ລາວຢາກໃຫ້ບຣູນາຍ ຮ່ວມຜລິດເຂົ້າແລະນໍ້າມັນ
2011.05.09

ກົດຟັງສຽງ
ກະສັດ ບຣູນາຍ ໄດ້ປະຊຸມ ກັບນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ເປັນກໍຣະນີ ພິເສດ ໃນມື້ສຸດທ້າຍ ກອງປະຊຸມ ອາຊຽນ ຄັ້ງທີ 18 ທີ່ຈັດຂື້ນ ໃນ ອີນໂດເນເຊັຽ ເພື່ອໂອ້ລົມກັນ ກ່ຽວກັບ ຄວາມຮ່ວມມື ຣະຫວ່າງ ສອງປະເທດ.
ທ່ານ ເຄນທອງ ນວນທະສິງ ເອກອະທິບໍດີ ຫ້ອງການຂ່າວ ກະຊວງການຕ່າງ ປະເທດ ສປປລາວ ໄດ້ໃຫ້ສໍາພາດ ແກ່ຫນັງສືພິມ the bulletin ຂອງ ບຣູນາຍ ວ່າທາງການ ລາວ ມີຄວາມຍີນດີ ແລະ ສັນຍາວ່າ ຈະໃຫ້ຄວາມ ສະດວກ ທຸກຢ່າງ ຖ້າຈະມີການ ລົງທືນ ໂດຍກົງ ຈາກ ບຣູນາຍ ໂດຍສະເພາະ ກ່ຽວກັບ ການຜລິດເຂົ້າ ແລະ ການສຳຣວດ ນໍ້າມັນ ໃນລາວ. ຜູ້ນໍາ ທັງສອງ ໄດ້ແລກປ່ຽນ ຄວາມຄິດ ຄວາມເຫັນ ກ່ຽວກັບ ຄວາມສໍາພັນ ຣະຫວ່າງ ສອງປະເທດ ຮ່ວມດ້ວຍ ບັນຫາ ຂົງເຂດ ທີ່ສອງປະເທດ ເປັນຫວ່ງ.
ອີງຕາມ ຄໍາໃຫ້ການ ຂອງ ທ່ານ ເຄນທອງ: ທ່ານ ທອງສີງ ທັມມະວົງ ຕ້ອງການ ການລົງທືນ ຈາກ ປະເທດບຣູນາຍ ໃນລາວ, ລາວຍີນດີ ການລົງທືນ ທຸກຮູບແບບ ຈາກປະເທດ ບຣູນາຍ ແລະ ກໍ່ສັນຍາວ່າ ຣັຖບານລາວ ຈະໃຫ້ ຄວາມສະດວກ ທຸກຢ່າງ ໃນການລົງທືນ ທາງດ້ານ ການປູກເຂົ້າ ແລະ ການຄົ້ນຄວ້າ ນໍ້າມັນ ໃນລາວ. ທ່ານ ຍອມຮັບວ່າ ບຣູນາຍ ມີປະສົພການ ໃນເຣື້ອງ ນໍ້າມັນ ແລະ ແກສ ທັມມະຊາດ. ສປປລາວ ກໍ່ເຕັມໄປດ້ວຍ ຊັພຍກອນ ທັມມະຊາດ ແຕ່ຂາດ ນ້ຳມັນ.