ຄວາມສໍາພັນ ລາວ-ຈີນ-ວຽດນາມ
2011.04.04
ກົດຟັງສຽງ
ພາຍຫລັງ ສິ້ນສຸດ ກອງປະຊຸມ ພັກ ຄອມມິວນິສທ໌ ລາວ ເມື່ອບໍ່ນານມານີ້, ບາງຄົນ ເຊື່ອວ່າ ວ່າ ເປັນໄຊຊະນະ ຂອງ ວຽດນາມ ແລະ ເປັນການຖອຍຫລັງ ຂອງຈີນ ໃນການແຂ່ງຂັນກັນ ທາງດ້ານອິດທິພົນ ໃນສປປລາວ, ອີງຕາມຣາຍງານ ຂອງໜັງສືພິມ The StraitsTimes ໃນວັນທີ 1 ເມສານີ້.
ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ, ຜູ້ທີ່ເຂົ້າຮັບ ຕໍາແໜ່ງແທນ ທ່ານ ບົວສອນ ບຸຜາວັນ, ພາຍຫລັງ ການລາອອກຈາກຕໍາແໜ່ງ ຂອງທ່ານ ໃນເດືອນທັນວາ ຜ່ານມາ, ຊຶ່ງທ່ານ ທອງສິງ ຖືກເລື່ອນຕໍາແໜ່ງ ຂຶ້ນເປັນຄົນທີ 2 ໃນກົມການເມືອງ, ແລະ ຜູ້ທີ 2 ຫລັງຈາກ ທ່ານ ຈູມມາລີ ໄຊຍະສອນ, ຜູ້ທີ່ ຮັກສາຕໍາແໜ່ງ ເລຂາພັກ ຕື່ມອີກ 5 ປີ.
ທ່ານ ທອງສິງ ທີ່ເຊື່ອກັນວ່າ ເປັນຜູ້ນິຍົມ ວຽດນາມ ຊຶ່ງກົງກັນຂ້າມ ກັບ ອາດີດນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ, ທີ່ຖືກສົງໃສວ່າ ມີທ່າອຽງໄປນິຍົມຈີນ. ເຖິງຢ່າງໃດ ກໍຕາມ, ຄວາມເຊື່ອດັ່ງກ່າວ ເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ຊຶ່ງໃນຄວາມເປັນຈິງແລ້ວ ຜູ້ນໍາ ສປປລາວ ພຍາຍາມ ຮັກສາສາຍສັມພັນ ທີ່ດີ ກັບ ວຽດນາມ ແລະ ຈີນ, ແລະ ພຍາຍາມ ສ້າງຄວາມສົມດຸນ ດ້ານຜົນປໂຍດ ແລະ ອິດທິພົນ ຂອງ ຣັຖບານ ກຸງປັກກິ່ງ ແລະ ຮ່າໂນ້ຍ. ເຖິງຢ່າງໃດ ກໍຕາມ ການຮັກສາ ຄວາມສົມດຸນນັ້ນໄວ້ ຄ້າຍກັບວ່າ ມີຄວາມລໍາບາກຫລາຍຂຶ້ນ ໃນຂນະທີ່ ລາວ ຖືກດຶງເຂົ້າໄປໃກ້ ໂຄຈອນ ເສຖກິດ ຂອງຈີນ ຫລາຍຂຶ້ນ.
ສ່ວນ ການແຂ່ງຂັນ ດ້ານອິດທິພົນ ໃນລາວ, ວຽດນາມ ຍັງມີສາຍສັມພັນ ທີ່ດີ ກັບພາຍໃນ ຂອງລາວ, ຊຶ່ງໃນຕອນທ້າຍ ຂອງສົງຄາມວຽດນາມ, ລາວ ໄດ້ຮັບການຊ່ອຍເຫລືອ ຈາກວຽດນາມ ໃນການຍຶດອໍານາດ ປີ 1975. ວຽດນາມ ແລະ ລາວ ມີສົນທິສັນຍາ ການຮ່ວມມືພິເສດ ຣະຫວ່າງກັນ 25 ປີ ໃນປີ 1977. ນອກຈາກນັ້ນ, ວຽດນາມ ຍັງໄດ້ ສົ່ງທະຫານ ໄປປະຈໍາຢູ່ລາວ 50,000 ຄົນ, ແລະ ໃນປີ 1989 ກໍໄດ້ຖອນທະຫານ ອອກມາ. ເຖິງຢ່າງໃດ ກໍຕາມ, ວຽດນາມ ຍັງຮັກສາ ຄວາມສັມພັນ ຢ່າງໃກ້ຊິດ ດ້ານການເມືອງ, ເສຖກິດ ແລະ ປ້ອງກັນຊາດ ກັບລາວ, ແລະ ທັງສອງປະເທດ ຍັງສືບຕໍ່ສາຍສັມພັນ ພິເສດ ຊຶ່ງກັນແລະກັນ.