ລາວຄວນຫຼຸດຜ່ອນນໍາໃຊ້ ຊັພຍາກອນທັມຊາຕ

ຣັຖບານລາວ ຖືກສເນີໃຫ້ ພັທນາ ເສຖກິດ ທີ່ຕ້ອງໃຊ້ ຊັພຍາກອນ ທັມຊາດ ໜ້ອຍລົງ.
ອາວາຣີ
2012.01.09
F-World-bank ທະນາຄານໂລກ ໃຫ້ການຊ່ວຍເຫຼືອ ປະເທດ ທີ່ກໍາລັງ ພັທນາ
Image Source Page: greenpeace.org

ກົດຟັງສຽງ

ທະນາຄານ ໂລກ ຣາຍງານ ເມື່ອທ້າຍປີ 2011 ວ່າຜ່ານມາ ຣັຖບານລາວ ສ້າງສາພັທນາ ປະເທດ ໂດຍອາໄສ ຊັພຍາກອນ ທັມມະຊາດ ເປັນສ່ວນໃຫຍ່ ເປັນຕົ້ນ ຕັດໄມ້ ຂາຍໄມ້ ຂຸດຄົ້ນບໍ່ແຮ່ ແລະ ສ້າງເຂື່ອນ ໄຟຟ້າ.

ປັດຈຸບັນ ມູລຄ່າ ການຜລິດລວມ ພາຍໃນ ປະເທດ ຂອງສປປລາວ ເຖິງ 75 ສ່ວນຮ້ອຍ ແມ່ນໄດ້ ມາຈາກ ການຂາຍ ຊັພຍາກອນ ທັມມະຊາດ. ເລີ້ມແຕ່ນີ້ໄປ ຣັຖບານລາວ ຄວນສົ່ງເສີມ ການຜລິດ ດ້ານ ອຸດສາຫະກັມ ກະສິກັມ ແລະ ບໍຣິການ ໃຫ້ຫລາຍຂື້ນ ຢ່າງໜ້ອຍ ໃຫ້ໄດ້ 50 ສ່ວນຮ້ອຍ ຂອງຜົນຜລິດ ລວມທັງໝົດ.

ທະນາຄານໂລກ ສເນີໃຫ້ ຣັຖບານລາວ ສົ່ງເສີມ ຂແນງການຜລິດ ເຫລົ່ານີ້ ໂດຍວິທີ ຫລຸດຄ່າ ເກັບພາສີ ຈາກ ຜູ້ລົງທຶນ ທາງດ້ານ ກະສິກັມ ແລະ ອຸດສາຫະກັມ ກໍຄວນຫລຸດ ພາສີພິເສດ ໃຫ້ຜູ້ລົງທຶນ. ທະນາຄານ ໂລກ ຢາກໃຫ້ ຣັຖບານລາວ ຊອກຫາ ແຫຼ່ງທຶນ ໃຫ້ຊາວນາ ແລະ ນັກທຸຣະກິດ ທີ່ຢາກ ລົງທຶນ ເຮັດການຜລິດ ໃນດ້ານອື່ນໆ ທີ່ບໍ່ອາໄສ ຊັພຍາກອນ ທັມມະຊາດ.

ອີກຢ່າງນື່ງ ທີ່ສໍາຄັນ ຣັຖບານລາວ ຄວນຝຶກອົບຮົມ ຄົນງານ ໃຫ້ມີຄວາມຮູ້ ຊຳນິຊຳນານ ໃນວຽກງານ ຜລິດກະສິກັມ ອຸດສາຫະກັມ ແລະເຣື່ອງ ບໍຣິການ ຕ່າງໆ. ການພັທນາ ເສຖກິດ ທີ່ອາໄສ ຊັພຍາກອນ ທັມມະຊາດ ຫລາຍເກີນໄປນັ້ນ ມັນຈະບໍ່ ຍືນຍົງ ຄົງຕົວ ເພາະຊັພຍາກອນ ທັມມະຊາດ ມີມື້ສູນຫາຍ ໝົດໄປ. ໃນປະເທດ ທີ່ຈະເຣີນ ເສຖກິດ ສ່ວນຫລາຍ ອາໄສ ການຜລິດ ທາງດ້ານ ອຸດສາຫະກັມ ແລະການ ບໍຣິການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.