ການຮັກສາຄວາມສງົບ ເພີ້ມຂື້ນໃນວັນປ່ອນບັດ

ສປປລາວ ເພີ່ມມາຕກາຣ ຮັກສາ ຄວາມສງົບ ໃນຣະຫວ່າງ ກາຣເລືອກຕັ້ງ ທົ່ວ ປະເທສ ໃນທ້າຍ ສັປດາ ນີ້.
ຫວາດ ສີມູນ
2011.04.28
F-police-woman ຕໍາຣວດ ຮັກສາ ຄວາມປອດໄພ ຄວາມຮຽບຮ້ອຍ ໃນແຕ່ລະ ໝູ່ບ້ານ
RFA

ກົດຟັງສຽງ

ທາງກາຣ ສປປລາວ ຈັດຕຣຽມ ກຳລັງ ເຈົ້າໜ້າທີ່ ຮັກສາ ຄວາມສງົບ ຢ່າງເຂັ້ມງວດ ທົ່ວ ປະເທສ ໃນຣະຫວ່າງ ທີ່ມີ ກາຣເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາຕ ຊຸດທີ່ VII ທີ່ມີ ກຳໜົດ ຈັດຂຶ້ນ ໃນມື້ວັນທີ່ 30 ເມສາ ນີ້ ເພື່ອປ້ອງກັນ ທີ່ທາງກາຣ ລາວ ເອີ້ນວ່າ “ກຸ່ມຄົນບໍ່ດີ” ທີ່ອາຈຈະ ສ້າງຄວາມ ບໍ່ສງົບ ຂຶ້ນໄດ້. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ກະຊວງ ປ້ອງກັນ ຄວາມສງົບ ທ່ານໜຶ່ງ ກ່າວວ່າ:

“ປກສ ຕຳຣວຈ ກຸ່ມບ້ານ ເນັ້ນໃສ່ ອຳນາຈ ປົກຄອງ ເປັນເຈົ້າກາຣ  ເພື່ອຕີຕ້ານ ຖ້ອຍທຳນອງ ໃສ່ຮ້າຍ ປ້າຍສີ ບິດເບືອນ ຂອງອິທທິ ກຳລັງ ປໍຣະປັກ ເຝົ້າຕິດຕາມ ໃນກາຣ ປ່ອນບັຕ ນີ້ ພວກເຮົາ ກໍມີ ມາຕກາຣ ແລະ ໄດ້ນຳໃຊ້ ກຳລັງ ພວກເຮົານີ້ ໂດຽສະເພາະ ແມ່ນ ປກສ ກຸ່ມບ້ານ ຫລາຍ ພໍສົມຄວນ ເພື່ອເຮັດໃຫ້ ຮັບປະກັນ ໃຫ້ແກ່ ວັນປ່ອນບັຕ ຄັດເລືອກ ຮັບປະກັນ 100%”.

ພ້ອມດຽວກັນ ທ່ານ ກໍວ່າ ມາຕກາຣ ຮັກສາ ຄວາມປອດພັຍ ແລະ ກາຣກວດກາ ຮັກສາ ຄວາມສງົບ ໃນທົ່ວ ປະເທສ ຈະໃຊ້ ເຈົ້າໜ້າທີ່ ປກສ ໃນທົ່ວເຂຕ ພື້ນທີ່ໆມີ ກາຣປ່ອນບັຕ ເລືອກຕັ້ງ ແລະ ເພື່ອໃຫ້ ຄວາມເບີ່ງແຍງ ຮັກສາ ຄວາມສງົບ ຮຽບຮ້ອຍ ໃນວັນ ເລືອກຕັ້ງ ຊຶ່ງທາງ ເຈົ້າໜ້າທີ່ ປກສ ກໍມີສ່ວນ ຊ່ວຍໃນກາຣ ປະຊາສັມພັນ ແລະ ແນະນຳ ໃຫ້ປະຊາຊົນ ໄປໃຊ້ສິທ ປ່ອນບັຕ ເລືອກຕັ້ງ ໃຫ້ໄດ້ເຖິງ 100% ຕາມຄາດໝາຍ ທີ່ໄດ້ ວາງໄວ້.

ໃນຂນະດຽວກັນ ທາງເຈົ້າໜ້າ ທີ່ ປກສ ຍັງຈະໄດ້ ເນັ້ນໃນ ກາຣຮັກສາ ຄວາມປອດພັຍ ໃນຣະຍະ ທີ່ມີກາຣ ນັບບັຕ ຄະແນນ ຜົລກາຣ ເລືອກຕັ້ງ ແລະ ເວລາ ອັດຫີບ ບັຕເລືອກຕັ້ງ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.