ບຸນພຣະທາຕຫຼວງ ມ່ວນຊື່ນຮຽບຮ້ອຍດີ

ທາງກາຣ ສປປລາວ ເອົາມາຕກາຣ ເຄັ່ງຄັດ ຮັກສາ ຄວາມສງົບ ໃນ ຣະຫວ່າງ ງານ ເທສການ ບຸນ ພຣະທາຕຫລວງ ປີ 2011.
ຫວາດ ສີມູນ
2011.11.07
F-That-Luang-festival ພຣະທາຕຫຼວງເຈດີ ທີ່ ນະຄອນຫຼວງວຽງຈັນ
RFA

ກົດຟັງສຽງ

ທາງກາຣ ສປປລາວ ໄດ້ອອກ ມາຕການ ວາງແຜນ ເພື່ອ ຄວາມເປັນ ຣະບຽບ ຮຽບຮ້ອຍ ແລະ ຮັກສາ ຄວາມສງົບ ໃນຣະຫວ່າງ ງານບຸນ ນະມັສກາຣ ພຣະທາຕຫລວງ ປີນີ້ ເຊັ່ນດຽວກັບ ທີ່ໄດ້ ປະຕິບັຕ ມາໃນແຕ່ ລະປີ ທີ່ ຜ່ານມາ. ໂດຍສະເພາະ ໃນປີນີ້ ມີກາຣ ເຂັ້ມງວດ ຂື້ນ ກວ່າເກົ່າ ຍ້ອນຍັງ ປາກົດເຫັນ ມີສະພາບ ຄວາມບໍ່ສງົບ ມັກຈະເກີດ ຂຶ້ນເລື້ອຽໆ ໃນເຂຕ ນະຄອນຫລວງ ວຽງຈັນ ຊຶ່ງ ກໍຮວມທັງ ບັນຫາ ກາຣຂາຍ ມົ້ວສຸມ ຢາເສພຕິດ ກາຣປຸ້ນ ຊິງຊັພ ກາຣງັດແງະ ລັກເລັກ ຂໂມຽນ້ອຍ ແລະ ກາຣເກີດ ອຸບັຕຕິເຫຕ ຕ່າງໆ ຍັງມີຢ່າງ ແພ່ຫລາຍ.

ໃນຂນະ ດຽວກັນ ກໍເປັນ ຣະຍະ ທີ່ກ້າວ ເຂົ້າສູ່ ຣະດູໜາວ ແລະ ອາກາສ ແຫ້ງແລ້ງ ທີ່ອາຈກໍໍ່ ໃຫ້ເກີດ ອັຄຄີພັຍ ໄດ້, ສະນັ້ນ ທາງເຈົ້າ ໜ້າທີ່ ກ່ຽວຂ້ອງ ຈຶ່ງໄດ້ເນັ້ນ ໃຫ້ໜ່ວຍ ກຳລັງ ປ້ອງກັນ ຮັກສາ ຄວາມສງົບ ຕ້ອງໄດ້ ເອົາໃຈໃສ່ ກວດກາ ແລະ ແນະນຳ ໃຫ້ ປະຊາຊົນ ມີສະຕິ ຣະວັງຕົວ ຢູ່ສເມີ ເພື່ອບໍ່ໃຫ້ ມີເຫຕຮ້າຍ ເກີດຂຶ້ນ, ໂດຽສະເພາະ ໃນຣະຫວ່າງ ງານໃຫຍ່ ປະຈຳຊາຕ ທີ່ ກຳລັງ ມີກາຣ ສລອງກັນ ຢູ່ ປັຈຈຸບັນ ນີ້ນັ້ນ.

ງານບຸນ ນະມັສກາຣ ພຣະທາຕຫລວງ ປີ 2011 ຫລື ພ.ສ. 2554 ນີ້ ໄດ້ເຣີ່ມ ຂຶ້ນແລ້ວ ແຕ່ມື້ ວັນທີ່ 4 ເປັນຕົ້ນມາ ຈົນຮອດ ວັນທີ່ 13 ພຶສຈິກາ ໄດ້ມີກາຣ ແສດງ ສັພສິນຄ້າ ຕ່າງໆ ທັງ ພາຄຣັຖ ແລະ ເອກຊົນ ບໍ່ຕໍ່າກວ່າ 1,200 ຮ້ານ ດ້ວຍກັນ ຊຶ່ງຈັດຂຶ້ນຢູ່ 2 ບ່ອນ ຄື: ຕາມ ບໍຣິເວນ ເດີ່ນ ພຣະທາຕຫລວງ ປະມານ 400 ຮ້ານ ແຕ່ ມື້ວັນ ທີ່ 4–10  ແລະ ສ່ວນທີ່ ເຫຼືອນັ້ນ ມີກຳໜົດ ເປີດແສດງ ຢູ່ສູນປະຊຸມ ທີ່ ໄອເທັຄ ແຕ່ວັນ ທີ 4-13 ພຶສຈິກາ ນີ້.

ໃນພິທີ ທາງສາສນາ ໃນງານ ນະມັສກາຣ ສໍາລັບ ປີນີ້ນັ້ນ ໄດ້ເຣີ່ມຂຶ້ນ ໃນມື້ ວັນທີ່ 8 ພຶສຈິກາ ນີ້ ເວລາ ບ່າຍ 3:00 ໂມງ ເປັນຕົ້ນໄປ ໂດຽຈະມີ ຂະບວນ ກາຣແຫ່ ຜາສາທເຜີ້ງ ອ້ອມ ບໍຣິເວນ ພຣະ ທາຕຫລວງ ແລະ ພິທີສູຕ ຕ່າງໆ ທາງ ສາສນາ ທີ່ ປະຕິບັຕ ກັນມາ ແຕ່ ດຶກດໍາບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 07, 2011 02:08 PM

ขอให้ฮักสา พัฒนา ส่งเสิม กิจกรรมกเยวกับพระทาดหลวงสือต่อไป เพาะเป็นสูนลวมจิตใจของปวงชนลาวทั่วโลก