ພາສາເປັນບັນຫາ ສົ່ງເສີມຕລາດທ້ອງຖິ່ນ

ພາສາທ້ອງຖິ່ນ, ການປະສານງານ ຣະຫວ່າງ ພາກຣັຖ ແລະ ເອກກະຊົນ ເປັນປັດໃຈ ທີ່ກໍ່ໃຫ້ເກີດ ຄວາມຫຍຸ້ງຍາກ ໃນການ ສົ່ງເສີມ ການຕລາດ ໃຫ້ກັບ ປະຊາຊົນ ໃນ ແຂວງອັຕປື.
ຈະເຣີນສຸກ
2010.11.30
F-native ຄົນທ້ອງຖິ່ນ ທີ່ຢູ່ຕາມ ຊົນນະບົດ ພາກໃຕ້ຂອງລາວ
RFA

ກົດຟັງສຽງ

ການສົ່ງເສີມ ການຕລາດ ເປັນວຽກງານ ນຶ່ງ ທີ່ສົ່ງເສີມ ໃຫ້ ປະຊາຊົນ ທີ່ຢູ່ ໃນເຂດ ຊົນນະບົດ ໄດ້ຫລຸດພົ້ນຈາກ ຄວາມທຸກຍາກ ແລະ ມີຣາຍໄດ້ ທີ່ເພີ້ມຂຶ້ນ ແຕ່ວຽກງານ ດັ່ງກ່າວ ກໍມີປັດໃຈ ທີ່ກໍ່ໃຫ້ເກີດ ຄວາມຫຍຸ້ງຍາກ ໃນການ ປະຕິບັດ ວຽກງານ. ເປັນຕົ້ນແມ່ນ ການສື່ສານ ຣະຫວ່າງ ເຈົ້າໜ້າທີ່ ແລະ ປະຊາຊົນ ເນື່ອງຈາກວ່າ ປະຊາຊົນ ຍັງເວົ້າ ພາສາທ້ອງຖິ່ນ ແລະ ການປະສານງານ ຣະຫວ່າງ ພາກຣັຖ ແລະ ເອກກະຊົນ ທີ່ບໍ່ ສອດຄ່ອງກັນ. ເຈົ້າໜ້າທີ່ ຫ້ອງການ ສົ່ງເສີມການ ຕລາດ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງອັຕປື ເວົ້າວ່າ:

“ບັນຫາ ແມ່ນຄື ດ້ານພາສາ ປາກເວົ້າ ເພາະວ່າ ເຮົາເຂົ້າໄປ ປະຊາຊົນ ສ່ວນຫລາຍ ກໍເປັນພາສາ ຊົນເຜົ່າ ຄັ້ນເວົ້າ ເຣື້ອງການລົງທຶນ ກໍແມ່ນ ນັກລົງທຶນ ຍັງມາລົງທຶນ ໜ້ອຍຢູ່ ການປະສານງານ ຣະຫວ່າງ ພາກຣັຖ ແລະ ເອກກະຊົນ ຍັງບໍ່ທັນ ແໜ້ນແຟ້ນ ຍັງບໍ່ທັນ ແຂງແຮງ.”

ສໍາລັບບັນຫາ ທີ່ກໍ່ໃຫ້ເກີດ ຄວາມຫຍຸ້ງຍາກ ໃນເຣື່ອງຂອງ ພາສານີ້, ທ່ານ ອະທິບາຍ ວ່າ ຈໍາເປັນຕ້ອງ ໄດ້ເອົາ ນາຍບ້ານ ແລະ ພະນັກງານ ຂັ້ນເມືອງ ໄປເປັນຜູ້ ປະສານງານໃຫ້ ໃນການເຮັດວຽກ ແຕ່ລະຄັ້ງ. ສ່ວນຄວາມ ບໍ່ສອດຄ່ອງ ໃນການ ປະສານງານ ຣະຫວ່າງ ພາກຣັຖ ແລະ ເອກກະຊົນ ນີ້, ສ່ວນຫລາຍແລ້ວ ພາກເອກກະຊົນ ຈະລົງ ພື້ນທີ່ເອງ ໂດຍບໍ່ໄດ້ ປະສານງານກັນ ກັບທາງ ພາກຣັຖ, ດັ່ງນັ້ນ ຈຶ່ງສົ່ງຜົນ ໃຫ້ການຣາຍງານ ແລະ ຂໍ້ມູນຕ່າງໆ ບໍ່ສອດຄ່ອງກັນ. ເນື່ອງຈາກ ການເຮັດວຽກ ດັ່ງກ່າວນີ້ ທາງພາກຣັຖ ແລະພາກ ເອກກະຊົນ ຈໍາເປັນຕ້ອງ ໄດ້ປະຕິບັດ ງານຮ່ວມກັນ ໃນທຸກໆຄັ້ງ.

ເຖິງແມ່ນວ່າ ໃນບາງຄັ້ງ ຈະມີ ປັດໃຈຕ່າງໆ ທີ່ກໍ່ໃຫ້ເກີດ ອຸປສັກ ໃນວຽງການ ການສົ່ງເສີມ ການຕລາດ ແຕ່ຜົນຕອບແທນ ຂອງວຽກງານ ດັ່ງກ່າວ ກໍສາມາດ ເຮັດໃຫ້ ຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເຂດ ຊົນນະບົດ ດີຂຶ້ນ ກ່ວາເດີມ:

“ການເປັນຢູ່ ຂອງ ປະຊາຊົນ ດີຂຶ້ນ ຄັນເວົ້າ ເຣື້ອງສົ່ງເສີມ ຫັຖກັມ ມີຜລິຕພັນ ເພີ້ມຂຶ້ນ ແລະ ປະຊາຊົນ ມີຣາຍຮັບ ທີດີຂຶ້ນ ກ່ວາແຕ່ເກົ່າ ປານນີ້ ເຮົາເຂົ້າໄປ ກໍຊອກຕລາດ ໃຫ້ຂະເຈົ້າ ແລະ ເພີ້ມເທັກນິກ ເຮົາເຂົ້າໄປ ບາງເທື່ອ ກໍເອົາໄປ ໂຄສະນາ ໃຫ້ຂະເຈົ້າ ແບບວ່າ ສະແດງສິນຄ້າ ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ກໍ່ສົ່ງເສີມ ໃຫ້ຊອກ ນັກລົງທຶນ ມາລົງທຶນໃຫ້.”

ສໍາລັບ ການສົ່ງເສີມ ການຕລາດ ໃນແຂວງອັຕປື, ປັດຈຸບັນນີ້ ໄດ້ສົ່ງເສີມ ການຜລິດ ແບບຮອບດ້ານ ຄືສົ່ງເສີມ ດ້ານກະສິກັມ, ດ້ານການ ບໍຣິການ, ດ້ານການລົງທຶນ ອຸດສາຫະກັມ ແລະ ດ້ານຝີມື ແຮງງານ, ໂດຍເລັ່ງໃສ່ 70 ກ່ວາບ້ານ ໃນ 3 ເມືອງ ຄື ເມືອງໄຊເສຖາ, ເມືອງພູວົງ ແລະ ເມືອງສານໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.