ຣະເບີດຕົກຄ້າງ ແຕກໃສ່ຄົນມີໜ້ອຍລົງ

ຢູ່ ສປປລາວ ຈໍານວນ ຄົນ ເສັຍຊີວິດ ແລະ ໄດ້ຮັບ ບາດເຈັບ ຍ້ອນຣະເບີດ ຕົກຄ້າງ ຈາກ ສມັຍສົງຄາມ ຫລຸດໜ້ອຍ ລົງ. ແຕ່ການ ເກັບກູ້ ຣະເບີດ ຍັງເປັນ ວຽກງານ ທີ່ທ້າທາຍ ຫຍຸ້ງຍາກ ຈະໃຊ້ ເວລາ ດົນນານ ແລະ ງົບປະມານ ຢ່າງມະຫາສານ.
ອະວາຣີ
2011.07.07
F-bombies-treaty ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ສປປລ (ຊ້າຍ) ຮ່ວມລົງນາມ ກັບປະເທດ ພາຄີ ໃນສັນຍາ ຫ້າມໃຊ້ ຫ້າມຜລິດ ຫ້າມຄອບຄອງ ຣະເບີດ ລູກວ່ານ ບອມບີ້ ຊື່ງມີຂື້ນ ເມື່ອເດືອນ ພຶສຈິກາ 2010 ທີ່ ນະຄອນຫລວງ ວຽງຈັນ
RFA

ກົດຟັງສຽງ

ອົງການ ຂ່າວສານ ປະຈຳພາກພື້ນ ຫລື IRIN ຣາຍງານວ່າ ໃນເມື່ອກ່ອນ ຄົນລາວ ເສັຍຊີວິດ ແລະ ໄດ້ຮັບ ບາດເຈັບ ຍ້ອນຣະເບີດ ຕົກຄ້າງ ມີເຖິງ 300 ຄົນ ຕໍ່ປີ; ແຕ່ຕົກມາໃນ ຣະຍະ ສອງປີ ທີ່ຜ່ານມາ ຈຳນວນນັ້ນ ຫລຸດລົງ ເປັນ 117 ຄົນ ຕໍ່ປີ ຊຶ່ງຖືວ່າ ຫລຸດລົງເຖິງ 65 ສ່ວນຮ້ອຍ. ແຕ່ຈົນເຖິງ ປັດຈຸບັນ ພື້ນທີ່ທີ່ຖືກ ເກັບກູ້ ຣະເບີດ ອອກໝົດແລ້ວ ແລະ ໃຊ້ ທຳມາ ຫາກິນໄດ້ ມີພຽງ ແຕ່ 24,000 ເຮັກຕາຣ໌ ເທົ່ານັ້ນ ທີ່ດິນ ສ່ວນຫລາຍ ຄືປະມານ 2 ແສນ ເຮັກຕາຣ໌ ຍັງມີ ຣະເບີດ ທີ່ຍັງ ບໍ່ແຕກ ນັ້ນເຕັມຢູ່.

ເມື່ອທ້າຍເດືອນ ມິຖຸນາ ທີ່ຜ່ານມາ ທາງການລາວ ໄດ້ສເນີ ແຜນການ ເກັບກູ້ ຣະເບີດ ໃນຣະຍະ ສິບປີ ຂ້າງໜ້າ ຕໍ່ກອງ ປະຊຸມ ກ່ຽວກັບ ຣະເບີດບ່ອມບີ່ ຢູ່ນະຄອນ ເຈນີວ່າ ປະເທດ ສະວິດ ເຊີແລ່ນ ແລະ ໃນແຜນການ ນັ້ນ ຣັຖບານລາວ ຕ້ອງການ ການຊ່ວຍເຫລືອ ເພື່ອເກັບກູ້ ຣະເບີດ ອອກຈາກ ພື້ນທີ່ ໃຫ້ໄດ້ 22,000 ເຮັກຕາຣ໌ ໃນຣະຍະ 16 ປີ ຂ້າງໜ້າ.

ສະຫະຣັຖ ຖິ້ມ ຣະເບີດ ໃສ່ ປະເທດລາວ ເມື່ອຊຸມ ປີ 1960 ເຖິງ ສອງລ້ານຕັ່ນ ຣະເບີດສ່ວນ ນ່ຶງເປັນ ຣະເບີດບ່ອມບີ່ ຊຶ່ງ 30 ສ່ວນຮ້ອຍ ຂອງ ຣະເບີດ ຊນິດນັ້ນ ທັງໝົດ ຈົນເຖິງ ປັດຈຸບັນ ກໍຍັງ ບໍ່ແຕກ. ຣັຖບານລາວ ໂດຍໄດ້ຮັບ ເງິນຊ່ວຍເຫລືອ ຈາກ ຕ່າງປະເທດ ໄດ້ເລິ້ມ ເກັບກູ້ ຣະເບີດ ທີ່ຍັງ ບໍ່ແຕກ ນັ້ນນັບ ແຕ່ປີ 1996 ເປັນຕົ້ນມາ. ເຈົ້າໜ້າທີ່ ທາງການ ລາວ ຫລາຍຄົນ ເວົ້າວ່າ ອາດຈະໃຊ້ ເວລາ ເຖິງນຶ່ງ ສັດຕະວັດ ຈຶ່ງຈະສາມາດ ເກັບຣະເບີດ ເຫລົ່ານັ້ນ ອອກໝົດ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.