ລາວແຂງຂັນປ້ອງກັນ ໄຂ້ຫວັດນົກ
2012.02.22
ກົດຟັງສຽງ
ທາງແຂນງ ລ້ຽງສັຕ ຂອງແຜນກ ກະສິກັມ ແລະປ່າໄມ້ ປະຈຳແຂວງ ຊຽງຂວາງ ໄດ້ເພີ່ມ ມາຕກາຣ ກວດກາ ແລະ ປ້ອງກັນໂຣຄ ໄຂ້ຫວັດນົກ ຢ່າງເຂັ້ມງວດ ໃນ ປັຈຈຸບັນ ນີ້ຫລັງຈາກ ທີ່ມີຂ່າວ ກາຣຣະບາດ ຂອງ ເຊື້ອໂຣຄ ທີ່ຮ້າຍແຮງ ດັ່ງກ່າວ ຢູ່ວຽຕນາມ ແຕ່ຕົ້ນປີ 2012 ນີ້ມາ ດັ່ງເຈົ້າໜ້າທີ່ ລາວ ຜູ້ໜຶ່ງ ໄດ້ກ່າວວ່າ:
"ຣົຖເນາະ ພາຫະນະເຂົ້າ-ອອກ ເວລາເຂົ້າ ຕ້ອງໄດ້ສີດ (ຢາ) ຂ້າເຊື້ອ ສະເພາະສັຕປີກ ຈາກວຽຕນາມ ພວກເຮົາ ບໍ່ໄດ້ເອົາ ເຂົ້າ ບໍ່ໄດ້ ນຳເຂົ້າ ຈັກຢ່າງເລີຽນ໋ະ ເພາະວ່າສັຕປີກ ຢູ່ລາວ ກໍມີພຽງ ພໍເນາະ".
ເຈົ້າໜ້າທີ່ ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ນອກຈາກກາຣ ງົດ ບໍ່ໃຫ້ນຳເອົາ ສິນຄ້າ ປະເພທ ສັຕປີກ ຕ່າ ງໆ ຈາກວຽຕນາມ ຜ່ານຊາຍແດນ ເຂົ້າຊຽງຂວາງ ແລ້ວນັ້ນ ທາງເຈົ້າໜ້າທີ່ ປະຈຳດ່ານ ແຕ່ລະແຫ່ງ ຍັງຕ້ອງ ໄດ້ຊີດຢາ ຂ້າເຊື້ອໂຣຄ ຕາມຣົຖບັນທຸກ ສິນຄ້າ ຢູ່ກັບດ່ານ ນຳອີກ ເພື່ອ ຄວາມປອດພັຍ ແລະ ໂດຽສະເພາະ ທີ່ມີກາຣ ຣາຍງານວ່າ ເຊື້ອໂຣຄ ໄຂ້ຫວັດນົກ ສາຍ ພັນ H5N1 ທີ່ຣະບາດ ຢູ່ວຽຕນາມ ບໍ່ຕໍ່າກວ່າ 11 ແຂວງ ແລ້ວນັ້ນ ກໍເປັນສາເຫຕ ທີ່ເຮັດໃຫ້ ຊາວວຽຕນາມ ເສັຽຊີວີຕ ຍ້ອນໄປແລ້ວ 2 ຄົນ ພ້ອມກັບ ມີກາຣທຳລາຍ ຈຳພວກ ສັຕປີກ ໃນທົ່ວ ປະເທສ ນຳອີກຫລາຍ ໝື່ນ ໂຕແລ້ວ.