ຣະບົບປະກັນ ສຸຂພາບສັງຄົມຢູ່ລາວ

ທາງການລາວ ພຍາຍາມ ປັບປຸງ ຣະບົບ ປະກັນ ສຸຂພາບ ສັງຄົມ ໃຫ້ດີຂື້ນ.
ສິດນີ
2011.06.08
F-kids-women ແມ່ຍິງແລະເດັກນ້ອຍ ເຫລົ່ານີ້ມີຢູ່ ໃນທຸກໆໝູ່ບ້ານ ຄອງຖ້າການ ຊ່ວຍເຫລືອ ທຸກໆຄັ້ງໃນຍາມ ເຈັບໄຂ້ໄດ້ປ່ວຍ
RFA

ກົດຟັງສຽງ

ຣັຖບານ ສປປລາວ ຈັດໃຫ້ມີ ຣະບົບ ປະກັນ ສຸຂພາບ ສັງຄົມ ຂື້ນມາ ເປັນເວລາ ຫລາຍປີແລ້ວ ແຕ່ຍັງ ບໍ່ໄດ້ ຜົນດີ ເທົ່າທີ່ຄວນ ເພາະຍັງ ບໍ່ທົ່ວເຖິງ ຄົນງານ ທີ່ເຮັດວຽກ ກັບ ເອກກະຊົນ ຫລາຍ ພາກສ່ວນ ຍັງບໍ່ທັນມີ ປະກັນ ສັງຄົມ ເທື່ອ. ທ່ານ ຄຳພວງ ອິນທະເສນ ຜູ້ອຳນວຍການ ອົງການ ປະກັນ ສັງຄົມ ພາກ ວິສາຫະກິດ ອະທິບາຍ ບັນຫາ ແລະ ອຸປສັກ ຕໍ່ການ ຂຍາຍການ ປະກັນ ສັງຄົມ ຢູ່ລາວ ນັ້ນວ່າ:

“ຮອດປັດຈຸບັນ ນີ້ ທັງຂໍ້ ກຳນົດ ຣະບຽບຕ່າງໆ ກໍຈັດຕັ້ງ ປະຕິບັດ ຄ່ອຍປັບ ຄ່ອຍປ່ຽນໄປ ເຮົາບໍ່ມີ ປະສົພການ ບໍ່ເປັນວຽກ ທີ່ເຄີຍ ມາກ່ອນ ທັງປັບປຸງ ທັງເຮັດ ທັງແກ້ໄຂ ຂໍ້ຫຍຸ້ງຍາກ ການ ປະຊາສັມພັນ ບໍ່ທັນ ກວ້າງຂວາງພໍ ແລະ ບໍ່ເຂົ້າເຖິງ ເປົາໝາຍໄດ້ ເປັນຕົ້ນວ່າ ກຸ່ມເປົ້າໝາຍ ເຮົາແມ່ນ ບັນດາ ພວກແຮງງານ ຢູ່ໃນ ຣັຖວິສາຫະກິດ ຫລືວ່າ ເອກກະຊົນ ຕ່າງໆ ທີ່ມີການ ຈ້າງງານ ມັນຍາກ ແກ່ການ ໂຄສະນາ.”

ທ່ານ ຄຳພວງ ອະທິບາຍ ຕື່ມວ່າ ສຳຣັບ ຄົນງານ ທີ່ເປັນ ພະນັກງານ ຂອງຣັຖ ບໍ່ມີບັນຫາ ໃນການ ເຂົ້າເຖິງ ແລະ ໃນການ ເຂົ້າຢູ່ໃນ ຣະບົບ ປະກັນ ສັງຄົມ ເພາະ ພະນັກງານ ຂອງຣັຖ ມີການ ຈັດຕັ້ງ ຢ່າງດີ ແລະ ງ່າຍຕໍ່ການ ຕິດຕໍ່ ພົວພັນ. ບັນຫາໃຫຍ່ ແມ່ນກັບ ຄົນງານ ທີ່ເຮັດວຽກ ກັບ ບໍຣິສັດ ເອກກະຊົນ ຊຶ່ງຫລາຍ ຄົນບໍ່ໄດ້ ຮັບຂໍ້ມູນ ຂ່າວສານ ບໍ່ຟັງ ວິທະຍຸ ບໍ່ເບິ່ງ ໂທຣະທັດ ແລະ ບໍ່ອ່ານ ໜັງສືພິມ ຂ່າວສານ ຂອງ ທາງການ. ພວກເຂົາ ຈຶ່ງບໍ່ຮູ້ ວ່າ ຈະເຂົ້າຮ່ວມ ຣະບົບ ປະກັນ ສັງຄົມ ແນວໃດ ແລະ ຈະມີປໂຍດ ແນວໃດ.

ຣັຖບານລາວ ພຍາຍາມ ໃຫ້ຄົນງານ ເຂົ້າຮ່ວມ ຣະບົບ ປະກັນ ສັງຄົມ ຊຶ່ງເປັນ ຣະບົບ ທີ່ວ່າ ຄົນງານ ຕ້ອງເສັຍເງິນ ແຕ່ລະເດືອນ ເພື່ອວ່າ ຖ້າຫາກ ຄົນງານ ຜູ້ເຂົ້າ ຮ່ວມນັ້ນມີ ອຸບປະຕິເຫດ ໃນ ວຽກງານ      ເຈັບປ່ວຍ ອອກລູກ ຫລື ເສັຍຊີວິດ ຫ້ອງການ ປະກັນ ສັງຄົມ ກໍຈະຊ່ວຍ ເສັຍຄ່າ ໃຊ້ຈ່າຍ ໃນການ ຮັກສາ ສຸຂພາບ ເຊັ່ນຄ່າ ໂຮງໝໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.