ໄທໃຫ້ຈີນເຕືອນ ກ່ອນປ່ອຍນໍ້າຈາກເຂື່ອນ
2011.07.19

ກົດຟັງສຽງ
ປະຊາຊົນ ໃນ ປະເທສ ເຂຕລຸ່ມ ແມ່ນ້ຳຂອງ ສາມຫລ່ຽມຄຳ ຈາກ ແຂວງ ຊຽງຮາຍ ຂອງໄທຽ
ມີຄວາມ ເປັນຫ່ວງນຳ ສະຖານະກາຣ ໃນຣະດູຝົນ ປີນີ້ ແລະ ມີຄວາມ ຢ້ານກົວ ຍ້ອນຣະດັບ
ນ້ຳຂອງ ມີກາຣຂຶ້ນໆ-ລົງໆ ຜິດ ປົກກະຕິ ທີ່ອາຈເກີດ ມາຈາກ ກາຣອັດ ແລະ ປ່ອຍນ້ຳ
ຈາກເຂື່ອນ ໃນຊາຍ ແດນຈີນ ກໍເປັນໄດ້ ຈຶ່ງໄດ້ ຂໍຮ້ອງໃຫ້ ທາງກາຣ ຈີນ ປະກາສ
ແຈ້ງເຕືອນ ພັຍ ລ່ວງໜ້າ ແດ່ ຫາກເມື່ອໃດ ຈະມີກາຣ ປ່ອຍນ້ຳ ລົງມາ ນັ້ນ.
ດັ່ງທ່ານ ຄຳເກີດ ແກ້ວວິຊຽນ ເຈົ້າໜ້າທີ່ ຈາກ ແຂວງ ຊຽງຮາຍ ໄດ້ກ່າວວ່າ:
“ຢ່າງນ້ອຍ ທີ່ສຸດ ທີ່ທາງ ພວກເຮົາ ຂໍຄວາມ ຊ່ວຍເຫລືອນັ້ນ ກໍຄືວ່າ ເວລາໃດ ທີ່ເກີດ ເຫຕກາຣ ເຂື່ອນແມ່ນ້ຳຂອງ ຫາກເພພັງ ນັ້ນ ກໍຂໍຄວາມ ຮ່ວມມື ຈາກທາງ ປະເທສຈີນ ຈົ່ງໄດ້ແຈ້ງ ໃຫ້ທາງຝ່າຍ ລຸ່ມ ແມ່ນ້ຳຂອງ ຮູ້ນຳ ໃຫ້ໄວ ທີ່ສຸດ ແລະ ທາງກາຣຝ່າຍ ຈີນ ກໍໄດ້ຮັບ ປາກຄຳໄວ້ວ່າ ຖ້າມີ ເຫຕກາຣ ເຂື່ອນ ເພພັງ ດັ່ງທີ່ ໄດ້ກ່າວ ໄປນັ້ນ ທາງກາຣຝ່າຍ ຈີນ ກໍວ່າ ຈະອອກຂ່າວ ທາງ ວິທຍຸ ແລະ ແຈ້ງເຕືອນ ໃຫ້ພວກເຮົາ ຊາຍນຳ”.
ພ້ອມດຽວ ກັນນີ້ ທ່ານກໍວ່າ ປະຊາຊົນ ໃນເຂຕ 3 ຫລ່ຽມຄຳ ກໍຮວມທັງ ຊາວລາວ ໄທຽ ແລະ ພະມ້າ ຈະຕ້ອງ ໄດ້ມີກາຣ ຕິດຕໍ່ ປະສານ ຄວາມຮ່ວມມື ຈາກກໍຣະນີ ຫາກເກີດ ພາວະ ນ້ຳຖ້ວມ ກະທັນຫັນ ໃນ ອະນາຄົຕ ໂດຽທາງຝ່າຍ ໄທຽ ເປັນຜູ້ ຕິດຕໍ່ ໂດຽກົງ ແລະ ທາງກາຣ ແຂວງ ຢູນນານ ຂອງ ຈີນ ກໍໄດ້ ຕົກລົງ ທີ່ຈະມີ ກາຣແຈ້ງ ໃຫ້ທາງ ຝ່າຍໄທຽ ໄດ້ຮັບຮູ້ ແລະ ຫລັງຈາກນັ້ນ ກໍຈະແມ່ນ ທາງຝ່າຍໄທຽ ຈະໄດ້ ແຈ້ງໄປ ຍັງທາງ ຝ່າຍລາວ ແລະ ພະມ້າ ໃຫ້ ຮັບຮູ້ ນຳ.