ກຸ່ມປົກປ້ອງສິ່ງແວດລ້ອມ ຕ້ານການສ້າງເຂື່ອນ

ນັກອະນຸຮັກ ສິ່ງແວດລ້ອມ ຮຽກທວງໃຫ້ທາງ ກັມມາທິກາຣ ແມ່ນໍ້າຂອງ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບເຣື່ອງ ກາຣຫ້າມສ້າງເຂື່ອນ ໃສ່ແມ່ນໍ້າຂອງ.
ຫວາດ ສີມູນ
2011.01.19
F-MRC ກອງປະຊຸມອົງການ ຄນະກັມມະທິການ ແມ່ນໍ້າຂອງ
RFA

ກົດຟັງສຽງ

ນັກອະນຸຮັກ ສິ່ງແວດລ້ອມ ຊາວໄທ ກໍາລັງປະກອບ ເອກກະສານ ຜ່ານຕົວແທນ ຂອງ ຣັຖບາລໄທ ເພື່ອໃຫ້ທາງ ຄນະກັມມາທິກາຣ ແມ່ນ້ຳຂອງ ຫລື MRC ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ຣະບຽບກາຣ ແລະ ຢາກໃຫ້ມີກາຣໂຈະ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ອອກໄປເຖິງ 10 ປີ ເພື່ອຈະໃຫ້ສາມາດ ດຳເນີນ ກາຣສຶກສາສຳຣວຈ ດ້ານຜົລກະທົບ ຢ່າງຖີ່ຖ້ວນ ເສັຽກ່ອນ ແລະ ໂດຽສະເພາະທີ່ ທາງ MRC ຊຶ່ງກໍເປັນ ອົງກາຣ ທີ່ມີໜ້າທີ່ ຮັບຜິດຊອບ ກໍຄົງຈະ ສາມາດ ໃຫ້ກາຣຊີ້ນຳ ແລະ ປຶກສາຫາຣື ກັບແຕ່ລະ ຄນະປະເທສ ສະມາຊິກ ເຖິງຂັ້ນໃຫ້ມີ ກາຣຍົກເລີກ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ດັ່ງກ່າວ. ກ່ຽວກັບເຣື່ອງນີ້ ທ່ານສຸວິທ ກຸຫລາບພົງສ໌ ນັກອະນຸຮັກ ສິ່ງແວດລ້ອມ ຈາກແຂວງ ອຸບົລຣາຊທານີ ໄດ້ກ່າວວ່າ:

"ທາງຫ້ອງກາຣ MRC ຄວນທີ່ຈະທົບທວນ ເບິ່ງບົທບາທ ຕົວເອງ ວ່າມີໜ້າທີ່ ຫຍັງແດ່ ຕໍ່ກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຄືເຮົາຕ້ອງເບີ່ງ ເຣື່ອງນີ້ໄປໃນ ແງ່ກາຣເມືອງ ແລະ ຫລັງຈາກນັ້ນ ທາງ MRC ກໍຕ້ອງມີກາຣ ສເນີວ່າບໍ່ໃຫ້ມີ ກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນຣະຍະ 10 ປີ ຊຶ່ງກໍໝັ້ນໃຈ ວ່າທາງ MRC ຈະຕ້ອງເຮັດໄດ້ ອາຈເກີນກວ່າ 10 ປີກໍເປັນໄດ້ ເພື່ອໃຫ້ມີກາຣສຶກສາ ຢ່າງຮອບຄອບ".

ນອກຈາກນັ້ນ ທ່ານກໍສເນີໃຫ້ ປະເທສ ສະມາຊິກ ທົບທວນ ແລະ ໂຈະກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ອອກໄປອີກ 10 ປີ ເປັນຢ່າງໄວ ຍ້ອນເປັນເຣື່ອງທີ່ ຕ້ອງພິຈາຣະນາ ແລະ ສຳຣວຈ ເພື່ອໃຫ້ຫລຸດ ບັນຫາທາງດ້ານ ຜົລກະທົບ ຕໍ່ ສະພາບແວດລ້ອມ.

ຢ່າງໃດກໍຕາມ ສະເພາະ ທາງ ອົງກາຣປົກປ້ອງ ສະພາບແວດລ້ອມ ແຫ່ງອື່ນໆ ກໍມີກາຣຮ່ວມມື ກັນຮຽກຮ້ອງໃຫ້ ທາງ MRC ມີຈຸດຢືນ ເພື່ອດຳເນີນກາຣ ໃນດ້ານສເນີ ໃຫ້ມີກາຣຍົກເລີກ ໂຄງກາຣ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຢ່າງສີ້ນເຊີງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.