ລາວນອກຮຽກຮ້ອງໃຫ້ມີ ປະຊາທິປະຕັຍໃນລາວ

ເມື່ອວັນເສົາ ຜ່ານມາ ຊາວລາວ-ອະເມຣິກັນ ໃນເຂດ ເມືອງ Lowell ຣັຖ Massachusetts ແລະ ຊາວລາວ ອະເມຣິກັນ ຈາກຕ່າງຣັຖ ແລະ ຈາກ ຕ່າງປະເທດ ປະມານ 60 ຄົນ ຮ່ວມທັງ ອາລິຍະພອນ ຈັນທະລາ ນື່ງໃນຫົວໜ້າ ຂະບວນການ ນັກສຶກສາ ທີ່ທໍາການ ປະທ້ວງ ເພື່ອ ປະຊາທິປະຕັຍ ເມື່ອປີ 1999 ຢູ່ນະຄອນຫລວງ ວຽງຈັນ ກໍໄດ້ຮ່ວມ ໃນພິທີ ສລອງ ມໍຣະດົກ ແລະ ທຸງເສຣີພາບ ລາວ ຄົບຮອບ 8 ປີ ຢູ່ຫ້ອງການເມືອງ ເມືອງ Lowell. ຕາມຣາຍງານ ໜັງສືພິມ Lowell Sun.

ມາດາມ Rita Mercier ທີ່ປຶກສາ ໂຮງການເມືອງ Lowell ຣັດ Massachusetts ກໍາລັງກ່າວຕໍ່ ຊາວລາວ-ອະເມຣິກັນ ແລະ ຊາວລາວ-ອະເມຣິກັນ ຈາກຕ່າງຣັຖ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມ ພິທີສລອງທຸງ ມໍຣະດົກ ຂອງລາວ ໃນວັນທີ 18 ສິງຫາ 2012. Lao-gn

ເພື່ອປະກອບສ່ວນ ໃນການສລອງນັ້ນ ທາງຄນະຈັດ ພິທີ ໄດ້ໃຫ້ກຽດ ແກ່ບຸຄຄົນ ສໍາຄັນ ທີ່ເຂົ້າຮ່ວມ ຂື້ນກ່າວ ອອກຄວາມຄິດເຫັນ ຮຽກຮ້ອງ ແບບສັນຕິ ໃຫ້ມີ ການປ່ຽນແປງ ໃນລາວ ຄືຕ້ອງການໃຫ້ ຣັຖບານ ສປປ ລາວ ປ່ຽນຣະບອບ ການປົກຄອງ ໄປສູ່ ປະຊາທິປະຕັຍ. ທ່ານ Nicholas Souphale  ອາຍຸ 50 ປີ ທີ່ຍ້າຍມາ ຕັ້ງຖິ່ນຖານ ຢູ່ເມືອງນີ້ ເມື່ອປີ 1980  ກ່າວວ່າ “ທ່ານຮັກ ປະເທດລາວ ແຕ່ທ່ານບໍ່ມັກ ຣັຖບານ ຄອມມູຍນິສ”.

ການສລອງ ຄັ້ງນີ້ຍັງມີ ເຈົ້າເມືອງໆ Lowell  ທ່ານ Patrick Murphy ທີ່ປຶກສາ ຫ້ອງການ ຂອງເມືອງ ມາດາມ Rita Mercier ແລະ Vesna Nuon ເຂົ້າຮ່ວມນໍາ. ທ່ານ Murphy ກ່າວວ່າ “ຊາວລາວ ຢູ່ໃນເຂດເມືອງ Lowell ມີຄວາມສາມັກຄີ ກັບອ້າຍ ເອື້ອຍ ນ້ອງ ຂອງເຂົາເຈົ້າ ຢູ່ລາວ”.

ນອກນັ້ນຍັງມີ ນັກລົບເກົ່າ ຊາວວຽດນາມ ທີ່ເຄີຽຕໍ່ຕ້ານ ການແພ່ຂຍາຍ ຂອງຣັດທິ ຄອມມູຍນິສ ຮ່ວມກັບ ທະຫານ ສະຫະຣັຖ ອະເມຣິກາ ໃນປາງສົງຄາມ ວຽດນາມ. ທ່ານ ຄໍາແຖ່ນ ຈິນຍາວົງ ປະທານ ອົງການ ແນວຮ່ວມລາວ ກ່າວຂອບໃຈ ເຈົ້າໜ້າທີ່ ປະຈໍາເມືອງ ທີ່ໃຫ້ຈັດຕັ້ງ ພິທີສລອງ ທຸງເສຣີພາບ ຊື່ງແມ່ນ ທຸງຊ້າງສາມຫົວ ຂອງອະດີດ ຣາຊອານາຈັກລາວ ແລະ ເປັນທຸງ ມໍຣະດົກ ລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org