ໂຄງການເຊື່ອມໂຍງເສັ້ນທາງ ລາວ-ໄທ

ຣັຖບານໄທ ອະນຸມັດ ເງີນກູ້ 718 ລ້ານບາດ ໃນໂຄງການ ເຊື່ອມໂຍງ ຖນົນ ຣະຫວ່າງ ແຂວງ ອຸດຕະຣະດິດ ຂອງໄທ ຫາແຂວງ ໄຊຍະບູຣີ ຂອງລາວ.
ສິດນີ
2012.05.07

ກົດຟັງສຽງ

ໃນອາທິດນີ້ ຣັຖບານໄທ ໄດ້ອະນຸມັດ ເງີນກູ້ ດ້ວຍດອກເບັ້ຽຕ່ຳ ໃນໂຄງການເຊື່ອມຕໍ່ ຖນົນ ທີ່ມີຄວາມຍາວ ປະມານ 33 ກິໂລແມັດ ຈາກດ່ານເຂົ້າອອກ ພູດູ່ ແຂວງ ອຸດຕະຣາດີດ ຂອງໄທ ໄປຫາເມືອງ ປາກລາຍ ແຂວງ ໄຊຍະບູຣີ ຂອງລາວ.

ໂຄງການດັ່ງກ່າວ ແມ່ນເພື່ອ ຍົກຣະດັບ ການຄ້າ ຣະຫວ່າງ ສອງປະເທດ ໂດຍສະເພາະ ການສົ່ງອອກ ສີນຄ້າ. ຄ່າໃຊ້ຈ່າຍ ໃນການກໍ່ສ້າງ ຖນົນສາຍດັ່ງກ່າວ ຈະຕົກຢູ່ ປະມານ 718 ລ້ານບາດ ໃນນັ້ນ ເງີນ ໃຫ້ລ້າ ປະມານ 143.6 ລ້ານບາດ ຫລືປະມານ 20% ຂອງຄ່າ ການກໍ່ສ້າງ ໄດ້ຕົກລົງເຫັນພ້ອມ ຈາກຄນະຣັຖບານ ແລະ ສ່ວນເຫລືອ ປະມານ 574.4 ລ້ານບາດ ແມ່ນເງີນກູ້ ດ້ວຍດອກເບັ້ຽຕ່ຳ ປະມານ 1.5% ໃນຣະຍະ 30 ປີ ແລະ ຫລັງຈາກການ ສ້າງສຳເຣັດ 10 ປີ ຈື່ງຈ່າຍ.

ທ່ານ ປາດີຫານ ຮີມທອງກອນ ຮອງໂຄສົກ ຣັຖບານໄທ ກ່າວວ່າ ກຸ່ມທຸຣະກິດ ການຄ້າໄທ ຈະໄດ້ຮັບ ຜົລປໂຍດ ຈາກຖນົນສາຍນີ້ ໃນຂນະທີ່ ແຂວງ ໄຊຍະບູຣີ ຈະກາຍເປັນ ສູນກາງການ ປູກເຂົ້າໂພດ ລາຍ ໃຫຍ່ ໃນອະນາຄົດ ແລະ ເສຖກິດ ຂອງລາວ ກໍມີການເຕີບໂຕ ຣະຫວ່າງ 7-8% ໃນແຕ່ລະປີ.

ມູນຄ່າການຄ້າ ຣະຫວ່າງໄທ ກັບລາວ ຜ່ານແຂວງ ອຸດຕະຣາດິດ ໃນປີທີ່ຜ່ານມາ ມີຢູ່ປະມານ 231.18 ລ້ານບາດ ຊື່ງໄທ ເປັນຝ່າຍໄດ້ປຽບ ດູນການຄ້າ ປະມານ 139.29 ລ້ານບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 07, 2012 10:31 AM

ກູ້ລົງໄປຢືມລົງໄປສ້າງຄວາມຈະເລີນແລະຄວາມສີວິໄລຮຸ່ງ ເຮືອງເຫລືອງເຫລື້ອມລົງ ໃຫ້ແກ່ປະເທສຊາຕບ້ານເມືອງ ພ້ອມຝາກໄວ້ເປັນອະນຸສອນແກ່ພວກລາວລູ້ນເກີດໃໝ່ໃຫ່ຍ ລຸນຕາມມາ ພວກເຂົາຈະຕີຄ້ອງຮ້ອງປ່າວວ່າ ຊົມເຊີຍ,ໄນຄວາມສາມາດສະລາດສ່ອງໃສ.ລາວສ້າງ,ລາວໃຊ້ ລາວໄດ້ຄວາມກ້າວຫນ້າທຽບທັນທຸກປະເທສ ໃນຍຸກໂລກາພິວັດ,ດີແທ້ໆ ແລະກໍ່ດີອີຫລີ!!

Anonymous
May 07, 2012 12:13 PM

ລາວໄດ້ຮັບກຳໄລມະຫາສານເງິນຫນ້ີໄທເພີ່ມພູນຄວາມສລາດ ພ້ອມໄດ້ຮັບຄວາມສະດວກຮອບດ້ານ,ທັງສວຍ,ລວຍແລະເກ່ງ.