ລະບົບຂົນສົ່ງ logistic ຕາມທາງ R3a

ຍັງບໍ່ມີ ຄວາມຄືບໜ້າ ກ່ຽວກັບ ການພັທນາ ລະບົບຂົນສົ່ງ logistic ຕາມເສັ້ນທາງ R3a.
ໂພໄຊສວັດ
2011.01.21

ກົດຟັງສຽງ

ເຈົ້າໜ້າທີ່ ຈາກຫ້ອງການ ຜແນກແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ ໄດ້ເວົ້າເຖິງ ຄວາມຄືບໜ້າຂອງ ໂຄງການ ພັທນາ ລະບົບຂົນສົ່ງ logistic ຕາມເສັ້ນທາງ R3a ໃນແຂວງບໍ່ແກ້ວ ວ່າເຖິງ ປັດຈຸບັນນີ້ ຍັງບໍ່ທັນມີ ຄວາມຄືບໜ້າ ທີ່ແຈ່ມແຈ້ງເທື່ອ ເພາະບໍລິສັດ ເອກກະຊົນຍັງ ບໍ່ມີຄວາມໝັ້ນໃຈ ກ່ຽວກັບການໃຫ້ ສຳປະທານພື້ນທີ່ດິນ ຂອງທາງການລາວ. ນອກຈາກນັ້ນ ກໍຍັງມີຫລາຍແນວ ທີ່ຍັງບໍ່ທັນມີ ຂໍ້ສລຸບ ເຈົ້າໜ້າທີ່ເວົ້າວ່າ:

"ກໍດຽວນີ້ ຍັງເທື່ອ ເພາະເສັ້ນທາງ R3 ພວກເຣົາຍັງມີ ບັນຫາເດ໋ະ ກັບຂົວສະພານ ກໍຍັງບໍ ມັນບໍເສັດ ແຕ່ຖ້າມັນ ເສັດແລ້ວ ກໍອາດຈະມີ ເພາະມັນຈະເປີດກວ້າງ ຂົນສົ່ງ ເຂົ້າຈີນເຂົ້າ ຫຍັງຕ່າງໆ".

ທ່ານເວົ້າຕໍ່ໄປວ່າ ຖນົນ R3a ກໍມີຫລາຍບ່ອນ ທີ່ເພພັງຢູ່ເລື້ອຍໆ ເຮັດໃຫ້ນັກລົງທຶນ ເຫັນວ່າຖນົນຫົນທາງ ສາຍນີ້ບໍ່ດີ, ຈຶ່ງບໍ່ສາມາດ ດຶງດູດ ນັກລົງທຶນ ໃຫ້ເຂົ້າມາລົງທຶນ ຢ່າງຫລວງຫລາຍໄດ້.      ນອກຈາກນັ້ນ ໂຄງການສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ກໍຫລ້າຊ້າ ຊຶ່ງຍັງຫາທາງ ແກ້ໄຂບໍ່ທັນໄດ້ເທື່ອ ຊຶ່ງເຫດການ ທັງໝົດ ນີ້ເຮັດໃຫ້ ນັກລົງທຶນ ຕ້ອງເລື່ອນການລົງທຶນ ອອກໄປກ່ອນ ແລະ ລໍຖ້າເວລາ ທີ່ເໝາະສົມ ໃນອະນາຄົດ.

ສຳລັບນັກລົງທຶນ ຊາວໄທ ຈາກແຂວງຊຽງຮາຍ ທ່ານສຸຊາດຈັນແກ້ວ ກໍຍອມຮັບວ່າ ໂຄງການພັທນາ ລະບົບຂົນສົ່ງ logistic ຕາມເສັ້ນທາງ R3a ໃນແຂວງບໍ່ແກ້ວ ຈະປະສົບ ຄວາມສຳເຣັດ ຫາກ ຣັຖບານລາວ ເຂົ້າມາເອົາໃຈໃສ່ ກຳກັບກິຈການ ຢ່າງຈິງຈັງ ເພື່ອດຶງດູດ ນັກລົງທຶນ ແລະເຮັດໃຫ້ ພວກຂະເຈົ້າ ໝັ້ນໃຈວ່າ ການລົງທຶນ ລຽບແຄມເສັ້ນທາງ R3a ນັ້ນຈະມີ ປະສິດທິພາບ ພຽງພໍ. ນອກຈາກນີ້ ຣັຖບານລາວ ຄວນມາເປັນຄົນກາງ ຜູ້ປະສານງານ ແລະຊ່ວຍ ໃຫ້ຄວາມສດວກ ລະຫວ່າງ ບັນດາຜູ້ຢາກມາ ລົງທຶນທົ່ວໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.