ພາພຍົນ "ຄວາມລັບໃນທົ່ງໄຫຫີນ"

ຣັຖບາລ ສປປລາວ ແລະ ສື່ມວລຊົນ ໃນສະຫະຣັຖ ບໍ່ສົນໃຈ ກ່ຽວກັບ ພາພຍົນ ສາຣະຄະດີ ທີ່ເລົ່າ ເຫຕກາຣຂອງ ສົງຄາມລັບ ຂອງ ສະຫະຣັຖ ໃນລາວ ແຕ່ປະກາຣໃດ.
ຫວາດ ສີມູນ
2010.12.07

ກົດຟັງສຽງ

ຣັຖບາລ ສປປລາວ ແລະ ສື່ມວລຊົນ ໃນ ສະຫະຣັຖ ບໍ່ຄ່ອຍໃຫ້ ຄວາມສົນໃຈ ນໍາກາຣສາຍ ພາພຍົນ ຫລື ຊີເນມ໋າ ສາຣະຄະດີ ທີ່ເລົ່າເຖິງ ກາຣເຮັດ ສົງຄາມລຶກລັບ ຢູ່ ປະເທສລາວ ຂອງ ສະຫະຣັຖ ໃນຊຸມປີ 1960 ແຕ່ຢ່າງໃດ, ຈົນເຖິງ ປັຈຈຸບັນ ນີ້ ທາງກາຣ ສະຫະຣັຖ ກໍຍັງບໍ່ ຮັບຮູ້ຢ່າງ ເປັນທາງກາຣ ເທື່ອວ່າ ມີສົງຄາມ ຢູ່ ປະເທສ ລາວ.

ເມື່ອບໍ່ນານ ຜ່ານມານີ້ ທ່ານ Marc Eberle ນັກສ້າງ ພາພຍົນ ຊາວເຢຣະມັນ ຈຶ່ງໄດ້ສ້າງ ເປັນໜັງ ສາຣະຄະດີ ແລະ ໃສ່ຊື່ວ່າ: "ຄວາມລັບ ໃນທົ່ງໄຫຫີນ" ທີ່ເລົ່າເຖິງ ກາຣຖິ້ມ ຣະເບີດ ຢ່າງຫລວງຫລາຍ ໃນປະເທສລາວ ພ້ອມກັບໃຊ້ ກຳລັງຂອງ ຊາວເຜົ່າມົ້ງ ຕໍ່ຕ້ານ ຄອມມີວນິສຕ໌ ຢູ່ໃນ ເມືອງລາວ.

ທ່ານ Marc Eberle ໄດ້ສ້າງ ພາພຍົນ ເຣື່ອງນີ້ຂຶ້ນມາ ເພື່ອໃຫ້ ປະຊາຊົນ ຊາວລາວ ພ້ອມກັບຊາວ ອະເມຣິກັນ ແລະ ຊາວໂລກ ໄດ້ຮູ້ເຫັນ ສະພາບ ຄວາມເປັນຈິງ ຢູ່ ເມືອງລາວ ໃນປາງສົງຄາມ ວຽຕນາມ ທີ່ສິ້ນສຸດລົງ ແຕ່ປີ 1975 ຜ່ານມານັ້ນ, ແຕ່ປາກົດວ່າ ທາງກາຣ ສປປລາວ ແລະ ສື່ມວລຊົນ ໃນສະຫະຣັຖ ບໍ່ໃຫ້ຄວາມ ສົນໃຈ ແຕ່ປະກາຣໃດ.

ທ່ານ Marc Eberle ໄດ້ສາຍໜັງ ເຣື່ອງນີ້ໃຫ້ ເອກອັຄຣາຊທູຕ ສປປລາວ ປະຈຳ ເຢຣະມັນເບິ່ງ ຊຶ່ງກໍໃຫ້ ຄຳເຫັນວ່າ "ມັກເຣື່ອງນີ້ຫລາຍ ແລະ ຢາກໃຫ້ແປ ເປັນພາສາ ລາວ" ແລະວ່າ ກ່ອນທີ່ຈະ ນຳເອົາໄປສາຍ ຢູ່ໃນ ປະເທສລາວ ໄດ້ນັ້ນ ກໍຕ້ອງມີ ກາຣຕັດ ແລະດັດແປງ ໃນບາງຕອນ ຊື່ງທ່ານ Marc Eberle ກໍຕອບວ່າ ທ່ານຈະບໍ່ ຍອມຕັດ ເດັດຂາດ.

ສະເພາະ ຢູ່ໃນ ສະຫະຣັຖ ນັ້ນ ທ່ານ Marc Eberle ກໍນຳເອົາໄປ ສາຍຢູ່ ງານວາງແສດງ ພາພຍົນ ສອງບ່ອນ ເທົ່ານັ້ນ ແລະ ພ້ອມດຽວກັນ ທາງ ໂທຣະທັສ ແລະ ສື່ມວລຊົນ ຂອງ ສະຫະຣັຖ ກໍບໍ່ນຳ ເອົາອອກໄປ ເຜີຽແຜ່ ຕື່ມຕໍໍ່ໄປ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.