ເຈົ້າໜ້າທີ່ຂັ້ນສູງ ລາວ-ຈີນພົບກັນ

ໃນວັນພຣະຫັດ ເຈົ້າໜ້າທີ່ ຂັ້ນສູງ ຈາກ ສປປ ລາວ ຈໍານວນ 20 ຄົນ ນໍາໂດຍ ທ່ານ ຈັນສະໝອນ ຈັນຍະລາດ ໄດ້ພົບປະ ກັບເຈົ້າໜ້າທີ່ ຂັ້ນສູງ ພັກ ຄອມມູຍນິສ ຈີນ ທ່ານ ລີວກີ ສະມາຊິກ ກົມການເມືອງ ສູນກາງພັກ.
ສົມເນ
2012.04.27

ກົດຟັງສຽງ

ການເດີນທາງໄປ ຢ້ຽມຢາມ ປະເທດຈີນ ຂອງຄນະ ເຈົ້າໜ້າທີ່ ຂັ້ນສູງ ສປປ ລາວ ເທື່ອນີ້ ກໍເພື່ອແລກປ່ຽນ ບົດຮຽນ ກັບຝ່າຍຈີນ ໃນດ້ານການ ນໍາພາ ແລະ ການປົກຄອງ ຕາມລາຍງານ ໜັງສືພິມ ທາງການຈີນ.

ລາຍງານວ່າ ໃນເວລາ ພົບປະກັນນັ້ນ ທ່ານ ລີວກີ ໄດ້ຍົກຍ້ອງ ຄວາມ ເປັນມິຕພາບ ທີ່ເຄີຽມີມາ ແລະ ຄວາມສັມພັນ ຣະຫ່ວາງ ຈີນກັບລາວ ໃນປັດຈຸບັນ. ທ່ານ ລີວກີວ່າ ພັກແລະຣັຖບານ ຈີນ ຖືວ່າ ຄວາມສັມພັນ ກັບ ສປປ ລາວ ມີຄວາມສໍາຄັນ ແລະ ຈະສືບຕໍ່ ເຮັດວຽກຮ່ວມກັນ ຕໍ່ໄປເພື່ອໃຫ້ ຄວາມສັມພັນ ສອງຝ່າຍ ແໜ້ນແຟ້ນຂື້ນ.

ທ່ານ ຈັນສະໝອນ ຈັນຍະລາດ ກັມມະການ ສູນກາງພັກ ແລະ ເປັນຮອງ ຣັຖມົນຕຣີ ປ້ອງກັນ ປະເທດກ່າວວ່າ ຄວາມເຊື່ອຖື ຊື່ງກັນແລະກັນ ດ້ານການເມືອງ ແລະ ການຮ່ວມມືກັນ ໃນຫລາຍຂົງເຂດ ວຽກງານ ຕ່າງໆກໍາລັງ ຂຍາຍໂຕ ແລະ ອອກໝາກອອກຜົນ ແລະວ່າ ສປປ ລາວ ຈະພຍາຍາມສຸດຂີດ ເພື່ອເຮັດໃຫ້ ຄວາມສັມພັນ ນີ້ແໜ້ນແຟ້ນ ຂື້ນເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 27, 2012 09:39 AM

ຜູກມິດໄວ້ດີກ່ວາມີສັດຕຣູ,ຖ້າມີໝາລົບຫລູ່ ສູ້ມັນໃຫ້ຈົນດີ້ນ.

Anonymous
Apr 28, 2012 04:43 AM

ລັດຖະບານລາວອ່ອນຫລາຍ ອ້າງຕົນເອງວ່າມີໄຫວພິບສູງຢູ່ສະເຫນມີ ແຕ່ປະຈູບັນ ພັກມີແຕ່ຄວາມແູຕກແຍກ ຫລີ້ນພັກຫລີ້ນພວກ ສຸດທ້າຍຜະເລັດການ...

Anonymous
Apr 30, 2012 07:58 AM

ຂ້າພຣະເຈົ້າຄິດວ່າອີກສິບປີປະເທດລາວກໍຈະກາຍເປັນປະເທດຈີນແລ້ວສນັ້ນຜູກສຳພັນກັບເຂົາໄວ້ຈັກນ້ອຍຄົນລາວຈະບໍ່ມີບ່ອນຢູ່.

Anonymous
May 01, 2012 03:03 AM

ນົກຮ້ອງກໍ່ຕ້ອງວ່າດີ,ທະນີຮ້ອງກໍ່ຕ້ອງເວົ້າວ່າມ່ວນ ຊີ້ນກາງຫີບແທ້ໆກໍ່ຫນ້າເຫັນໄຈ ແນວໄດກໍ່ຕ້ອງໄປໃຫ້ຖືກປ່ອງ ລ່ອງໃຫ້ຖືກແປວນັ້ນແລ້ວມັນຈຶ່ງຈະເປັນການດີ.

Anonymous
Apr 29, 2012 05:40 AM

ດີຫລາຍແທ້ໆໄປຜູກມິດໄວ້ກັບຈີນ ແລະ ຢ່າລືມຂໍເອົາໝີ ແພນດາ ມາລ້ຽງໄວ້ເປັນແນວຈະດີເປັນພິເສດ ຖ້າມີໝາວໍ້ ເກີດປ່ວງບ້າຂຶ້ນ ກໍ່ປອ່ຍໝີ ແພນດາ ອອກຕໍ່ສູ້ແທນ.