ແມ່ນໍ້າຂອງບົກແຫ້ງ

ແມ່ນໍ້າຂອງ ໃນເຂດ ນະຄອນຫລວງ ວຽງຈັນ ບົກແຫ້ງ ຜິດ ປົກກະຕິ ອີກ ໃນປີນີ້.
ສິດນີ
2012.03.30
F-mekong ສະພາບ ນໍ້າຂອງ ໃນເຂດ ທ່າວັດຈັນ ນະຄອນຫຼວງ ວຽງຈັນ ໃນເດືອນ ມິນາ ປີ 2011
RFA

ກົດຟັງສຽງ

ຜູ້ຊ່ຽວຊານ ດ້ານ ຊັພຍາກອນນ້ຳ ສປປລາວ ຖແລງວ່າ ປັດຈຸບັນ ນ້ຳຂອງ ໃນເຂດ ນະຄອນຫລວງ ວຽງຈັນ ໄດ້ບົກລົງ ຢ່າງຜິດ ປົກກະຕິ  ທີ່ບໍ່ເຄີຍ ມີມາກອ່ນ ຄາດວ່າ ຈະມີອາກາດ ຮ້ອນຈັດ ໃນຣະດູແລ້ງ ປີນີ້ ອາດເປັນຍ້ອນ ການກັກນ້ຳ ໃນເຂື່ອນ ຂອງຈີນ. ດັ່ງຜູ້ຊ່ຽວຊານ ກ່າວວ່າ:

"ເຂື່ອນຈີນ ມັນກໍຕ້ອງ ມີສ່ວນ ເພາະວ່າເຂື່ອນຈີນ ເຂົາກໍ ກັກນ້ຳ ບໍ່ທັນເຕັມ ຜິດປົກກະຕິ ປີນີ້ ມັນກໍບໍ່ທໍ່ ປີກາຍ ຢ່າງນ້ອຍຕ້ອງ ໄດ້ລໍເບີ່ງ ຕອນເດືອນ 5 ແຫລະ".

ທ່ານກ່າວ ຕໍ່ໄປວ່າ ການທີ່ ນ້ຳບົກແຫ້ງ ຢ່າງຫລວງຫລາຍນັ້ນ ຈະສົ່ງ ຜົລກະທົບ ຕໍ່ການຂົນສົ່ງ ສີນຄ້າ ທາງເຮືອ ມາຍັງ ນະຄອນຫລວງ ວຽງຈັນ ນອກຈາກນັ້ນ ຈຳພວກ ພັນປາ ກໍຈະສູນ ຫາຍໄປ ເພາະແຫລ່ງ ທີ່ຢູ່ອາສັຍ ຖືກທຳລາຍ ຍ້ອນນ້ຳບົກ. ເຫດການ ດັ່ງກ່າວ ອາດຈະເປັນ ເພາະເຂື່ອນ ໄຟຟ້າ ຂອງຈີນ ຫລືການ ສ້າງເຂື່ອນ ຕາມແມ່ນ້ຳ ສາຂາ ຫລາຍເກີນໄປ ໃນລາວ.

ທ່ານວ່າ ໃນປັດຈຸບັນ ນ້ຳຂອງ ໃນບໍຣິເວນ ນະຄອນຫລວງ ວຽງຈັນ ບົກແຫ້ງ ຈົນເຫັນດອນຊາຍ ພົ້ນຂື້ນ ໃນຫລາຍຈຸດ ສາມາດຍ່າງ ຂ້າມໄປມາ ຫາກັນໄດ້ ແລະວ່າ ຫາກຣະດັບ ນ້ຳຂອງ ຍັງບົກແຫ້ງ ຕໍ່ໄປອີກ ອາດສົ່ງ ຜົລກະທົບ ຕໍ່ຜົລປູກ ທີ່ປ້ອນ ຕລາດ ນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 31, 2012 02:02 AM

ການຕັດໄມ້ທຳລາຍປ່າ ແລະ ການສ້າງເຄືອນ ທຸກແຫ່ງມີສ່ວນປະກອບໄນບັນຫາດັ່ງກ່າວນີ້ໝົດ,ຄວາມ ກະທົບກະເທືອນຈະໄດ້ຮັບ ທຸກຢ່າງໄນຊີວິດຂອງຄວາມ ເປັນມະນຸຕສ໌ແບບຍາວນານ,ຍ້ອນແຕ່ລະບ່ອນ ມີແຕ່ແຜນການປັສຈາກແຜນກັນໄວ້ກ່ອນທັງນັ້ນ.