ທາງການລາວໂຈະ ສັມປະທານທີ່ດິນ

ສປປລາວ ຈຳເປັນ ຕ້ອງໄດ້ ໂຈະ ການ ສັມປະທານ ພື້ນທີ່ ປູກໄມ້ ອຸຕສາຫະກັມ ແລະ ຂຸດຄົ້ນ ບໍ່ທາຕຕ່າງໆ ໃນທົ່ວ ປະເທສ ຍ້ອນບໍ່ມີ ທີ່ດິນ ພຽງພໍ.
ຫວາດ ສີມູນ
2012.06.28
F-rubber-tree ພື້ນທີ່ດິນ ທີ່ໃຊ້ປູກ ຕົ້ນຢາງພາລາ ໃນພາກໃຕ້ ຂອງລາວ
gotoknow

ໃນປັຈຈຸບັນ ນີ້ ທາງກາຣ ສປປລາວ ຈໍາເປັນຕ້ອງໄດ້ ໂຈະ ກາຣໃຫ້ ສັມປະທານ ພື້ນທີ່ປູກ ຕົ້ນໄມ້ ອຸຕສາຫະກັມ ແລະ ກາຣລົງທຶນ ຕາມໂຄງກາຣ ຂຸດຄົ້ນ ບໍ່ແຮ່ທາຕ ຕ່າງໆ ໃນ ທົ່ວປະເທສ ໄວ້ກ່ອນ ຍ້ອນບັນຫາ ບໍ່ມີທີ່ດິນ ພຽງພໍ. ດັ່ງເຈົ້າໜ້າທີ່ ກະຊວງ ແຜນກາຣ ແລະ ກາຣລົງທຶນ ທ່ານໜຶ່ງ ໄດ້ກ່າວວ່າ:

"ຕອນນີ້ນີ໊ ກາຣຈັດສັນ ທີ່ດິນ ພວກເຮົາຍັງ ສັບສົນ ເພາະວ່າ ໂດຽສ່ວນຫລາຍ ເຮົາຈະເຮັດ ປູກຕົ້ນໄມ້ ເສຖກິຈ ຈະຕ້ອງກາຣ ເນື້ອທີ່ກວ້າງ ຕ້ອງເປັນທີ່ ຈອດກັນ ແຕ່ພວກເຮົາ ນີ້ມີຢູ່ ກະແຈກ ກະຈາຍ ຈັງຊັ້ນມັນຈຶ່ງ ໄປສັບສົນ ໃນກາຣ ຈະໄປຍຶດຢູ່ ໃຫ້ມັນໄດ້ ເນື້ອທີ່ໆ ເຂົາເຈົ້າ ຕ້ອງກາຣ ຈັງຊັ້ນ ພວກເຮົາ ຈຶ່ງຂໍໂຈະ ໄວ້ກ່ອນ ເພື່ອຈະມາ ສຳຣວຈ ເນື້ອທີ່ດີນ ກ່ອນ ແລະ ພວກເຮົາຈະ ເປີດອີກຕື່ມ ປະມານປີ 2015 (ກໍເປັນໄດ້)".

ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບ ກາຣລົງທຶນ ທາງດ້ານ ຂຸດຄົ້ນ ບໍ່ແຮ່ທາຕ ຕ່າງໆ ກໍມີກາຣ ໂຈະ ໄວ້ເຊັ່ນກັນ ນອກຈາກ ຈຳພວກ ໂຄງກາຣ ທີ່ທາງຣັຖບາລ ໄດ້ໃຫ້ ອະນຸຍາຕ ໄປແລ້ວ ນັ້ນ. ດັ່ງທີ່ທ່່ານ ໄດ້ໃຫ້ກາຣ ຊີ້ແຈງ ເພີ່ມວ່າ:

"ອັນນີ້ກໍໂຈະ ຄືກັນ ສະເພາະທີ່ ສເນີຂຶ້ນມາໃໝ່ ເຫຕຜົລ ກໍຄືພວກເຮົາ ຢາກສຳຣວຈ ຕົວຈິງ ຕື່ມເທື່ອໜຶ່ງ ແລະ ກໍຈະໄປເບີ່ງ ຕາມບັນດາ ບໍຣິສັທ ທີ່ເຮັດແລ້ວວ່າ ມັນມີ ປະສິທທິ ຜົລຊໍ່າໃດ ຜົລຕອບແທນ ມັນໄດ້ຈັ່ງໃດ ກວດກາຄືນ ບໍຣິສັທ ທີ່ອະນຸຍາຕ ໄປແລ້ວ ວ່າມັນໄດ້ ຜົລຕອບແທນ ຊໍ່າໃດ ແລະ ເຮົາຄວນສິເປີດ ຕໍ່ຫລື ບໍ່ເປີດ? ອັນນັ້ນອີກ ເຣື່ອງໜຶ່ງ".

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ສາເຫຕ ສໍາຄັນ ອີກອັນໜຶ່ງນັ້ນ ກໍເພື່ອກວດກາ ຄືນໃໝ່ ຕາມສັນຍາ ທີ່ໄດ້ຕົກລົງກັນ ເພື່ອຢາກຮູ້ວ່າ ທາງ ບໍຣິສັທ ໄດ້ເຮັດ ຄົບຖ້ວນ ໄປໝົດ ແລ້ວຫລືບໍ ຊື່ງ ທາງກາຣລາວ ກໍຕ້ອງໃຊ້ ເວລາ ເພື່ອຈະໃຫ້ ສາມາຕ ກວດກາ ທັງໝົດ ໃຫ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.