ກອງປະຊຸມພູເກັດ ຫຼີກ ເຣື່ອງເຂື່ອນໄຊຍະບູຣີ

ກອງປະຊຸມ ປະເທດ ອ່າງແມ່ນ້ຳ ທີ່ພູເກັດ ຫລີກລ່ຽງ ການ ສົນທະນາ ເຣື່ອງເຂື່ອນ ໄຊຍະບູຣີ.
ສິດນີ
2012.05.07
F-Mekong-2rio ພາຍໃນ ກອງປະຊຸມ ບັນດາປະເທດ ອ່າງນໍ້າ ທີ່ພູເກັດ ວັນທີ 1-3 ພຶສພາ 2012
thainews

ກົດຟັງສຽງ

ທ່ານ ທີລະພົງ ໂພມັ່ນ ຕົວແທນ ເຄືອຂ່າຍ ແມ່ນ້ຳ ເພື່ອຊິວີດ ຂອງໄທ ເປີດເຜີຍວ່າ ໃນກອງປະຊຸມ ປະເທດ ອ່າງແມ່ນ້ຳ ທີ່ຮ່ວມດ້ວຍ ແມ່ນ້ຳຂອງ ຣະຫວ່າງ ວັນທີ 1-3 ພຶສພາ ທີ່ແຂວງພູເກັດ ບໍ່ໄດ້ມີການ ໂອ້ລົມ ກັນກ່ຽວກັບ ເຂື່ອນ ໄຊຍະບູຣີ ແລະ ເຂື່ອນນ້ຳຂອງ ອື່ນໆ ດັ່ງທ່ານກ່າວວ່າ:

"ການປະຊຸມ ທັງ 3 ວັນນີ້ ແທບຈະບໍ່ມີ ການແຕະຕ້ອງ ຫລືເວົ້າເຖິງ ເຂື່ອນ ໄຊຍະບູຣີ ເລີຍ ເລື້ອງເຂື່ອນ ໄຊຍະບູຣີ ຫລື ເຂື່ອນແມ່ນ້ຳຂອງ ສາຍຫລັກ ເຫມືອນກັນ ຈະພຍາຍາມ ຫລີກລຽງ ທັ້ງໆທີ່ມີການ ຕັ້ງຄຳຖາມ ແລະ ອັນໃດໆ ກໍມີການ ຫລີກລຽງໂດຍຕຣອດ".

ທ່ານວ່າ ທັ້ງໆທີ່ ມີການຕັ້ງ ຄຳຖາມ ແລະ ຂໍ້ຂ້ອງໃຈ ກ່ຽວກັບ ໂຄງການສ້າງເຂື່ອນ ໄຊຍະບູຣີ ໃນທີ່ປະຊຸມ ທ່າທີ ແລະ ຄວາມຄືບຫນ້າ ໃນການກໍ່ສ້າງ ຈາກກຸ່ມຍ່ອຍ ຫລືກຸ່ມໃຫຍ່ ໃນກອງປະຊຸມ ແຕ່ ກອງປະຊຸມ ກັບຫລີກລຽງ ທີ່ຈະເວົ້າ ກ່ຽວກັບເລື້ອງນີ້ ແຕ່ໄດ້ເອີ່ຍເຖີງ ການສ້າງເຂື່ອນ ໃນລາວ ດັ່ງເຂື່ອນນ້ຳງື່ມ ແລະ ເຂື່ອນຕາມ ແມ່ນ້ຳສາຂາ ແທນ ຮ່ວມດ້ວຍ ການສລູບຜົລວ່າ ການສ້າງເຂື່ອນ ເປັນຫົນທາງ ອອກທາງນື່ງ ທາງດ້ານ ພລັງງານ ອາຫານ ແລະນ້ຳ ທີ່ສຳຄັນ ໃນພູມີພາກ.

ທ່ານວ່າ ໃນກອງປະຊຸມ ຕົວແທນຈາກ ສປປລາວ ກ່າວວ່າ ການສ້າງເຂື່ອນ ມີຄວາມສຳຄັນ ຕໍ່ການພັທນາ ເສຖກິດ ຂອງລາວ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະວ່າ ທາງການລາວ ຈະເຮັດໃຫ້ ມີຄວາມໂປ່ງໄສ ໃນໂຄງການ ເຂື່ອນ ໄຊຍະບູຣີ ເພື່ອຈະບໍ່ໃຫ້ ເກີດຜົລກະທົບ ຕໍ່ປະເທດເພື່ອນບ້ານ ແລະ ປະຊາຊົນ ສອງຝັ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 07, 2012 06:31 AM

Nothing to help the Lao populations to get out the poorest. the budget from around the country is going to the Government pockets
Thanks
Chathawong

Anonymous
May 07, 2012 07:15 AM

ປ່ອຍປະແນວຄິດແຕະຕ້ອງເພາະມັນຈະເກີດການຕ້ອງແຕະ, ຜູ້ໄດສລາດສ່ອງໃສກໍ່ສາມາດສ້າງແນວຄິດຕື່ນຕົວຂຶ້ນມາເອງໄດ້,ເປັນການດີສາມາດກຳບັນຫາພື້ນຖານສ່ວນລວມໄດ້.

Anonymous
May 08, 2012 11:08 AM

Only way Laos govt get out Vietcong control, Laos continue to do the Sayaboury Dam, if Viet not happy get out Laos.55555!