ຄົນລາວໄດ້ຮັບກຽດ ຖືທວນໄຟໂອລິມປິຄ

ຄົນລາວ ຖືກຄັດເລືອກ ໃຫ້ເປັນ ຜູ້ຖືທວນໄຟ ໂອລິມປິຄ ໃຫ້ ອົງກາຣ ອາຫາຣໂລກ.

ນາງວາສນາ (ວາດສະໜາ) ສິນທະວົງ ພນັກງານ ຂອງອົງກາຣ ອາຫາຣໂລກ (ເສື້ອສີຟ້າ) ກໍາລັງ ອະທິບາຍ ເຣື້ອງກາຣກິນ ອາຫານ ເພື່ອບໍາຣຸງ ຮ່າງກາຍ ໃຫ້ແກ່ແມ່ ແລະເດັກນ້ອຍ ຕາມບ້ານນ້ອຍ ເມືອງໃຫຍ່ ທີ່ນາງໄດ້ອອກ ປະຕິບັດງານ ໃນນາມພນັກງານ ຂອງອົງການ ອາຫານໂລກ. WFP/Vadsana

ນາງວາສນາ (ວາດສະໜາ) ສິນທະວົງ ພນັກງານ ຂອງ ອົງກາຣ ອາຫາຣໂລກ ຫລື WFP ຖືກຄັດເລືອກ ໃຫ້ເປັນ ຕົວແທນ ອົງກາຣ ອາຫາຣໂລກ ສະຫະປະຊາຊາຕ ໃນກາຣ ແລ່ນຜັດປ່ຽນ ຖືທວນໄຟ ໂອລິມປິຄປີ 2012 ນີ້ ທີ່ກຸງ ລອນດອນ.

ບົທຂ່າວ ຂອງອົງກາຣ ອາຫາຣໂລກ ຣາຍງານ ໃນມື້ວັນທີ 25 ມິຖຸນາ ນີ້ວ່າ ຍານາງ Ertharin Cousin ຜູ້ອຳນວຍກາຣ ຂອງ ອົງກາຣ ອາຫາຣໂລກ ໄດ້ຄັດເລືອກ ເອົານາງ ວາສນາ ຈາກຣາຍຊື່ ທີ່ຖືກສົ່ງ ໄປຈາກກວ່າ 70 ປະເທສ ທີ່ທາງອົງກາຣ ອາຫາຣໂລກ ມີກາຣ ປະຕິບັຕ ວຽກງານຢູ່. ກ່ຽວກັບ ເຣື່ອງນີ້ ນາງວາສນາ ກໍມີຄວາມ "ຕື່ນເຕັ້ນ" ແລະ "ດີໃຈຫລາຍ" ທີ່ໄດ້ຖືກ ຄັດເລືອກ ຊຶ່ງນາງ ໄດ້ກ່າວເນັ້ນວ່າ:

"ກາຣຖືທວນໄຟ ໂອລິມປິຄ ນີ້ ເປັນກຽດ ຢ່າງສູງສົ່ງ ໃຫ້ແກ່ ຄອບຄົວ ແລະ ປະເທສຊາຕ" ແລະ "ເປັນຕົວແທນ ຂອງ ອົງກາຣ ອາຫາຣໂລກ ພ້ອກັບ ວຽກງານ ທີ່ຍິ່ງໃຫຍ່ ໃນເວທີ ສາກົລ".

ນາງວາສນາ ສິນທະວົງ ມີກໍາໜົດ ອອກເດີນທາງ ໄປເມືອງ Birmingham ສະຫະ ຣາຊອານາຈັກ ອັງກິດ ເພື່ອ ແລ່ນຖືທວນໄຟັ ໂອລິມປິຄ ໃນມື້ວັນທີ່ 1 ກໍຣະກະດາ 2012  ຊຶ່ງ ທວນໄຟ ໂອລິມປິຄ ຈະໄດ້ສືບຕໍ່ ໄປທີ່ກຸງ ລອນດອນ ເພືື່ມເຣີ່ມ ພິທີງານ ເປີດແຂ່ງຂັນ ກິລາ ໂອລິມປິຄ ໃນມື້ວັນທີ່ 27 ກໍຣະກະດາ 2012 ນີ້.

ອົງກາຣ ອາຫາຣໂລກ ເປັນອົງກາຣ ເພື່ອມະນຸສທັມ ເພື່ອຊ່ວຍ ຫລຸດຜ່ອນ ບັນຫາ ຄວາມອຶດຫີວ ໂດຽມີກາຣໃຫ້ ຄວາມຊ່ວຍເຫລືອ ສເລັ່ຽແລ້ວ ກວ່າ 90 ລ້ານຄົນ ໃນບໍ່ຕໍ່າກວ່າ 70 ປະເທສ ທົ່ວໂລກ ຊຶ່ງກໍຮວມທັງ ສປປລາວ ທີ່ໄດ້ຮັບ ກາຣຊ່ວຍເຫລືອ ດ້ານອາຫາຣ ກາຣກິນ ກວ່າ 8,800 ຕັນ ສຳຫລັບ ນໍາໄປ ແຈກຢາຍ ໃຫ້ປະຊາຊົນ ທົ່ວປະເທສ ປະມານ 610,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org