ທາງການຈະລົດຄ່າ ຂຶ້ນທະບຽນແຮງງານ

ກະຊວງ ແຮງງານ ແລະ ສວັສດີກາຣ ສັງຄົມ ລາວ ມີແຜນການ ລົດຄ່າ ທັມນຽມ ຂື້ນທະບຽນ ສໍາລັບ ຄົນງານ ທີ່ໄປຫາ ເຮັດວຽກ ຢູ່ໃນ ປະເທສ ເພື່ອນບ້ານ ເພື່ອຊັກຈູງ ໃຫ້ ຄົນງານ ໄປ ຈົດທະບຽນ ຫລາຍຂຶ້ນ.
ຫວາດ ສີມູນ
2012.01.03
F-labour ສ່ວນນື່ງຂອງ ຄົນງານລາວ ຕາມໂຮງງານ ໃນຕ່າງປະເທດ
webs this is London

ກົດຟັງສຽງ

ໃນ ປັຈຈຸບັນ ມີຄົນງານ ຊາວລາວ ໄປເຮັດວຽກ ຢູ່ປະເທສ ເພື່່ອນບ້ານ ຢ່າງຫຼວງຫຼາຍ ຊຶ່ງກໍເປັນ ກາຣຍາກ ທີ່ຈະຄວບຄຸມ ແລະ ສໍາລັບຄ່າ ທໍານຽມ ຈົດຊື່ ລົງທະບຽນ ໃຫ້ຖືກຕ້ອງ ນັ້ນ ກໍຕ້ອງໄດ້ ໃຊ້ເງີນຫຼາຍ ຈຶ່ງເຮັດໃຫ້ ຄົນງານ ຕັດສິນໃຈ ສ່ຽງຕໍ່ ກາຣຈັບກຸມ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ເວົ້າວ່າ:

"ສ່ວນຫຼາຍ ຂະເຈົ້າ ບໍ່ມີເງິນເນາະ ຄ່າເສັຽ ກາຣໄປທຳງານ ໃຫ້ຖືກຕ້ອງ ຕາມກົດໝາຍ ຕ້ອງລົງທຶນ ສິບກວ່າພັນ ເນາະ ສິບຫ້າ ພັນບາທ ຈຶ່ງຈະສາມາຖ ໄປໄດ້ນ໋ະ".

ພ້ອມດຽວກັນ ທ່ານກໍວ່າ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ທາງກະຊວງ ແຮງງານ ແລະ ສວັສດີກາຣ ສັງຄົມ ຈຶ່ງຈະລົດ ກາຣເກັບຄ່າ ທັມນຽມ ຈົດທະບຽນ ທີ່ ອາຈຈະໄດ້ເສັຽ ແຕ່ປະມານ 10% ເທົ່ານັ້ນ ກໍເປັນໄດ້ ເພື່ອສົ່ງເສີມ ໃຫ້ ຄົນງານລາວ ໄປຈົດທະບຽນ ຢ່າງຖືກຕ້ອງ ໃຫ້ມີຫຼາຍ ກວ່າເກົ່າ ໂດຽທີ່ບໍ່ ຈຳເປັນ ຕ້ອງໄດ້ສ່ຽງ ຕໍ່ກາຣຈັບກຸມ ອີກຕໍ່ໄປ.

ໃນປັຈຈຸບັນ ມີຄົນງານລາວ ໄປເຮັດວຽກຢູ່ ປະເທສໄທຽ ໂດຽຜ່ານ ແຂວງ ອຸບົລ ຣາຊທານີ ອຳນາຈເຈຣີນ ແລະ ມຸກດາຫາຣ ໃນແຕ່ລະປີ ມີບໍ່ຕໍ່າກວ່າ 2 ແສນຄົນ ຊຶ່ງທັງໝົດ ຈະຕ້ອງໄດ້ ຈ່າຍຜູ້ລະ ປະມານ 5,000 ບາທ ໃຫ້ນາຍໜ້າ ຂອງ ຂະບວນກາຣ ຄ້າແຮງງານ ເຖື່ອນ ຊື່ງເປັນຄົນລາວ ແລະຄົນໄທຽ ເພື່ອແລກກັບກາຣ ໄປເຮັດວຽກ ຢູ່ໃນ ປະເທສໄທຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 03, 2012 10:44 PM

ມີແຮງງານລາວຈັກຄົນທີ່ຮູ້ວ່າທາງການຈະລົດຄ່າແຮງງານ - ຫນ້າຈະຫາວຽກໃຫ້ເຂົາເຮັດຢູ່ບ້ານເຮົາເອງດີກວ່າ.ເພາະພວກເຂົາກໍ່ເປັນກຳລັງແຮງສຳຄັນໃນການ(ບຸກທະລຸ)ພັດທະນາປະເທດຊາດຂອງພວກເຮົາເພື່ອໃຫ້ປະເທດຊາດຂອງພວກເຮົາຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

Anonymous
Jan 03, 2012 11:41 PM

10 percent, very expensive. Peole who go the foriegn country for do not mean they get much money. But they are poor people who can not find good job in Laos. They are from country side with no knowlegde. They work there as company employees, construction workers. If we want to reduce people going outside often we should have job for them. They go there for work, for money to feed their family. Please help them