ກົດໝາຍສໍາຣວດແຮ່ທາຕ ໃນລາວຈະເຄັ່ງຄັດຂື້ນ

ທາງການລາວ ຈະເຂັ້ມງວດ ກ່ຽວກັບ ກົດຫມາຍ ວ່າດ້ວຍ ການກຳນົດ ເວລາ ໃຫ້ນັກ ລົງທືນ ສໍາຣວດ ແຮ່ທາດ.
ສິດນີ
2012.04.26

ກົດຟັງສຽງ

ເຈົ້າຫນ້າທີ່ ຫ້ອງການບໍ່ແຮ່ ທີ່ ນະຄອນຫລວງ ວຽງຈັນ ເວົ້າວ່າ ທາງການລາວ ຈະເຂັ້ມງວດ ກ່ຽວກັບ ກົດຫມາຍ ວ່າດ້ວຍການ ກຳນົດ ເວລາ ໃຫ້ນັກລົງທືນ ຕ່າງຊາດ ສຳຣວດ ບໍ່ແຮ່ ໃນລາວ ເມື່ອຫລີກລຽງ ຜູ້ທີ່ ສວຍໂອກາດ ໃນການໃຊ້ ສຳປະທານ ເພື່ອຫາ ຜົລກຳໄຣ. ການເຂັ້ມງວດ ດັ່ງກ່າວນັ້ນ ແມ່ນຈະຮ່າງ ດຳຣັດໃຫມ່ ອອກມາ ບັງຄັບໃຊ້ ດັ່ງທ່ານເວົ້າວ່າ:

"ດຳຣັດ ແມ່ນເອົາສເນີ ທາງຣັຖບານ ໂດຍພື້ນຖານ ທາງສະພາແຫ່ງຊາດ ຫລືອົງກອນ ທີ່ກ່ຽວຂ້ອງ ເພີ່ນເຊັນຮັບຮອງ ຫມົດ ກໍຄືນາຍົກ ຣັຖມົນຕຣີ ເນາະ ເຊັນຮັບຮອງ ແລະ ປະກາດໃຊ້".

ເຈົ້າຫນ້າທີ່ ທ່ານນັ້ນ ເວົ້າຕໍ່ໄປວ່າ ເຫດຜົລ ໃນການຮ່າງ ດຳຣັດໃຫມ່ ມາບັງຄັບໃຊ້ ນັ້ນກໍເພື່ອ ສ້າງ ປະສິດທິພາບ ໃນການທຳງານ ສະເພາະກິຈ ເພາະໃນ ປັດຈຸບັນ ມີຫລາຍຫນ່ວຍງານ ແລະ ຫລາຍກົດຫມາຍ ທີ່ ທາງການລາວ ບໍ່ສາມາດ ບັງຄັບໃຊ້ ເພາະຂາດຄວາມ ກະຈ່າງແຈ້ງ ແລະ ຄວາມເໝາະສົມ ໃນການ ປະຕິບັດ ວຽກງານ. ທ່ານເວົ້າເພີ້ມວ່າ:

"ທີ່ເພີ່ນກຳລັງ ພິຈາຣະນາ ຈະເຊັນຮັບຮອງ ນັ້ນ ເຮົາກໍໄດ້ ປັບປຸງກົດຫມາຍ ຕື່ມອີກ ເພາະວ່າເຮົາໄດ້ ຕັ້ງກະຊວງ ໃຫມ່ຂື້ນມາ ແລະ ກໍໄດ້ແບ່ງ ສິດທິພາຣະ ບົດບາດ ສ່ວນນື່ງໃຫ້ ກະຊວງ ດັ່ງ ກ່າວ ຮັບຜິດຊອບ ເນາະ".

ທ່ານວ່າ ສາເຫດ ທີ່ມີການ ເຂັ້ມງວດ ກ່ຽວກັບການ ກຳນົດເວລາ ໃຫ້ນັກລົງທືນ ຄົ້ນຄວ້າ ແຮ່ທາດ ໃນລາວນັ້ນ ເປັນຍ້ອນວ່າ ທີ່ຜ່ານມາ ນັກລົງທືນ ບາງຄົນ ທີ່ໄປຂໍ ສຳປະທານ ຈາກ ຣັຖບານ ແຕ່ບໍ່ມີທືນ ເປັນຂອງ ຕົນເອງ ຕ້ອງໄປຂາຍ ສຳປະທານ ໃຫ້ນັກລົງທືນ ລາຍອື່ນ ເມື່ອຂາຍບໍ່ໄດ້ ກໍຂໍເລື່ອນ ເວລາໄປເລື້ອຍໆ ເຮັດໃຫ້ ຣັຖບານ ເສັຽເວລາ ໃນການພັທນາ ສ້າງສາ ປະເທດຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 26, 2012 10:14 AM

ມີກົດໝາຍເຄັ່ງຄັດຂຶ້ນ ແຕ່ຄົນຍັງມີຄວາມຢາກສຸດຍອດ ມັນກໍເປັນຄືເກົ່າຢູ່ນັ້ນແລ້ວ.ເວົ້າໄດ້ແຕ່ເຮັດບໍ່ໄດ້.