ລາວ-ວຽຕນາມຕ້ານ ກາຣຄ້າຢາເສພຕິດ

ລາວແລະວຽຕນາມ ເພີ່ມມາຕກາຣ ຕ້ານກາຣລັກລອບ ຄ້າຢາເສພຕິດ ຕາມຊາຍແດນ ຣະຫວ່າງກັນ.
ຫວາດ ສີມູນ
2010.12.21

ກົດຟັງສຽງ

ເຈົ້າໜ້າທີ່ ໜ່ວຍງານຮ່ວມມື ສະເພາະກິຈ ດ້ານຕໍ່ຕ້ານ ກາຣລັກລອບ ຄ້າຢາເສພຕິດ ຕາມຊາຍແດນ ຣະຫວ່າງລາວ ແລະ ວຽຕນາມ ໄດ້ເພີ່ມມາຕກາຣ ກວດກາ ຢ່າງເຄັ່ງຄັດ ມາຕລອດ ຈົນສາມາດ ຈັບຜູ້ຕ້ອງຫາ ພ້ອມດ້ວຍ ຂອງກາງໄດ້ ຫລາຍຢ່າງ ຮວມທັງອາວຸທແລະ ຢາເສພຕິດຕ່າງໆ ດັ່ງທີ່ມີກາຣ ຣາຍງານຢູ່ ກອງປະຊຸມ ປະຈຳປີ 2010 ທີ່ຈັດຂຶ້ນຢູ່ ດ່ານຊາຍແດນ ແຂວງດຽນບຽນຟູ ໃນມື້ວັນສຸກ ຜ່ານມານີ້.

ເຈົ້າໜ້າທີ່ ກ່ຽວຂ້ອງ ທັງສອງຝ່າຍ ໄດ້ຣາຍງານ ທີ່ປະຊຸມ ໃນມື້ວັນທີ່ 17 ທັນວາ ນີ້ວ່າ ສາມາດຈັບ ຜູ້ຕ້ອງສົງສັຍ ລັກລອບ ຄ້າຢາເສພຕິດ ໄດ້ທັງໝົດ 3,700 ຣາຍ, ພ້ອມກັບ ຢາເສພຕິດ ຕ່າງໆ ຊຶ່ງກໍຮວມ ທັງເຮໂຣອິນ 99 ກິໂລກຼາມ, ຢາຝິ່ນ 79 ກິໂລກຼາມ, ຢາມໍຝິນ 10 ກິໂລກຼາມ, Methamphtamine ຫລືຢາບ້າ 141,350 ເມັດ ພ້ອມກັບປືນ 53 ກະບອກ, ລູກປືນ 68 ລູກ, ຣະເບີດມື 2 ໜ່ວຍ ແລະອາວຸທອື່ນໆ ຫລາຍໆຢ່າງ.

ເຈົ້າໜ້າທີ່ ທັງສອງຝ່າຍ ຍັງໄດ້ຕົກລົງກັນ ທີ່ຈະເພີ່ມ ດ້ານກາຣແລກປ່ຽນ ຂໍ້ມູລຕ່າງໆ ຣະຫວ່າງກັນ ຕື່ມອີກ ພ້ອມກັບທີ່ ຈະເພີ່ມມາຕກາຣ ດ້ານກາຣກວດກາ ຕາມດ່ານຊາຍແດນ ຢ່າງເຂັ້ມງວດ ກວ່າເກົ່າ ໃນຂັ້ນຕໍ່ໆໄປ ຕລອດຮອດ ກາຣຈັດໃຫ້ ມີກອງປະຊຸມ ແລະ ໂຄງກາຣແລກປ່ຽນ ກາຣຢ້ຽມຢາມ ຂອງທາງ ເຈົ້າໜ້າທີ່ ໃຫ້ມີຫລາຍ ກວ່າເກົ່າ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.