ການໃຊ້ຈ່າຍ ໃນແຕ່ລະແຂວງ
2010.11.19
ກົດຟັງສຽງ
ອົງການກວດກາ ແຫ່ງຣັຖ ທີ່ກວດສອບ ການຈັດຕັ້ງ ປະຕິບັດ ແຜນການວຽກງານ ຂອງ ຣັຖບານ ປະຈໍາສົກ ປີ 2009-2010 ນີ້ວ່າ ຍັງມີ ຫລາຍແຂວງສືບຕໍ່ ໃຊ້ຈ່າຍເງິນ ນອກແຜນ ງົບປະມານ. ຫລາຍກະຊວງ ແລະ ຫລາຍແຂວງ ຍັງບໍ່ໄດ້ ມອບລາຍຮັບ ແລະ ເງິນຊ່ວຍເຫລືອ ຈໍານວນນື່ງ ເຂົ້າ ງົບປະມານ ຂອງຣັຖ ແຕ່ເອົາໄປໃຊ້ ນອກແຜນການ.
ທ່ານ ບົວສີ ລໍວັນໃຊ ປະທານ ອົງການກວດສອບ ແຫ່ງຣັຖ ກ່າວວ່າ ໃນລະຍະ ນື່ງປີ ຜ່ານມາ ອໍານາດການ ປົກຄອງ ໃນຫລາຍແຂວງ ໄດ້ໃຊ້ຈ່າຍເງິນ ນອກແຜນ ງົບປະມານ ຈໍານວນ 53 ຕື້ ກ່ວາກີບ. ຢູ່ໃນຫລາຍ ກະຊວງ ນະຄອນຫລວງ ວຽງຈັນ ເອງ ແລະ ຫລາຍແຂວງ ມີລາຍຮັບ ຈາກວິຊາການ ຈາກ ຄັງພັທນາ ແລະ ເງິນ ຊ່ວຍເຫລືອ ຈໍານວນທັງໝົດ 83 ຕື້ ກ່ວາກີບ ແຕ່ເງິນຈໍານວນ ນີ້ບໍ່ໄດ້ ມອບເຂົ້າ ງົບປະມານ ຂອງຣັຖ ແລະ ໄດ້ນໍາໄປ ຈ່າຍນອກແຜນການ ຈໍານວນ 62 ຕື້ ກ່ວາກີບ. ທ່ານເປີດເຜີຽ ຕື່ມວ່າ ຫລາຍກະຊວງ ແລະ ຫລາຍແຂວງ ມີລາຍຮັບ ຈາກການຂາຍໄມ້ ທີ່ບໍ່ໄດ້ ມອບເຂົ້າ ງົບປະມານ ຣັຖ ຈໍານວນ 65 ຕື້ ກີບກ່ວາ.
ດ້ວຍເຫດນີ້ ຈື່ງໄດ້ເກີດ ມີໜີ້ສີນ ນອກແຜນການ ເປັນຈໍານວນເງິນ 909 ຕື້ ກ່ວາກີບ. ຜ່ານການກວດສອບ ຣັຖວິສຫະກິດ ແລະ ສະຫະກິດປະສົມ ຈໍານວນ 11 ເປົ້າໝາຍ ພົບວ່າ ຫລາຍເປົ້າໝາຍ ບໍ່ປະຕິບັດ ລະບຽບການ ບັນຊີ- ການຈັດຊື້ ບໍ່ຖືກຕ້ອງຕາມ ລະບຽບການ ເຊັ່ນວ່າ ການບັນທຶກ ລາຍຈ່າຍເງິນ ບໍາເນັດ ທີ່ຊໍ້າຊ້ອນກັນ ການບັນທຶກບັນຊີ ລາຍຮັບ ບໍ່ຄົບຖ້ວນ ຕາມຈໍານວນ. ທ່ານວ່າ ທັງໝົດນີ້ ເປັນການລະເມີດ ກົດໝາຍ ວ່າດ້ວຍ ງົບປະມານ ແຫ່ງຣັຖ ທີ່ລະບຸໄວ້ວ່າ ທຸກແຫລ່ງ ລາຍຮັບ ແລະ ລາຍຈ່າຍ ງົບປະມານ ທັງໝົດ ຕ້ອງໄດ້ລວມສູນ ຢ່າງຄົບຖ້ວນ ບໍ່ໃຫ້ເກັບ ລາຍຣັບໄວ້ ນອກລະບົບ ງົບປະມານ ແຫ່ງຣັຖ ເພື່ອສ້າງຄັງ ຂອງຕົນເອງ ໂດຍບໍ່ໄດ້ຮັບ ອະນຸຍາດ.