ຣັຖບານລາວວຽດນາມຖືກ ຮຽກຮ້ອງໃຫ້ປາບໄມ້ເຖື່ອນ

ອົງການ ສືບສວນ ສະພາບ ແວດລ້ອມ ຮຽກຮ້ອງ ໃຫ້ ສປປລາວ ປະຕິບັດ ຕາມກົດໝາຍ ຫ້າມການ ສົ່ງໄມ້ທ່ອນ ອອກໄປ ຕ່າງ ປະເທດ.
ອະວາຣີ
2011.07.29
F-Illigal-logging-Attapeu ການຕັດໄມ້ ໃນແຂວງ ອັດຕະປື
Screen captured from EIA video

ກົດຟັງສຽງ

ອົງການ ສືບສວນ ສະພາບ ແວດລ້ອມ ທີ່ມີ ສຳນັກງານໃຫຍ່ ຢູ່ ປະເທດ ອັງກິດ, ຣາຍງານ ເມື່ອວານນີ້ ວ່າ ບໍຣິສັດ ທະຫານ ວຽດນາມ ເປັນຜູ້ຕັດໄມ້ ແລະ ສົ່ງອອກ ໄປວຽດນາມ ເພື່ອຜລິດ ເຟີນີເຈີ.

ນອກຈາກນັ້ນ ອົງການ ສືບສວນ ດັ່ງກ່າວ ຍັງໄດ້ ຮຽກຮ້ອງ ໃຫ້ຣັຖບານ ສປປລາວ ປະຕິບັດ ຕາມກົດໝາຍ ຫ້າມສົ່ງ ໄມ້ທ່ອນ ອອກໄປ ຕ່າງປະເທດ ນັ້ນໃຫ້ ເຂັ້ມງວດ ຂື້ນ. ໃຫ້ປະກາດ ໂຄຕ້າ ການຕັດໄມ້ ໃຫ້ຣະອຽດ ແລະ ໃຫ້ປະກາດ ກົດຣະບຽບ ກ່ຽວກັບ ການຖາກຖາງ ປ່າໄມ້ ເພື່ອປູກພຶດ ອຸດສາຫະກັມ ການຄ້າ ໃຫ້ແຈ່ມແຈ້ງ.

ໃນຂະນະດຽວກັນ ອົງການ ສືບສວນ ສະພາບ ແວດລ້ອມ ກໍໄດ້ຮຽກຮ້ອງ ໃຫ້ ຣັຖບານ ວຽດນາມ ໃຫ້ນັບຖື ກົດໝາຍ ຂອງລາວ ໂດຍໃຫ້ຫ້າມ ການນຳເຂົ້າໄມ້ ຈາກລາວ ຢ່າງເຄັ່ງຄັດ. ໃຫ້ພົບປະ ເຈຣະຈາ ກັບ ຣັຖບານລາວ ກ່ຽວກັບ ການປາບປາມ ການຄ້າໄມ້ ເຖື່ອນ ຣະຫວ່າງ ສອງປະເທດ. ໃຫ້ອອກ ກົດຣະບຽບ ຫ້າມໂຮງງານ ຜລິດເຟີນີເຈີ ຢູ່ ວຽດນາມ ຊື້ໄມ້ທ່ອນ ທີ່ໄປຈາກ ລາວ ແລະ ຫ້າມທະຫານ ວຽດນາມ ບໍ່ໃຫ້ຕັດໄມ້ ຢູ່ລາວ ແລ້ວສົ່ງໄມ້ ໄປວຽດນາມ.

ນອກຈາກນັ້ນ ອົງການ ສືບສວນ ສະພາບ ແວດລ້ອມ ຍັງຮຽກຮ້ອງ ໃຫ້ ສະຫະພາບ ຢູໂຣບ ຊຶ່ງເປັນ ຜູ້ຊື້ ເຟີນີເຈີ ຈາກ ວຽດນາມ ໃຫ້ກົດດັນ ຣັຖບານ ສປປລາວ ແລະ ຣັຖບານ ສສວຽດນາມ ໃຫ້ພາກັນ ຢຸດເຊົາ ຕັດໄມ້ ຢູ່ລາວ.

ສໍາລັບ ຜູ້ຊີ້ ເຟີນີເຈີ ຈາກ ວຽດນາມ ໃຫ້ກວດເບິ່ງ ຄັກແນ່ວ່າ ເຟີນີເຈີ ນັ້ນແມ່ນຜລິດ ດ້ວຍໄມ້ ທີ່ມາຈາກ ສປປລາວ ຫລືບໍ່ ຖ້າຫາກແມ່ນ ກໍບໍ່ຄວນ ຊື້ ສິນຄ້າ ດັ່ງກ່າວ.

ເຖິງຢ່າງໃດ ກໍດີ ເມື່ອວານນີ້ ໂຄສົກ ກະຊວງ ການຕ່າງ ປະເທດ ວຽດນາມ ກໍໄດ້ ປະຕິເສດ ວ່າ ກອງທັບ ວຽດນາມ ບໍ່ໄດ້ຕັດໄມ້ ແລະ ບໍ່ໄດ້ຊື້ໄມ້ ເຖື່ອນ ຈາກລາວ ຕາມຄຳຕູ່ຫາ ຂອງ ອົງການ ສືບສວນ ສະພາບ ແວດລ້ອມ ທີ່ວ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 04, 2011 12:28 AM

ເຂົາຍຶດໄມ້ໄດ້ ແຕ່ກໍຍັງປະໃຫ້ລັກລອບຕັດຄືເກົ່າ ເພາະວ່າ ເຈົ້າແຂວງເອົາໄມ້ທີ່ຍຶດໄດ້ເອົາໄປຂາຍໄຫ້ຫວຽດ ເພື່ອເອົາເງີນມາສ້າງຮັ່ງຄູນມີໃຫ້ຕົນເອງ...

Anonymous
Aug 02, 2011 03:14 AM

ປາບບໍ່ໄດ້ດອກເພາະລັດຖະບານລາວ-ຫວຽດນາມອ້າຍນ້ອງໄດ້ອອກຄຳສັ່ງໃຫ້ຕັດໄມ້ເອງ ວັນທີ1ເດືອນ6ແມ່ນວັນປູກຕົ້ນໄມ້ຂອງຄົນໃນຊາດລາວ ແຕ່ວັນຕັດໄມ້ທຳລາຍປ່າແມ່ນມີທຸກມື້ບໍ່ວ່າຈະເປັນການສ້າງເຂື່ອນຫລືໂຄງການໃຫຍ່ໆ

Anonymous
Aug 01, 2011 12:54 PM

ຍ້ອນຜູ້ກຳອຳນາດໃນບ້ານເຮົາ ເປັນຄົນ ຈັງໄຮໄຟໃຫມ້ ນັ້ນເອງ..

Anonymous
Aug 05, 2011 01:29 PM

ຢ່າຫ້າມເຂົາເທາະ ເຮົາບໍ່ມີອຳນາດ ປະເທດຊາດບໍ່ແມ່ນຂອງເຮົາຜູ້ດຽວ
ເຂົາຢາກໄດ້ຫຍັງໃຫ້ເຂົາເອົາ

Anonymous
Aug 02, 2011 03:14 PM

Don't be too discourage. It took 36 years for the so-called Vietnamese army economic development company and the so-called uneducated Lao leaders to destroy our forest and other natural resources. why not we all the good citizens of Laos be patient, start teaching our younger generation now of who those people are or were and what they have done to our country. It may take 2,3,5 or even 10 years to get rid of those people. It is better than we sit down and wait for them to destroy our country to the ground. Please don't act any violence but through peaceful and the power of our good Lao citizens we will succeed our goal. Please show our love/care for each others. There is no other places that will provide us the harmony and prosperity like this motherland of Laos.

Anonymous
Jul 31, 2011 02:45 PM

Based on The London-based Environmental Investigation Agency's report, Vietnamese government is not event give a danm respect to Laos' Laws. It tells the people of Laos that we are just citizens of Vietnam. Shame! Shame! I encourage all our fellow countrymen be the eyes and voices and work with The London-based Environmental Investigation Agency put pressure on the Vietnamese pupets and the Vietnamese government. This issue must bring to international attention.

Anonymous
Aug 02, 2011 02:23 AM

These people (Lao so-called leaders and Vietnamese army company) must bring to international Tribunal (justice). All Lao people united and we can do it.