ກົດໝາຍສໍາລັບລາວນອກ ຍັງບໍ່ຄືບໜ້າ

ສປປລາວ ຍັງບໍ່ມີ ການນໍາໃຊ້ ກົດໝາຍ ກ່ຽວກັບສິດທິ ຂອງຄົນລາວຈາກ ຕ່າງປະເທດ.
ໂພໄຊສວັດ
2011.01.21

ກົດຟັງສຽງ

ກົດໝາຍວ່າດ້ວຍ ສິດທິຄົນລາວ ຈາກ ຕ່າງປະເທດ ທີ່ຈະຂໍກັບຄືນ ເຂົ້າມາຢູ່ ສປປລາວ ຍັງບໍ່ທັນໄດ້ ຖືກນຳມາໃຊ້ ຢ່າງເປັນທາງການເທື່ອ, ເຖິງວ່າຮ່າງກົດໝາຍ ດັ່ງກ່າວ ໄດ້ຜ່ານສະພາ ແຕ່ທ້າຍປີ 2010 ແລ້ວກໍຕາມ.

ກົດໝາຍສະບັບ ດັ່ງກ່າວນີ້ ມີໃຈຄວາມ ສຳຄັນກ່ຽວກັບ ສິດທິຄອບຄອງ ທີ່ດິນ, ສິດທິ ໃນການລົງທຶນ, ສິດເສຣີພາບ ໃນຖານະຄົນ ຕ່າງດ້າວ ທີ່ພັກເຊົາໃນລາວ, ຈົນເຖິງ ປັດຈຸບັນນີ້ ຍັງບໍ່ທັນມີ ຄວາມຄືບໜ້າ ໃນການປະກາດ ນຳໃຊ້ເທື່ອ, ຊຶ່ງເຈົ້າໜ້າທີ່ ຈາກກະຊວງການ ຕ່າງປະເທດ ກໍໃຫ້ຂໍ້ມູນ ໄດ້ແຕ່ວ່າ ຍັງຕ້ອງໄດ້ ປ່ຽນແປງແກ້ໄຂ ອີກຫລາຍມາດຕຣາ:

"ພາກສ່ວນທີ່ ຮັບຜິດຊອບ ກໍໄດ້ຄົ້ນຄວ້າ ແລ້ວເນາະ ມັນກໍຢູ່ທີ່ວ່າ ຂັ້ນເທິງ ເຂົາຈະພິຈາຣະນາ ແບບໃດ ຫລືບາງເທື່ອເຂົາ ຈະຕ້ອງ ປັບປຸງແບບໃດ ເພາະສະນັ້ນ ກໍຕ້ອງໄດ້ໃຊ້ ເວລາ".

ທ່ານເວົ້າຕໍ່ໄປວ່າ ເຣື້ອງການນຳໃຊ້ ກົດໝາຍນີ້ ຫລາຍຝ່າຍກຳລັງ ພິຈາຣະນາ ໃນຮອບສຸດທ້າຍ ຊຶ່ງມີ ມາດຕຣາ ທີ່ສຳຄັນເຊັ່ນ ສິດທິການ ຄອບຄອງທີ່ດິນ, ສິດທິ ການຖືສັນຊາດ ແລະ ສິດທິການ ຢູ່ອາສັຍ, ຊຶ່ງທັງໝົດນີ້ ຕ້ອງໄດ້ ພິຈາຣະນາ ຢ່າງຮອບຄອບ.

ຮ່າງກົດໝາຍ ວ່າດ້ວຍສິດທິ ຄົນລາວ ຈາກຕ່າງປະເທດ ໄດ້ນຳຂຶ້ນມາ ປຶກສາຫາລືກັນ ໃນກອງປະຊຸມ ສະພາແຫ່ງຊາດ ສໄມສາມັນຄັ້ງທີ 7 ໃນປີ 2009, ຊຶ່ງການສເນີ ກົດໝາຍ ດັ່ງກ່າວກໍເພື່ອດຶງດູດ ເອົາຄົນລາວ ຈາກ ຕ່າງປະເທດ ໃຫ້ເຂົ້າມາມີ ສ່ວນຮ່ວມໃນການ ສ້າງສາພັທນາ ປະເທດ ແລະຫລຸດຜ່ອນ ຄວາມລະແວງສົງໄສ ລະຫວ່າງຄົນລາວ ທີ່ຢູ່ພາຍ ໃນປະເທດ ແລະ ຄົນລາວທີ່ມາຈາກ ຕ່ງປະເທດ.

ຮ່າງກົດໝາຍ ວ່າດ້ວຍ ສິດທິຄົນລາວ ຈາກຕ່າງປະເທດ ກໍໄດ້ຜ່ານການ ພິຈາຣະນາ ໃນກອງປະຊຸມ ສໄມສາມັນ ຄັ້ງທີ 10 ທີ່ໄດ້ມີຂຶ້ນ ເມື່ອທ້າຍປີ 2010.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.