ການລັກຕັດໄມ້ໃນລາວ
2011.04.04
ກົດຟັງສຽງ
ການລັກຕັດໄມ້ເກີນ ໂຄຕາ ທີ່ທາງການ ອະນຸມັດໃຫ້ ແລະ ຕັດໄມ້ບໍ່ມີໂຄຕາ ຢູ່ຕາມເຂດ ຊາຍແດນ ຍັງປາກົດມີ ຢູ່ໃນແຂວງ ຫລວງພຣະບາງ ຍ້ອນນັກ ທຸຣະກິດ ສວຍໂອກາດ ສົມທົບ ກັບຄົນລາວ ໃນທ້ອງຖິ່ນ ທີ່ຫາກໍາໄຣ, ຕາມທີ່ເຈົ້າໜ້າທີ່ ຫ້ອງການ ໄອຍະການ ປະຊາຊົນ ແຂວງ ຫລວງພຣະບາງ ໄດ້ກ່າວ:
"ບາງຄັ້ງຄາວ ກໍມີໃດ ເພາະວ່າເຂົາເຈົ້າ ຈະສວຍໂອກາດ ແລະ ກໍຕັດໄປມັນກໍມີ, ມັນກໍມີນັກລົງທືນ ຂ້າງນອກແດ່ ແລະ ກໍສົມທົບກັບ ຄົນລາວ ກໍມີມັນກໍບໍ່ ແນ່ນອນດອກ ບາງເທື່ອບໍ່ມີ ໂຄຕາຊໍ້າ ຈະລັກຕັດເລີຽ ສ່ວນຫລາຍ ມັນເກີນໂຄຕາ ສ່ວນຫລາຍມັນກໍ ຄົນລາວ ມັນເກີດຂື້ນຢູ່".
ທ່ານວ່າການ ລັກຕັດໄມ້ນີ້ ມັນກໍມີຫລາຍ ແບບຫລາຍວິທີ, ສ່ວນຫລາຍ ນັກລົງທືນ ຈະລົງມືສໍາຣວດປ່າ ໂດຍຕົນເອງ ເສັຽກ່ອນ, ເມື່ອຮູ້ຈັກໄມ້ຊນິດ ທີ່ຕ້ອງການແລ້ວ ເຂົາກໍຈ້າງຄົນລາວ ໃນທ້ອງຖິ່ນໄປຕັດ ໃຫ້ແລ້ວນໍາໄມ້ ໄປສົ່ງຕາມຈຸດ ທີ່ນັດໝາຍກັນ. ໄມ້ທີ່ເຂົາຕັດນັ້ນ ເປັນໄມ້ເນື້ອແຂງ ເຊັ່ນ:ໄມ້ດູ່,ໄມ້ຂ່າ. ໄມ້ທີ່ຕັດເກີນ ໂຄຕານັ້ນ ຖ້າວ່າຢູ່ໄກຊາຍແດນ ນັກລົງທືນ ມັກຈະຂາຍເຂົ້າ ໂຮງເລື່ອຍ ໃນທັນທີ່ໂລດ, ຖ້າວ່າຢູ່ໃກ້ ຊາຍແດນ ເຂົາກໍຈະສົ່ງອອກໄປ ປະເທດເພື່ອນບ້ານ, ແລ້ວແຕ່ແຜນຂອງເຂົາ ທີ່ວາງໄວ້ລ່ວງໜ້າ:
"ແນ່ນອນຕັດແລ້ວ ເຂົາເຈົ້າກໍເຂົ້າໂຮງເລື່ອຍ ແລ້ວກໍສົ່ງອອກຂາຍໂລດ ສ່ວນຫລາຍຈະຂາຍ ອອກຢູ່ພາຍໃນກໍມີ ແລ້ວແຕ່ເງື່ອນໄຂ ເຂົາສະດວກ".
ການຕັດໄມ້ເກີນ ໂຄຕາ ອະນຸມັດໃຫ້ນັ້ນ ມີຢ່າງກວ້າງຂວາງ ຢູ່ໃນລາວ ແລະມີມາໄດ້ ຫລາຍປີແລ້ວ ທັງພໍ່ຄ້າເອກກະຊົນ ແລະ ທັງຫນ່ວຍງານຂອງ ພາກຣັດ, ຍ້ອນວ່າຍັງ ບໍ່ສາມາດຄວບຄຸມ ກັນໄດ້ ເຖິງແມ່ນວ່າ ມີກົດໝາຍທີ່ຮັດກຸມ ແລະ ຣັຖບານໄດ້ວາງນະໂຍບາຍ ອອກກໍດີ.