ຂໍ້ມູນສິນຄ້າເຂົ້າອອກ ຂ.ຫຼວງພຣະບາງ
2012.02.01
ກົດຟັງສຽງ
ປັດຈຸບັນ ແຂວງ ຫລວງພຣະບາງ ມີການ ນໍາສິນຄ້າເຂົ້າ ແລະ ສົ່ງອອກ ຫລາຍຂື້ນ ຮວມທັງ ການຄ້າ ກັບຕ່າງປະເທດ ກໍຫລາຍຂື້ນ ແຕ່ເຫັນວ່າ ລະບົບການ ເກັບກໍາ ຂໍ້ມູນ ຍັງບໍ່ດີພໍ ຈື່ງເຮັດໃຫ້ ໂຕເລກ ໃນການ ຊື້ແລະຂາຍ ສິນຄ້າ ບໍ່ຖືກຕ້ອງ ຕາມຄວາມເປັນຈິງ. ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ໃນແຂວງ ເປີດເຜີຽວ່າ:
"ໄປເຮັດໃບ ຜ່ານແດນ ແລ້ວກໍອອກໄປ ຕ່າງປະເທດເລີຽ ຈັ່ງຊີ້ ພວກເຮົາ ຢູ່ທາງໃນ ເກັບກໍາ ສະຖິຕິບໍ່ໄດ້ ຫລາຍຫັ້ນນະ. ສົ່ງອອກນີ້ ສ່ວນຫລາຍໄປຈີນ ແລ້ວຮອງລົງມາ ກໍແມ່ນໄທ. ເຂົ້ານີ້ ສ່ວນຫລາຍ ຈະແມ່ນ ໄທ ສອງມາ ກໍແມ່ນຈີນ".
ຍານາງວ່າ ຕາມທັມມະດາ ຝ່າຍນໍາເຂົ້າ ແລະ ສົ່ງອອກ ເປັນຜູ້ເກັບກໍາ ຂໍ້ມູນ ແຕ່ວ່າ ພໍໍ່ຄ້າ-ແມ່ຄ້າ ບາງຈໍາພວກ ເຮັດໜັງສື ນໍາເຂົ້າ ຫລືສົ່ງອອກ ຢູ່ດ່ານ ຊາຍແດນ ໂດຍກົງ ໂດຍບໍ່ແຈ້ງ ຕໍ່ຜແນກ ອຸດສາຫະກັມ ແລະ ການຄ້າແຂວງເລີຽ ເຮັດໃຫ້ທາງ ຜແນກ ບໍ່ສາມາດ ເກັບກໍາ ຂໍ້ມູນໄດ້ ແລະ ມີຄວາມຫຍຸ້ງຍາກ ໃນການເກັບ ພາສີ.
ຍານາງວ່າ ການຄ້າ ແຂວງຫລວງພຣະບາງ ສໍາລັບປີ 2011 ນີ້ຖືວ່າໄດ້ ປຽບດຸນການຄ້າ ເປັນຢ່າງດີ ມູນຄ່າ ໃນການສົ່ງອອກ ປະມານ 40 ລ້ານ ກັບ 7 ແສນໂດລາ ສະຫະຣັຖ ສ່ວນນໍາເຂົ້າ ນັ້ນ ມີມູນຄ່າ 21 ລ້ານ ໂດລາກວ່າໆ. ຫາກມີການ ປັບປຸງ ລະບົບເກັບກໍາ ສະຖິຕິ ນໍາເຂົ້າ ແລະສົ່ງອອກ ໃຫ້ດີກ່ວານີ້ ຈະເຣັດໃຫ້ ການເກັບ ພາສີ ລາຍໄດ້ ດີຂື້ນ.