ຣັຖບານລາວວ່າວຽກງານ ຫລາຍຢ່າງຕ້ອງເຮັດໃຫ້ໄດ້
2011.03.17
ກົດຟັງສຽງ
ກອງປະຊຸມໃຫຍ່ ພັກປະຊາຊົນ ປະຕິວັດລາວ ຄັ້ງທີ 9 ໄດ້ເລີ້ມຂຶ້ນ ໃນຕອນເຊົ້າ ວັນພຣະຫັດ ທີ 17 ມີນາ 2011, ຢູ່ນະຄອນຫລວງ ວຽງຈັນ ຊຶ່ງມີຄນະ ກັມມະການພັກ 576 ຄົນ ຈາກທົ່ວປະເທດ ເຂົ້າຮ່ວມ. ໃນກອງປະຊຸມ ດັ່ງກ່າວ ຄນະຜູ້ນຳ ໄດ້ໃຫ້ຄຳໝັ້ນ ສັນຍາ ແລະ ມີນະໂຍບາຍ ຫລາຍຢ່າງ ໃນການສ້າງສາພັທນາ ປະເທດຊາດ ຊຶ່ງ ປະທານປະເທດ ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວ ໃນກອງປະຊຸມ ຢ່າງຍືດຍາວ ແຕ່ກ່ຽວກັບການ ຟື້ນຟູປ່າໄມ້ ໃນລາວ ທ່ານກ່າວວ່າ:
"ໃນຊຸ່ມປີ ຕໍ່ໜ້ານີ້ ພວກເຮົາຕ້ອງ ເອົາໃຈໃສ່ຫລາຍກວ່າເກົ່າ ຕໍ່ການຄຸ້ມຄອງ ປ່າໄມ້ ເພີ້ມເນື້ອທີ່ສີຂຽວ ໃຫ້ກວມເນື້ອທີ່ ສີຂຽວ ດ້ວຍການປະຕິບັດ ບັນດາມາຕການ ທີ່ເປັນລະບົບ ຄົບຊຸດ ເພື່ອແກ້ໄຂບັນຫາ ຕັດໄມ້ທຳລາຍປ່າ ຫັນການຄຸ້ມຄອງ ປ່າໄມ້ ແລະການ ທຸຣະກິດ ປຸງແປງໄມ້ ໄປຕາມທິດ ທີ່ຍືນຍົງ".
ເຖິງຢ່າງໃດກໍຕາມ ລາຍງານຂອງ ສະຫະປະຊາຊາດ ກ່ຽວກັບ ປ່າຕຶບດົງໜາ ໃນລາວ ທີ່ເຄີຍປົກຄຸມ ຢ່າງກວ້າງຂວາງ ປັດຈຸບັນ ຍັງຄົງເຫລືອແຕ່ 3 ສ່ວນຮ້ອຍ. ສ່ວນ ປ່າໄມ້ ທັມມະຊາດ ແຕ່ກ່ອນເຄີຍ ປົກຄຸມທົ່ວ ປະເທດປະມານ 70 ສ່ວນຮ້ອຍ, ແຕ່ປັດຈຸບັນ ຍັງເຫລືອບໍ່ຮອດ 40 ສ່ວນຮ້ອຍ. ກ່ຽວກັບ ກອງປະຊຸມຄັ້ງນີ້ ປະຊາຊົນລາວ ສ່ວນໃຫຍ່ກໍໃຫ້ ຄວາມສົນໃຈ ແລະ ລໍຖ້າຟັງ ນະໂຍບາຍຂອງ ຣັຖບານ. ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງເວົ້າວ່າ:
"ການປະຊຸມຄັ້ງທີ 9 ຂອງພັກຖືວ່າປີນີ້ ມັນຊິເຂົ້າປີ ໃນ 5 ປີຕໍ່ໜ້າເດ, ເຣື້ອງການທິດທາງໃໝ່ ຂອງພັກ ເພິ່ນຊິອອກມາ ແນວໃດ ເພິ່ນຊິວາງ ທິດທາງໃໝ່ ພັທນາປະເທດ ຄືນແນວໃດ ປະຊາຊົນ ກໍດີອົກດີໃຈ ມື້ອື່ນຕີ ຊິປະກາດວ່າ ກົດລະບຽບແນວໃດໆ ປະຊາຊົນ ກ່ະຕື່ນເຕັ້ນແຫລ້ວ ແຕ່ລະໝູ່ບ້ານ ກ໋ະລໍຄອຍຟັງເບິ່ງ ວ່າໃຜຊິອອກມາ ເປັນຢ່າງໃດ ຊິມີການປັບປຸງ ກັນເດ ຫລັງຈາກປະຊຸມ ຊຸດນີ້ແລ້ວ ບ້ານເມືອງກ່໋ະຊິດີຂຶ້ນ ໄປກວ່າເກົ່າ".
ຕາມປົກກະຕິແລ້ວ ນະໂຍບາຍ ແລະແຜນການ ຂອງ ພັກແລະຣັຖ ສປປລາວ ມັກຈະສ້າງຄວາມຫວັງ ທີ່ໜ້າຊື່ນຊົມ ຍິນດີ, ແຕ່ພາກ ປະຕິບັດໂຕຈິງ ອາດຈະມີ ອຸປສັກ ຂັດຂ້ອງ ຫລາຍປະການ ດັ່ງທີ່ເຄີຍເປັນມາ.