ບໍ່ມີສັນຍາເຊົ່າ ບໍ່ມີຄ່າຊົດເຊີຍ

ຫ້າງສັພສີນຄ້າ 2 ທີ່ເປີດໃໝ່ ໃນນະຄອນຫລວງ ວຽງຈັນ ບໍ່ໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ພວກ ພໍ່ຄ້າ ແມ່ຄ້າ ທີ່ໄດ້ຍ້າຍ ໄປນັ້ນ ຍ້ອນວ່າ ບໍ່ມີ ສັນຍາເຊົ່າ.
ມະນີຈັນ
2012.02.09

ກົດຟັງສຽງ

ຫ້າງສັພສີນຄ້າ 2 ແຫ່ງໃໝ່ ທີ່ ນະຄອນຫລວງ ວຽງຈັນ ບໍ່ຈ່າຍຄ່າ ຊົດເຊີຍ ໃຫ້ພວກ ພໍ່ຄ້-ແມ່ຄ້າ ທີ່ຕ້ອງໄດ້ ຍ້າຍອອກ ໃຫ້ເຫດຜົນວ່າ ບໍ່ໄດ້ເຮັດຜິດ ສັນຍາເຊົ່າ ສະຖານທີ່ ແຕ່ຢ່າງໃດ ເພາະໄດ້ແຈ້ງ ໃຫ້ພວກ ພໍ່ຄ້າ-ແມ່ຄ້າ ຮັບຮູ້ມາ ແຕ່ດົນແລ້ວ ແຕ່ພວກເຂົາເຈົ້າ ບໍ່ສົນໃຈນໍາ. ກ່ຽວກັບ ບັນຫານີ້ ເຈົ້າໜ້າທີ່ ປະສານງານ ເວົ້າວ່າ:

"ທີ່ຈິງ ຈົດໝາຍ ເຂົາແຈ້ງ ຕັ້ງແຕ່ 5-6 ປີ ແລ້ວວ່າ ເຂົາຈະຮື້ ຕລາດນີ້ ສົມມຸດວ່າ ສັນຍາ ຂອງທ່ານໝົດ ທ່ານກໍຕ້ອງ ຍ້າຍອອກ ຕາມກໍານົດ ຖ້າເຂົາ ບໍ່ຕໍ່ໃຫ້ ແລ້ວທ່ານ ຕ້ອງການ ຄ່າຊົດເຊີຍ ເຮັດຫຍັງ ຈະເອົາຄ່າ ຊົດເຊີຍ ຈາກໃສມາໃຫ້ ໃນເມື່ອທ່ານ ເຊັນສັນຍາ ເຊົ່າ 10 ປີ ກໍຄື 10 ປີ ຈົບ ເປັນຫຍັງ ຈຶ່ງຈະໃຫ້ ຣັຖບານ ມາຈ່າຍ ຄ່າຊົດເຊີຍ".

ແຕ່ເຖິງຢ່າງໃດ ກໍຕາມ ນາງກໍວ່າ ເຣື່ອງການ ຊົດເຊີຍ ຈະມີການ ຊົດເຊີຍ ເປັນກໍຣະນີ ໄປ ຄືຈ່າຍໃຫ້ ເຈົ້າຂອງຮ້ານ ທີ່ສັນຍາເຊົ່າ ຍັງບໍ່ທັນ ໝົດກໍານົດ. ແຕ່ກໍຍັງມີ ເຈົ້າຂອງຮ້ານ ຫລາຍຄົນ ເມື່ອສັນຍາເຊົ່າ ໝົດແລ້ວ ກໍບໍ່ຍອມ ຍ້າຍອອກ ແລະ ທັງຂໍ ຄ່າຊົດເຊີຍ ນໍາອີກດ້ວຽ.

ອີກຢ່າງນຶ່ງ ກໍມີບັນຫາ ຢູ່ວ່າ ບາງຮ້ານ ເຈົ້າຂອງເກົ່າ ທີ່ໄດ້ຮັບ ແຈ້ງວ່າ ໃຫ້ຍ້າຍອອກ ນັ້ນ ບໍ່ໄດ້ບອກ ໃຫ້ຜູ້ໃໝ່ ທີ່ມາຊື້ຮ້ານ ຕໍ່ຈາກຕົນ. ຈະວ່າ ບໍຣິສັດ ບໍ່ມີຄວາມ ຍຸຕິທັມ ກໍບໍ່ຖືກຕ້ອງ.

ບໍຣິເວນ ຕລາດເຊົ້າ ແຕ່ກ່ອນ ພວກພໍ່ຄ້າ ແມ່ຄ້າ ໄດ້ເຊົ່ານໍາ ທາງ ຣັຖບານ ພາຍຫລັງ ຣັຖບານ ໄດ້ໃຫ້ ຕ່າງປະເທດ ສໍາປະທານ ແລະ ໂອນສິດ ທັງໝົດ ໃຫ້ນັກລົງທຶນ ຕ່າງປະເທດ ເປັນຜູ້ຈັດການ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.