ວຽດນາມແລະລາວ ຈະແກ້ບັນຫາຄົນເຖື່ອນ

ສປປລາວ ແລະ ວຽດນາມ ເພິ້ມ ການຮ່ວມມື ໃນດ້ານ ແຮງງານ ເປັນຕົ້ນ ການຮ່ວມມື ແກ້ໄຂ ບັນຫາ ຄົນງານ ວຽດນາມ ທີ່ເຂົ້າມາ ເຮັດວຽກ ຢ່າງຜິດ ກົດໝາຍ ຢູ່ລາວ.
ອະວາຣີ
2011.05.26
F-VN-labor ຄົນງານຕ່າງດ້າວ ວຽດນາມແລະຈີນ ມີໝົດທຸຫແບບ ເລີ້ມຈາກຂັ້ນ ບໍຣິຫານ ເຖິງຂັ້ນ ກັມມະກອນ ມີເຂົ້າມາ ຕາມໂຄງການ ສັມປະທານ ຕ່າງໆ. ນອກນັ້ນກໍແມ່ນ ສັມປະທານ ໂຕເອງ ເຂົ້າມາຢ່າງສະບາຍ
RFA

ກົດຟັງສຽງ

ສອງປະເທດ ຕົກລົງ ເພິ້ມການ ຮ່ວມມື ດັ່ງກ່າວ ໃນເວລາ ທີ່ ຍານາງ ອ່ອນຈັນ ທັມມະວົງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ຂອງລາວ ແລະ ຍານາງ ຫງຽນ ທິກິມຫງັນ ຣັຖມົນຕຣີ ກະຊວງ ແຮງງານ ຂອງ ວຽດນາມ ໄດ້ພົບປະ ຫາລືກັນ ຢູ່ແຂວງ ຊຽງຂວາງ ເມື່ອວັນ ອັງຄານ ຜ່ານມາ.

ຍານາງ ອ່ອນຈັນ ທັມມະວົງ ກ່າວວ່າ ການພົບປະ ຫາລືກັນ ເທື່ອນີ້ ເປັນໂອກາດ ທີ່ດີ ທີ່ສອງຝ່າຍ ໄດ້ແລກປ່ຽນ ປະສົພການ ຊຶ່ງກັນ ແລະກັນ ກ່ຽວກັບ ບັນຫາ ແຮງງານ ແລະ ຄົນງານ ຣະຫວ່າງ ສອງ ປະເທດ. ທັງສອງຝ່າຍ ໄດ້ສຶກສາ ຫາວິທີ ປັບປຸງ ການຄວບຄຸມ ແລະ ບໍຣິຫານ ແຮງງານ ເພື່ອສົ່ງເສີມ ການລົງທຶນ ແລະ ການເຮັດ ທຸຣະກິດ ໃຫ້ຂຍາຍ ຕົວ. ສ່ວນຍານາງ ຫງຽນ ທິກິມຫງັ່ນ ກ່າວວ່າ ການປະຊຸມ ກັນເທື່ອ ນີ້ ສະແດງ ໃຫ້ເຫັນວ່າ ວຽດນາມ ແລະ ສປປລາວ ມີການ ຮ່ວມມືກັນ ທາງດ້ານ ແຮງງານ ແໜ້ນແຟ້ນ ຂື້ນ.

ເມື່ອຕົ້ນປີນີ້ ທາງການ ລາວ ເປີດເຜີຍວ່າ ຢູ່ລາວ ມີຄົນງານ ຕ່າງດ້າວ ທັງໝົດ ກວ່າສອງ ແສນຄົນ ສ່ວນຫລາຍ ເປັນຄົນງານ ຜິດກົດໝາຍ ແລະ ກໍເປັນຄົນ ວຽດນາມ ຫລື ຈີນ. ເມື່ອບໍ່ດົນ ຜ່ານມາ ທາງການລາວ ປະກາດວ່າ ຈະພຍາຍາມ ແກ້ໄຂ ບັນຫາ ຄົນງານ ຕ່າງດ້າວ ຜິດກົດໝາຍ ນີ້ ຢ່າງຈິງຈັງ. ໃນແຕ່ລະປີ ວຽດນາມ ສົ່ງຄົນງານ ໄປເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ ຢູ່ລາວ ຫລາຍພັນຄົນ ຕໍ່ປີ; ນອກຈາກນັ້ນ ຊາວວຽດນາມ ອີກຫລາຍ ພັນຄົນ ກໍເຂົ້າໄປ ທຳມາ ຫາກິນ ຢູ່ລາວ ຢ່າງບໍ່ ຖືກຕ້ອງ ໄດ້ຢ່າງ ສະດວກ ສະບາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.