ການບິນສາກົນພະມ້າ ຈະເພີ້ມສາຍທາງບິນ
2012.06.18
ໂຄສົກ ສາຍການບິນ ສາກົນ ພະມ້າ ຖແລງຂ່າວ ໃນອາທິດ ຜ່ານມາວ່າ ສາຍການບິນ ສາກົນແຫ່ງຊາດ ພະມ້າ ຫລື MAI ມີໂຄງການ ຈະເລີ້ມຖ້ຽວບີນ ສາຍຕຣົງ ຈາກ ນະຄອນ ຢ້າງກຸ້ງ ໄປ ກຸງໂຊນ ເກົາຫລີໃຕ້ ເກາະຮົງກົງ ແລະ ນະຄອນຫລວງ ວຽງຈັນ ໃນທ້າຍປີນີ້.
ນາງ ດໍເອ ມາທະ ຫົວຫນ້າ ຝ່າຍຕລາດ ຖແລງວ່າ ຕາມແຜນການ ຂຍາຍ ກິຈການ ການບິນ ຂອງ ບໍຣິສັດ ທາງ ບໍຣິສັດ ຈະຊື້ເຄື່ອງບິນ ແອຣ໌ບັສ ເພີ້ມອີກ ໃນໂອກາດ ອັນໃກ້ໆນີ້ ເພື່ອຂຍາຍ ສາຍການບິນ. ໃນປັດຈຸບັນ ພວກທ່ານກຳລັງ ຫາລືກັບ ເຈົ້າຫນ້າທີ່ລາວ ແລະຫວັງວ່າ ຈະໄດ້ເລີ້ມ ບໍຣິການ ໄປນະຄອນຫລວງ ວຽງຈັນ ໃນເດືອນ ຕຸລາ ປີນີ້. ນາງວ່າ ສຳລັບຖ້ຽວບິນ ໄປເກາະ ຮົງກົງ ແລະ ກຸງໂຊນ ເກົາຫລີໃຕ້ ນັ້ນຈະຕາມ ພາຍຫລັງ ຄາດວ່າ ກ່ອນທ້າຍປີນີ້.
ນອກຈາກນັ້ນ ນາງຍັງບອກ ອີກວ່າ ທາງບໍຣິສັດ ຈະເພີ້ມຖ້ຽວບິນ ໄປສິງກະໂປ ນະຄອນກາຢາ ທີ່ ອີນເດັຽ ແລະ ນະຄອນກວງຊູ ພາກໃຕ້ ຂອງຈີນ ຫລາຍຂື້ນ. ເລີ້ມແຕ່ວັນທີ 1 ເດືອນຕຸລາ ທາງບໍຣິສັດ ຈະເພີ້ມຖ້ຽວບິນ ພິເສດ ນື່ງຖ້ຽວ ຕໍ່ທິດ ໄປສິງກະໂປ ທີ່ຈະຮ່ວມ ຜູ້ໂດຍສານ ກັບສາຍການບິນ Jetstars ແລະ ກໍມີ ແຜນການ ຈະບິນສາຍຕຣົງ ໄປ ນະຄອນ ສຽມຣຽບ ປະເທດ ກຳພູຊາ ນຳອີກ.