ການໃຊ້ປຸຍສາຣເຄມີ ຍັງຄວບຄຸມກັນບໍ່ໄດ້
2012.02.09
ກົດຟັງສຽງ
ທາງ ກະຊວງ ກະສິກັມ ແລະ ປ່າໄມ້ລາວ ໄດ້ຮັບຄວາມ ຮ່ວມມື ຈາກອົງກາຣ ຊ່ວຍເຫລືອ ສາກົລ ເພື່ອສົ່ງເສີມ ໃຫ້ຊາວ ກະສິກອນ ລາວ ຫັນມາເຮັດ ກາຣປູກຝັງຕ່າງໆ ແບບທີ່ບໍ່ໃຊ້ ປຸຍທີ່ມີ ສາຣເຄມີ ເປັນພິດ ທີ່ຈະເປັນ ອັນຕຣາຍ ຕໍ່ສຸຂພາບ ຂອງຜູ້ ບໍຣິໂພຄ ໃນຣະຍະຍາວ ແຕ່ກໍມີ ບັນຫາ ທີ່ໂຮງງານ ໃຫຍ່ຫລາຍໆແຫ່ງ ຍັງມີກາຣ ພລິຕສາຣເຄມີ ຢູ່ຕລອດມາ ຊື່ງກໍເປັນ ກາຣຍາກ ທີ່ທາງ ຣັຖບາລ ຈະຄວບຄຸມ ໄດ້ ດັ່ງເຈົ້າໜ້າທີ່ ຈາກອົງກາຣ ໄດ້ກ່າວວ່າ:
"ຢູ່ໃນເບື້ອງ ຂອງ NGO ເພີ່ນ ກໍຄິດວ່ານີ້ ມັນເຮັດໃຫ້ ກາຣຜລິຕ ມີກາຣຍືນຍົງ ດີຕໍ່ ສຸຂພາບ ໃນກາຣຊ່ວຍ ສົ່ງເສີມ ຊາວບ້ານ ປູກພືຊຜັກ ປອດສາຣພິດ ປູກເຂົ້າປອດ ສາຣພິດ ຈັງຊີ້ນ໋າ ຊ່ອຍໄດ້ ກໍສ່ວນໜຶ່ງ ຫັ້ນນ໋າ ມັນຍາກຢູ່ ເພາະວ່າ ຜລິຕໃຫຍ່ໆ ເຂົາບໍ່ເຮັດ Organic ຈັກບ່ອນດອກ ສ່ວນຫລາຍ ເຂົາຜລິຕເອົາ ປະຣິມານໂລດ ກໍບໍ່ໄດ້ເຮັດ ປອດສາຣພິດ".
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣກະສິກັມ ຢູ່ເມືອງລາວ ສ່ວນຫລາຍ ຈະເປັນ ກະສິກັມ ຂນາດນ້ອຍ ເນັ້ນກາຣຜລິຕ ເພື່ອຄອບຄົວ ສະນັ້ນ ຄວນທີ່ຈະ ໃຫ້ເປັນ ກະສິກັມ ແບບບໍ່ມີ ສາຣພິດ ໂດຽທີ່ບໍ່ ຈໍາເປັນຕ້ອງ ໄດ້ເສັຍຄ່າ ປຸ໋ຍ ຫລືຢາ ຂ້າແມງໄມ້ ແຕ່ຢ່າງໃດ ແລະ ພືຊຜັກຕ່າງໆ ກໍຍີ່ງມີ ຄວາມຕ້ອງກາຣ ຕາມທ້ອງ ຕລາດຫລາຍຂຶ້ນ ແລະ ທາງອົງກາຣ ສາກົລ ກໍພ້ອມ ທີ່ຈະໃຫ້ ຄວາມຮ່ວມມື ສົ່ງເສີມ ໃຫ້ຊາວ ກະສິກອນ ໃຫ້ຄວາມສົນໃຈ ໃນກາຣປູກພືຊ ທີ່ ປອດສາຣເຄມີ.