ເຈົ້າໜ້າທີ່ວ່າມີການ ຈັບກຸມຊາວຄຣິສຕຽນ

ເຈົ້າໜ້າທີ່ ທ້ອງຖິ່ນ ເມືອງລອງ ແຂວງ ຫຼວງນໍ້າທາ ແຈ້ງວ່າ ມີກາຣ ຈັບກຸມ ນັກເຜີຽແພ່ ສາສນາ ແທ້ ພາຍຫລັງທີ່ ໄດ້ເຕົ້າໂຮມ ຊາວບ້ານ ໂດຽທີ່ ບໍ່ໄດ້ຮັບ ອະນຸຍາຕ.
ຫວາດ ສີມູນ
2012.06.26
F-Luangnamtha-office ໂຮງກາຣປົກຄອງ ແຂວງຫຼວງນໍ້າທາ ທີ່ອາຈເປັນບ່ອນ ແກ້ໄຂບັນຫາ ກ່ຽວກັບ ຊາວຄຣິສຕຽນ ທີ່ຖືກຈັບ
RFA/Singkèo Bouphavichith

ເຈົ້າໜ້າທີ່ ໜ່ວຍປ້ອງກັນ ຄວາມສງົບ ແຂວງ ຫລວງນໍ້າທາ ແຈ້ງວ່າ ສາເຫຕທີ່ ນັກເຜີຍແພ່ ສາສນາ ຄຣິສຕຽນ ຊາວໄທຽ 2 ແລະ ຊາວລາວ ອີກຜູ້ໜຶ່ງ ຖືກຈັບຢູ່ ບ້ານ ໂພນສັມພັນ ເມືອງລອງ ແຂວງ ຫລວງນໍ້າທາ ໃນມື້ວັນທີ່ 16 ມິຖຸນາ ນີ້ນັ້ນ ກໍຍ້ອນພາກັນ ເຕົ້າໂຮມ ປະຊາຊົນ ໂດຽບໍ່ໄດ້ຮັບ ອະນຸຍາຕ ຈາກອຳນາຈ ກາຣປົກຄອງ ເມືອງ ແຕ່ຢ່າງໃດ:

"ອັນນີ້ທີ່ວ່າ ຂະເຈົ້າ ມີກາຣມາ ເຄື່ອນໄຫວ ບາງອັນ ທີ່ບໍ່ສອດຄ່ອງ ກັບກົດຣະບຽບ ຂອງບ້ານເມືອງ ເຮົາ ຄືວ່າປະມານ 2-3 ຄົນ ຄົນໄທຽມີ 2 ຄົນ ຄົນລາວ ອີກຜູ້ໜຶ່ງ ມາເຕົ້າໂຮມ ປະຊາຊົນ ພວກເຮົານີ້ ຢູ່ເມືອງລາວ ກາຣເຕົ້າໂຮມ ປະຊາຊົນ ຈຳນວນ ຫລວງຫລາຍ ຂຶ້ນມາ ຄັນບໍ່ໄດ້ ຮັບອະນຸຍາຕ (ຈາກ) ກາຮປົກຄອງ ຈະເຮັດບໍ່ໄດ້ ຕອນນີ້ ຂະເຈົ້າຖືກ ຈັດສົ່ງໄປ ຂັ້ນແຂວງແລ້ວ ບາງທີ ຈະສົ່ງໄປ ຕາມບ່ອນທີ່ ຂະເຈົ້າ ເຂົ້າມາ".

ພ້ອມດຽວກັນນີ້ ທ່ານກໍວ່າ ຜູ້ເຜີຍແພ່ ສາສນາ ທີ່ເປັນຊາວໄທຽ ນັ້ນຄົງບໍ່ຮູ້ ຣະບຽບ ຂອງກາຣ ປະຕິບັຕ ວຽກງານ ຢູ່ເມືອງລາວ ສະນັ້ນ ຜູ້ເປັນຄົນລາວ ນັ້ນກໍຄວນ ທີ່ຈະບອກ ເຕືອນ ໃຫ້ກາຣແນະນໍາ ແກ່ຂະເຈົ້າ ເພື່ອບໍ່ໃຫ້ ມີບັນຫາ ເກີດຂຶ້ນ ແລະວ່າ ຈາກຫາງສຽງ ທີ່ວ່າ ທາງເຈົ້າໜ້າທີ່ ຕ່າງແຂວງ ປາບປາມ ຊາວຄຣິສຕຽນ ໃນຣະຍະ ຜ່ານມານັ້ນ ແທ້ຈິງແລ້ວ ກໍຍ້ອນມີຊາວ ຄຣິສຕຽນ ຈຳນວນໜຶ່ງ ທີ່ເຄີຍມີ ບັນຫາ ຍ້ອນບໍ່ພາກັນ ເຄົາຣົພ ກົດໝາຍ ບ້ານເມືອງ ຕ່າງຫາກ.

ໃນຂະນະ ດຽວກັນນີ້ ຊາວ ຄຣິສຕຽນລາວ ທີ່ແຂວງ ຈໍາປາສັກ ອີກຜູ້ໜຶ່ງ ກໍໃຫ້ທັສນະວ່າ ເຫຕກາຣ ກາຣຈັບກຸມ ດັ່ງກ່າວ ບໍ່ຄວນຈະ ເກີດຂຶ້ນເລີຍ ເພາະຄໍາສອນ ຂອງສາສນາ ຄຣິສຕຽນ ກໍບໍ່ເປັນພັຍ ຕໍ່ສັງຄົມ ແຕ່ຢ່າງໃດ ດັ່ງທີ່ທ່ານ ໄດ້ກ່າວເປັນ ສຳນຽງໄທຽວ່າ:

"ເຣື່ອງນີ້ມັນ ເປັນຍ້ອນ ທັງສອງຝ່າຍ ຊຶ່ງທາງ ເຈົ້າໜ້າທີ່ ກໍຈະອ້າງອີງ ຕາມເຫຕກາຣ ທີ່ວ່າໃນເມື່ອ ຊາວຄຣິສຕຽນ ຈະມີກາຣ ຝຶກອົບຮົມ ຫລືກາຣເຜີຍແພ່ ຄໍາສອນ ຂອງ ພຣະເຍຊູ ກໍຄວນທີ່ຈະ ມີກາຣຂໍ ອະນຸຍາຕ ແລະ ທາງເຈົ້າໜ້າທີ່ ກໍຄວນຈະ ແນະນຳວ່າ ຄຣິສຕຽນ ມີກາຣສິດສອນ ທາງທີ່ດີ ສອນຫລັກກາຣ ທີ່ດີ".

ກ່ຽວກັບ ເຣື່ອງດັ່ງກ່າວນີ້ ທາງອົງກາຣ ກວດສອບ ສິທທິມະນຸສ ເພື່ອເສຣີພາບ ໃນກາຣນັບຖື ສາສນາ ໃນລາວ ກໍວ່າ ທາງເຈົ້າໜ້າທີ່ ເມືອງ ໄດ້ສົ່ງ ຊາວຄຣິສຕຽນ ໄປຍັງ ທາງກາຣ ແຂວງ ຫລວງນໍ້າທາ ພາຍໃນ 36 ຊົ່ງໂມງ ຫລັງຈາກ ທີ່ຖືກຈັບ ໂດຽທີ່ບໍ່ມີ ກາຣສືບສວນ ແລະສອບສວນ ແຕ່ຢ່າງໃດ ຊຶ່ງກໍຖືວ່າ ເປັນກາຣລະເມີດ ສິທທິ ພື້ນຖານ ຂອງ ຜູ້ຖືກຈັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.