ທຸກຫ້ອງການທີ່ດິນ ຕ້ອງເຂັ້ມງວດໃນໜ້າທີ່

ອົງກາຣ ຄຸ້ມຄອງ ທີ່ດິນ ຮຽກຮ້ອງ ໃຫ້ ໜ່ວຍງານ ກ່ຽວຂ້ອງ ປະຕິບັຕ ຕາມ ກົດໝາຍ ທີ່ດິນ ຢ່າງເຂັ້ມງວດ.
ຫວາດ ສີມູນ
2011.10.31
F-k-boupha ທ່ານຄໍາອ້ວນ ບຸບຜາ ຫົວໜ້າ ຫ້ອງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ
RFA

ກົດຟັງສຽງ

ອົງກາຣ ທີ່ດິນ ຍອມຮັບ ວ່າ ມີ ນັກລົງທຶນ ຈໍານວນໜຶ່ງ ໄດ້ ສວຍໂອກາສ ເຂົ້າມາ ນໍາໃຊ້ ຮູບແບບ ຮ່າງ ບົດວິພາກ ເສຖກິຈ ເພື່ອໃຫ້ ວຽກງານ ກາຣ ປະກອບ ເອກກະສາຣ ງ່າຍຂຶ້ນ ແລະ ຫລັງຈາກນັ້ນ ກໍເຣີ່ມ ລົງມື ປະຕິບັຕ ໂດຽບໍ່ໄດ້ ຜ່ານກາຣ ກວດກາ ຂອງ ແຂນງກາຣ ກ່ຽວຂ້ອງ ດັ່ງ ຈະເຫັນໄດ້ ຈາກ ບາງເຂຕ ທີ່ມີ ກາຣຂຸດຄົ້ນ ຊັພຍາກອນ ທັມມະຊາຕ ຕັດໄມ້ຂາຍ ຫຼືຈັບຈອງ ທີ່ດິນ ແບບບໍ່ມີ ກາຣສືບຕໍ່ ກາຣພັທນາ ພ້ອມຍັງ ມີກາຣ ບຸກຣຸກ ທີ່ດິນ ແລະ ປ່າໄມ້ ຂອງ ຣັຖ ເພື່ອຫັນມາ ເປັນບ່ອນ ປູກໄມ້ ອຸຕສາຫະກັມ ຕ່າງໆ.

ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ນີ້ ທາງ ອົງກາຣ ຄຸ້ມຄອງ ທີ່ດິນ ຈຶ່ງໄດ້ເນັ້ນ ໃຫ້ທຸກ ພາຄສ່ວນ ກ່ຽວຂ້ອງ ໄດ້ເອົາ ໃຈໃສ່ ປະຕິບັຕ ຕາມ ຣະບຽບ ກົດໝາຍ ຢ່າງເຂັ້ມງວດ ໂດຽສະເພາະ ກໍຕ້ອງ ໃຫ້ມີ ການຮຽກທວງ ໃຫ້ ບັນດາ ນັກລົງທຶນ ຕ້ອງ ເສັຽຄ່າ ສັມປະທານ ໂດຽທົ່ວໄປ ບໍ່ວ່າ ຈະເປັນ ພາກສ່ວນ ນັກລົງທຶນ ພາຍໃນ ຫລື ຕ່່າງປະເທສ ທຸກໆ ບໍຣິສັທ ທີ່ໄດ້ຮັບ ອະນຸຍາຕ ໃຫ້ເຮັດ ທຸຣະກິຈ ຢູ່ໃນ ສປປລາວ ທັ້ງໝົດ.

ຢ່າງໃດ ກໍຕາມ ທາງ ອົງກາຣ ຄຸ້ມຄອງ ທີ່ດິນ ຍັງຈະໄດ້ ເອົາ ມາຕກາຣ ເຣື່ອງກວດກາ ໃນບັນດາ ພນັກງານ ພັກ-ຣັຖ ຊຶ່ງ ກໍຮວມທັງ ເຈົ້າໜ້າທີ່ ທະຫາຣ ຕຳຣວຈ ໂດຽສະເພາະ ຜູ້ທີ່ມີ ຕຳແໜ່ງ ຫລື ຜູ້ທີ່ເຮັດ ວຽກງານ ກ່ຽວພັນ ກັບແຂນງ ທີ່ມີ ຣາຍຮັບ ຢ່າງໃກ້ຊິດ ແລະ ຈະຕ້ອງເອົາ ມາຕກາຣ ປາບປາມ ກຳຈັດ ບັນຫາ ກາຣສໍ້ຣາສ ບັງຫລວງ ໃຫ້ໝົດສິ້ນ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 31, 2011 01:37 PM

ບັນຫາການໃຫ້ສຳປະທານທີ່ດີນ ຍັງຈະສືບຕໍ່ຂະຫຍາຍແພ່ລາມ ຢ່າງຕໍ່ເນື່ອງ ຕາບໃດພາກລັດບໍ່ເອົາຈິງເອົາຈັງໃນການປາບປາມ ການສໍ້ລາດບັງຫຼວງຂອງພະນັກງານບາຄົນໃນຫ້ອງວາງແຜນທີ່ດີນ ເນື່ອງຈາກໄລຍະຜ່ານມາມີການສວຍໂອກາດ ເອົາທີ່ດິນ ໃຫ້ຄົນທີ່ມີອິດທິພົນ ແລະຊາວຕ່າງປະເທດ ສຳປະທານ ໂດຍຮັບເອົາຜົນປະໂຫຍດຢ່າງຫຼວງຫຼາຍຈາກນັກລົງທືນ ເຊີ່ງໄດ້ສ້າງ ຜົນກະທົບຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ຂອງປະຊາຊົນ ຜ່ານມາພັກ-ລັດກໍໄດ້ເວົ້າເຖີງບັນຫານີ້ຕະຫຼອດ ແຕ່ແກ້ໄຂບໍ່ຕົກ ເວົ້າລ້າໆແບບລົມໆແລ້ງໆ

Anonymous
Oct 31, 2011 01:49 PM

ບັນຫາການໃຫ້ສຳປະທານທີ່ດິນຍັງບໍ່ສາມາດແກ້ໄຂຂໍ້ຂັດແຍ່ງໄດ້ໃນບາງແຂວງ, ອັນເນື່ອງມາຈາກເອົາທີ່ດິນຂອງປະຊາຊົນໄປໃຫ້ນັກ ລົງທືນພາຍໃນ ແລະຕ່າງປະເທດສຳປະທານ ຜົນປະໂຫຍສ່ວນໃຫຍ່ ເປັນຂອງນາຍທືນ ແລະຜູ້ມີອິດທິພົນ ໂດຍສະເພາະບາງພະນັກງານ ຂອງລັດ ທີ່ສວຍໂອກາດ ແຕ່ປະຊາຊົນພັດ ເສຍທີ່ດິນບ່ອນຢູ່ ອາໄສແບບບໍ່ມີຄວາມເປັນທຳ ຍ້ອນຊົດເຊີຍຕຳ ເອົາອຳນາດມາບັງຄັບ