ການອອກລູກຂອງຍິງລາວ ໃນເຂດຊົນນະບົດ

ທາງການລາວ ພຍາຍາມ ຫລຸດຜ່ອນ ອັດຕຣາ ການເສັຽຊີວິດ ຂອງແມ່ຍິງ ໃນເວລາ ອອກລູກ.
ໂພໄຊສວັດ
2012.03.26
F-lao-women-kids ທາງການລາວ ພຍາຍາມ ຊ່ວຍເຫຼືອແມ່ຍິງ ທີ່ຈະຄອດລູກ ໃນເຂດ ສອກຫຼີກຫ່າງໄກ ໃຫ້ໄດ້ຫຼາຍຂື້ນ
RFA

ກົດຟັງສຽງ

ທາງການລາວ ພຍາຍາມ ຫລຸດຜ່ອນ ການເສັຍຊີວິດ ຂອງແມ່ຍິງ ແລະ ເດັກນ້ອຍ ຍ້ອນວ່າ ທີ່ຜ່ານມາ ແມ່ຍິງ ຈໍານວນຫລາຍ ເສັຍຊີວິດ ໃນຕອນອອກລູກ. ສາເຫດ ສໍາຄັນ ກໍແມ່ນວ່າ ແມ່ຍິງຖືພາ ບໍ່ມີເງິນ ໂຮງໝໍ ກໍໄກ ຈາກບ້ານ ແລະ ການເດີນທາງ ກໍບໍ່ສດວກ ຈຶ່ງຕ້ອງໄດ້ ອອກລູກເອງ ຕາມມີ ຕາມເກີດ ເມື່ອປະເຊີນ ກັບພາວະ ແຊກຊ້ອນ ໃນເວລາ ອອກລູກ ມີຫລາຍ ກໍຣະນີ ໄດ້ເສັຍ ຊີວິດໄປ ທັງແມ່ແລະເດັກ. ເຈົ້າໜ້າທີ່ ຈາກສູນ ບໍຣິການ ແມ່ແລະເດັກ ສາທາຣະນະສຸຂ ແຂວງ ອຸດົມໄຊ ເວົ້າວ່າ:

"ເພິ່ນຢາກຫລຸດ ອັດຕຣາ ການຕາຍ ຂອງແມ່ ເພື່ອຫລຸດ ບໍ່ຢາກໃຫ້ ແມ່ອອກລູກ ຢູ່ກັບເຮືອນ ຜ່ານມານັ້ນ ຂະເຈົ້າ ກໍມີຢູ່ ງົບປະມານ ແຕ່ມັນ ບໍ່ພຽງພໍ ບາງເທື່ອເຮົາ ໄປສໍາພາດ ແມ່ມານ ແລ້ວແມ່ມານ ກໍວ່າບໍ່ມີ ເງິນມາ ໂຮງໝໍ ການເດີນ ທາງຍຸ້ງຍາກ ບໍ່ມີພາ ຫະນະຫຍັງ ຫັ້ນໜ໋າ".

ນາງໄດ້ເວົ້າ ຕໍ່ໄປວ່າ ມີອົງການ ຊ່ວຍເຫລືອ ຕ່າງຊາດ ໃຫ້ເງິນ ສນັບສນູນ ແຂວງ ອຸດົມໄຊ ທັງໝົດ 6 ລ້ານ ກວ່າກີບ ຈາກທັງໝົດ 4 ແສນກວ່າ ໂດລາ ສະຫະຣັຖ ຊຶ່ງເງິນ ຈໍານວນ ດັ່ງກ່າວໄດ້ແບ່ງ ໄປຊ່ວຍ ແຂວງວຽງຈັນ ນໍາອີກ ແລະ ພາຍໃນແຂວງ ແຂວງ ອຸດົມໄຊເອງ ກໍໄດ້ແບ່ງ ໄປຊ່ວຍເຫລືອໃນ 3 ເມືອງ ຄືເມືອງໄຊ ເມືອງຫລາ ແລະ ເມືອງນາໝໍ້ ແລະ ຫາກເມື່ອ ໃຊ້ໝົດແລ້ວ ກໍຈະສາມາດ ເບີກຕື່ມ ຈາກທາງ ສູນກາງໄດ້.

ເຖິງຢ່າງໃດ ກໍຕາມ ຍັງມີ ຫລາຍແຂວງ ໃນລາວ ທີ່ປະສົບ ກັບບັນຫາ ແມ່ຍິງ ເສັຍຊີວິດ ຍ້ອນອອກລູກ ຕົວຢ່າງ ແຂວງ ໄຊຍະບຸຣີ ໃນປີ 2011 ປະມານ 120 ຄົນຕໍ່ 1 ແສນຄົນ ບັນຫາສໍາຄັນ ກໍແມ່ນ ຢູ່ຫ່າງໄກ ສອກຫລີກ ໃນການເດີນທາງ ໄປໂຮງໝໍ ໃນເມືອງ ກໍບໍ່ສະດວກ. ເຈົ້າໜ້າທີ່ ສູນບໍລິການ ແມ່ແລະເດັກ ແຂວງ ໄຊຍະບຸຣີ ມີແຜນການ ທີ່ຈະສຸມໃສ່ ການປິ່ນປົວ ແມ່ຍິງຖືພາ ໂດຍບໍ່ຄິດຄ່າ ປິ່ນປົວ ແຕ່ນີ້ກໍຍັງ ເປັນ ພຽງແຕ່ແຜນການ ເທົ່ານັ້ນ ຍັງບໍ່ທັນມີ ພາກ ປະຕິບັດ ໂຕຈິງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 27, 2012 05:43 AM

ໄຜໆກໍ່ຮູ້ດີຢູ່ແລ້ວວ່າ ປະຊາຊົນ ທົ່ວທຸກແຫ່ງທັັງທຸກແລະຈົນ ຢູ່ຫ່າງໄກສອກຫລີກ ເອົາເງິນຢູ່ບ່ອນໄດ ມາເສັຽຄ່າໂຮງໝໍ ແລະ ເອົາ ຍານພາຫານະ ບ່ອນໄດໄປຫາ ບ່ອນປິ່ນປົວໄດ້ຕາມຄວາມ ປາຖນາ,ສິ່ງດັ່ງກ່າວນີ້ກໍ່ ກ່າວໄດ້ວ່າ ຕາຽເສັຽ ດີ ກ່ວາຈະລຳບາກ ເປັນທາດ ຂອງພວກໃຊ້ ທິດສະດີ ຫນ້າພຣະ ໃຈມານ.