ຫາເຊົ້າກິນຄໍ່າ ແຮງທຸກໜັກ
2011.05.12

ກົດຟັງສຽງ
ນາຍ ພົງທອງ ຄົນຂັບຣົດ ຕຸກໆຮັບຈ້າງ ຢູ່ ນະຄອນຫລວງ ວຽງຈັນ ເວົ້າວ່າ ໃນຣະຍະນີ້ ລາວຈຳເປັນ ຕ້ອງຂັບຣົດ ຫາເງິນ ຢ່າງໜ້ອຍ 16 ຊົ່ວໂມງ ຕໍ່ມື້ ຈຶ່ງໄດ້ເງິນ ພໍລ້ຽງ ຄອບຄົວ ແລະໄດ້ເງິນ ປະມານ ນຶ່ງແສນກີບ ຕໍ່ມື້, ຖ້າບໍ່ເຮັດ ແບບນັ້ນ ລູກເມັຍ ຈະບໍ່ພໍກິນ ເພາະອາຫານ ທຸກສິ່ງຢ່າງ ແພງຂື້ນໝົດ. ເມື່ອນັກຂ່າວ ຖາມວ່າ ນອກຈາກ ຂັບຣົດແລ້ວ ຈະເຮັດ ຫຍັງອີກ ເພື່ອໃຫ້ຢູ່ລອດ ຄົນຂັບຣົດ ຕຸກໆ ຕອບວ່າ ລາວມີລູກ ສາມຄົນ ຈະໃຫ້ ລູກຊາຍ ສອງຄົນ ອອກໂຮງຮຽນ ເພື່ອມາຂັບຣົດ ຮັບຈ້າງ ສ່ວນລູກສາວ ນັ້ນກໍຈະໃຫ້ ເອົາຜົວ ຄົນ ຕ່າງປະເທດ.
ກະຊວງ ອຸດສາຫະກັມ ແລະ ການຄ້າ ສປປລາວ ຣາຍງານວ່າ ປັດຈຸບັນ ຣາຄາ ນ້ຳມັນ ໄດ້ຖີບສູງຂື້ນ ເປັນລີດ ລະ ສິບກວ່າພັນກີບ; ສ່ວນຣາຄາ ອາຫານ ເຊັ່ນຊິ້ນງົວ ແພງຂື້ນ ເປັນກິໂລລະ 45,000 ກີບ ແລະ ຊິ້ນໝູແພງຂື້ນ ເປັນ 38,000 ກີບ ໄລ່ສະເລັ່ຍແລ້ວ ແພງຂື້ນເຖິງ 5,000 ກີບຕໍ່ກິໂລ.
ພະນັກງານ ຂອງຣັຖ ກໍມີ ຊີວິດ ການຢູ່ກິນ ທີ່ຝືດເຄືອງ ເຊັ່ນດຽວກັນ ໃນເວລານີ້, ສິນຄ້າ ສ່ວນຫລາຍ ແມ່ນຈາກໄທ ການຜລິດ ຢູ່ລາວ ຍັງຕ່ຳ ຍັງບໍ່ ສາມາດ ກຸ້ມຕົນເອງ ໄດ້.
ທ່ານ ບຸນທະວີ ສີສຸພັນທອງ ຮອງ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ກ່າວວ່າ ຣັຖບານ ກຳລັງ ຊອກຫາ ວິທີຊ່ວຍ ບັນເທົາ ຜົນກະທົບ ຈາກຣາຄາ ສິ້ນຄ້າແພງ ຢູ່ເວລານີ້.