ຫຼວງພຣະບາງ ເມືອງທີ່ໜ້າທ່ຽວຊົມ

ຫລວງພຣະບາງ ໄດ້ຖືກເລືອກ ໃຫ້ເປັນ ສະຖານທີ່ ທີ່ໜ້າ ທ່ອງທ່ຽວ ແລະໄດ້ຮັບ ຄວາມນິຍົມ ສູງສຸດ.
ໂພໄຊສວັດ
2012.01.06
F-LP-tourist ນັກທ່ອງທ່ຽວ ທັມມະຊາຕ ໃນຫຼວງພຣະບາງ
Marcel

ກົດຟັງສຽງ

ສໍາລັບໃນປີ 2011 ເມືອງ ຫລວງພຣະບາງ ໄດ້ຮັບລາງວັນ ຊນະເລີດ ໄດ້ເປັນເມືອງ ຍອດນິຍົມ ຂອງ ນັກທ່ອງທ່ຽວ ຈາກ ວາຣະສານ Wanderlust. ຫລັງຈາກ ທີ່ໄດ້ຖືກຮັບ ຂື້ນຊື່ເປັນ ເມືອງ ມໍຣະດົກ ໂລກ ຂອງ ອົງການ UNESCO ຍິ່ງກາຍເປັນ ທີ່ສົນໃຈ ຂອງ ນັກທ່ອງທ່ຽວ ຈາກ ທຸກມຸມໂລກ. ໃນປີ 2011 ມີນັກທ່ອງທ່ຽວ ເຂົ້າມາໃນ ແຂວງ ຫລວງພຣະບາງ ກວ່າ 1 ລ້ານຄົນ ເມື່ອທຽບໃສ່ກັບ ປີກາຍ ມີຈໍານວນ ເພີ້ມຂຶ້ນ 30 ສ່ວນຮ້ອຍ.

ຫລວງພຣະບາງ ມີສະຖານທີ່ ທ່ອງທ່ຽວ ທັງໝົດ 200 ກວ່າແຫ່ງ ມີບ່ອນທ່ອງທ່ຽວ ວັທນະທັມ 82 ແຫ່ງ ທັມະະຊາດ 106 ແຫ່ງ ປວັດສາດ 32 ແຫ່ງ. ນັກທ່ອງທ່ຽວ ຕ່າງປະເທດ ສ່ວນໃຫຍ່ ຈາກ ສະຫະພາບ ຢູໂຣບ ຍີ່ປຸ່ນ ຈີນ ແລະ ໄທ.

ເຈົ້າໜ້າທີ່ ຫ້ອງການ ທ່ອງທ່ຽວ ຫລວງພຣະບາງ ເປີດເຜີຍ ຫວ່າງມໍ່ໆ ຜ່ານມາວ່າ ປີນີ້ຈະເປັນ “ປີທ່ອງທ່ຽວລາວ 2012” ສະນັ້ນ ທາງຫ້ອງການ ທ່ອງທ່ຽວ ແຂວງຈຶ່ງ ເລັ່ງຍົກ ສມັຕຕະພາບ ການທ່ອງທ່ຽວ ໃຫ້ດີ ຂຶ້ນ ໂດຍສະເພາະ ແມ່ນດ້ານ ບໍຣິການ ສະຖານທີ່ ພັກແຮມ.

ນອກຈາກນີ້ ຍັງໄດ້ ປັບປຸງ ຫລາຍຮູບ ການທ່ອງທ່ຽວ ໃຫ້ມີສີສັນ ຫລາຍຂຶ້ນ ເຊັ່ນປັບປຸງ ສະຖານທີ່ ທ່ຽວຊົມ ວິວທິວທັດ ທັມມະຊາດ ການທ່ອງທ່ຽວ ແບບ ອະນຸຮັກ ທັມມະຊາດ ການທ່ອງທ່ຽວ ວັທນະທັມ ບັນດາ ເຜົ່າ ແລະ ຍ່າງທ່ຽວປ່າ. ເຈົ້າໜ້າທີ່ ຄາດວ່າ ພາຍໃນປີ 2012 ຈະມີນັກ ທ່ອງທ່ຽວ ເພີ້ມຂຶ້ນ ຮອດ 2 ລ້ານຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 08, 2012 12:32 AM

ເປັນສິ່ງທີ່ໜ້າພູມໃນໃຫ້ຄົນລາວທຸກຄົນມີສ່ວນຮ່ວມນຳກັນ ໂດຍສະເພາະຊາວແຂວງຫຼວງພະບາງ