີ່ ຮອນໂນລູໆ ຮາວາຍ ສະຫະຮັຖ ອະເມຣິກາ ພຍາກອນ ວ່າ ພາຍຸ ໃຕ້ຝຸ່ນ ນານແກ ຈະມາຮອດ ພາກກາງ ຂອງລາວ ແລະ ຈະປີ່ນໜ້າ ເຂົ້າພາກ ອິສານ ຂອງໄທ ພາຍໃນ 2-3 ມື້ ຂ້າງໜ້ານີ້.