ລາວປັບປຸງກົດໝາຍ ເພື່ອຮ່ວມການຄ້າໂລກ

ປັຈຈຸບັນນີ້ ທາງການລາວ ກໍາລັງປັບປຸງ ຮ່າງກົດໝາຍ ຂອງຕົນ ເພື່ອໃຫ້ ສອດຄ່ອງກັບ ຂໍ້ກໍານົດ ຂອງອົງການ ການຄ້າໂລກ.
ຈໍາປາທອງ
2011.02.23

ກົດຟັງສຽງ

ຍ້ອນວ່າ ກົດໝາຍ ຂອງ ສປປລາວ ມີຫລາຍຢ່າງ ທີ່ຂັດສົນຢູ່ ເຮັດໃຫ້ການ ເຊື່ອມໂຍງເສຖກິດ ຂອງລາວ ກັບຕ່າງປະເທດ ແລະ ສາກົນ ຍັງເປັນໄປ ບໍ່ໄດ້. ສິ່ງດັ່ງກ່າວ ສະແດງອອກ ຢູ່ໃນ ກອງປະຊຸມ ສະໄໝສາມັນ ຄັ້ງທີ 6 ຊຶ່ງຈັດຂຶ້ນທີ່ ນະຄອນຫລວງ ວຽງຈັນ ໃນຕອນເຊົ້າ ຂອງວັນທີ 21 ກຸມພາ 2011 ໂດຍການເປັນ ປະທານຂອງ ທ່່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ 50 ຄົນ ເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ທອງລຸນ ໄດ້ເວົ້າເຖິງຜົນ ຂອງການ ເຈຣະຈາ 2 ຝ່າຍ ກັບປະເທດ ສະມາຊິກ ອົງການການຄ້າໂລກ ຈໍານວນນຶ່ງ ແລະຂແນງການ ທີ່ກ່ຽວຂ້ອງ ທາງດ້ານກົດໝາຍ ກໍໄດ້ຣາຍງານ ກ່ຽວກັບການ ປັບປຸງນິຕິກໍັມຕ່າງໆ ຮວມໄປເຖິງ ຄວາມຫຍຸ້ງຍາກ ທີ່ການປັບປຸງ ນິຕິກັມ ນັ້ນແກ່ຍາວ.

ທ່ານ ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະການຄ້າ ໃນຖານະມີໜ້າທີ່ ພົວພັນໂດຍຕຣົງ ກັບອົງການ ການຄ້າໂລກ, ໄດ້ກ່າວຕໍ່ ກອງປະຊຸມວ່າ:

"ບັນຫາ ການເຈຣະຈາ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຂອງພວກເຮົາ ຫຍັບເຂົ້າມາສູ່ ບັ້ນທ້າຍ ພວກເຮົາຄິດວ່າ ອັນໃດທີ່ພວກເຮົາ ຕ້ອງມີການ ການພ້ອມເພື່ອ ກະກຽມໃນ ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ແລະ ທັງນັບທັງການ ສ້າງຄວາມເຂັ້ມແຂງ ພາຍໃນ ຂອງພວກເຮົາ ເພື່ອການເຊື່ອມໂຍງ ເສຖກິດ ຂອງພວກເຮົາ ກັບຕ່າງປະເທດ ກັບສາກົນ".

ປັດຈຸບັນ ອົງການ ການຄ້າໂລກ ມີສະມາຊິກ 153 ປະເທດ ແລະລາວ ໄດ້ຍື່ນໃບສມັກ ຂໍເຂົ້າເປັນ ສະມາຊິກ ມາແຕ່ປີ 1997 ແລະ ອາດຈະໄດ້ ເປັນສະມາຊິກ ຖ້າຫາກວ່າ ທາງການລາວ ປັບປຸງຕົນເອງ ໃຫ້ເຂົ້າກັບ ອົງການນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.