ຂ.ສາຣະວັນ ຈະຕັດໄມ້ໜ້ອຍລົງ

ແຂວງສາຣະວັນ ຕັ້ງເປົ້າໝາຍ ຈະຫລຸດ ປະຣິມານ ການອອກ ອະນຸຍາດ ຕັດໄມ້.
ສິດນີ
2011.04.05

ກົດຟັງສຽງ

ຫ້ອງການປ່າໄມ້ແຂວງສາຣະວັນເປິດເຜີຍວ່າ,ປັດຈຸບັນແຂວງສາຣະວັນມີນະໂຍ ບາຍໃຫ້ໂກຕາຕັດໄມ້ແຕ່ຈະຫລຸດປະຣິມານການຕັດແລະການຜລີດສີນຄ້າປະເພດ ໄມ້ລົງເນື່ອງຈາກປ່າໄມ້ໃນແຂວງເຫລືອ-ຫນ້ອຍແລະຕົ້ນໄມ້ທີ່ເກີດໃຫມ່ນັ້ນໃຫຍ່ນຳ ບໍ່ທັນທີ່ຈະທົດແທນຕົົ້ນໄມ້ທີ່ຖືກຕັດໄປ.ທາງການແຂວງຈື່ງອະນຸຍາດໃຫ້ຕັດໄມ້ ສະເພາະແຕ່ໃນບໍຣິເວນບໍ່ແຮ່ຫລືບໍຣິເວນທີ່ຈຳເປັນເທົ່ານັ້ນ.ດັ່ງເຈົ້າຫນ້າທີ່ປ່າໄມ້ ທ່ານນື່ງເວົ້າວ່າ:

"ນະໂຍບາຍ ຂອງຣັຖບານ ຄືເປົ້າຫມາຍ ເຮົາຢາກຫລຸດຜ່ອນ ການນຳໃຊ້ໄມ້ ຄືເຮົາຢາກຕັດສະເພາະ ແຕ່ຈຸດບໍ່ເງິນບໍ່ທອງ ບໍ່ອີ່ຫຍັງກໍ່ແລ້ວແຕ່ ເຮົາບໍ່ຢາກຂຍາຍ ເນື້ອທີ່ທຳລາຍປ່າ ເປົ້າຫມາຍຢາກຫລຸດ ມຸ້ງເນັ້ນການຜລີດ ການກະເສດ ແລ້ວກໍ່ແຫລ່ງຜລີດ ພະລັງງານໄຟຟ້າ ແລ້ວກໍ່ແຫລ່ງທ່ອງທ່ຽວ".

ທ່ານກ່າວຕໍ່ໄປວ່າ,ແຂວງສາຣະວັນມີນະໂຍບາຍຫລຸດການຜລິດສິນຄ້າປະເພດໄມ້ ເພາະບໍ່ຢາກໃຫ້ມີການຕັດໄມ້ຫລາຍເນື່ອງຈາກປ່າໄມ້ໃນແຂວງຍັງເຫລືອບໍ່ຫລາຍ ຫລັງຈາກນ້ຳຖ້ວມຫນັກແລະລົມພະຍຸ-ເກສນາໃນປີ2009ຊື່ງຫມູ່ບ້ານໃນເມືອງ ຄົງເຊໂດນແລະເມືອງສາຣະວັນກວ່າ116ແຫ່ງຮ່ວມດ້ວຍພື້ນທີ່ປ່າໄມ້ແລະການ ກະເສດຫລາຍສີບພັນເຮັກຕາຖືກນ້ຳຖ້ວມ.ສະພາບປ່າໃນແຂວງສາຣະວັນໃນປັດ ຈຸບັນກຳລັງຈະຟື້ນຕົວ.

ເຈົ້າຫນ້າທີ່ທ່ານນັ້ນກ່າວເພີ້ມອີກວ່າການຫລຸດປະຣິມານການຕັດໄມ້ໃນແຂວງສາ ຣະວັນບໍ່ອາດຈະສົ່ງຜົລກະທົບຕໍ່ການພັທນາເສຖກິດຂອງແຂວງຫລາຍປານໃດເນື່ອງ ຈາກທາງແຂວງໄດ້ສນັບສນູນໃຫ້-ປະຊາຊົນຜູ້ທີ່ເຄີຍເຮັດທຸຣະກິດໄມ້ຫັນມາເຮັດ ແນວໃຫມ່ເຊັ່ນຜລິຕພັນທາງດ້ານກະເສດການທ່ອງທ່ຽວແລະອຸດສາຫະກັມແນວ ອື່ນທີ່ບໍ່ໃຊ້ໄມ້ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.