ລາວຕ້ອງປັບປຸງ ມາຕຖານຂອງສິນຄ້າ
2010.11.17
ກົດຟັງສຽງ
ນັກວິຊາການ ທ່ານນຶ່ງ ເວົ້າວ່າ ການທີ່ ປະເທດນ້ອຍໆ ດ່ັງ ສປປລາວ ຈະເຂົ້າເປັນ ສະມາຊີກ ອົງການ ການຄ້າໂລກ ໄດ້ນັ້ນ ຕ້ອງໃຊ້ ເວລາດົນນານ ໃນການ ເຈຣະຈາ ແລະແກ້ໄຂ ດັດແປງກົດຫມາຍ ຮ່ວມດ້ວຍ ການ ປະຕິຮູບ ກົດຣະບຽບ ການຄ້າ ປະເພດຕ່າງໆ ໃນລາວ ຊືຶ່ງບັນຫາ ນຶ່ງອີກທີ່ ສຳຄັນ ກ່ອນລາວຈະຖືກ ພິຈາຣະນາ ໃຫ້ເປັນ ສະມາຊິກ ອົງການການ ຄ້າໂລກ ໄດ້ນັ້ນ ກໍ່ແມ່ນ ບັນຫາຄວາມ ສະອາດ ແລະ ຄວາມປອດພັຍ ຂອງສິນຄ້າ ທີ່ສົ່ງໄປ ຈາກລາວ ໂດຍສະເພາະ ສິນຄ້າ ປະເພດອາຫານ ການກິນ ຫລື ປະເພດທີ່ຈະ ນຳເຊື້ອໂຣຄ ເຂົ້າໄປໃນ ປະເທດ ເປົ້າຫມາຍ.
ທະນາຄານໂລກ ໄດ້ເຮັດວຽກ ຮ່ວມກັບ ຣັຖບານ ລາວ ໃນຫລາຍບັນຫາ ທີ່ຈະຊ່ອຍລາວ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ແຕ່ຣັຖບານ ຕ້ອງທຸ້ມເທ ປັດຈັຍໃນການ ປັບປຸງ ມາຕຖານສິນຄ້າ ທີ່ຈະສົ່ງອອກ ຈາກລາວ ໂດຍສະເພາະ ເລື້ອງຄວາມສອາດ ແລະປອດພັຍ. ບັນຫາຄວາມ ສະອາດແລະ ປອດພັຍ ຂອງສິນຄ້າ ເປັນບັນຫາ ທີ່ສຳຄັນ ສຳລັບການ ພິຈາຣະນາ ຂອງຄນະ ກັມມະການການຄ້າ ໂລກ ກ່ອນຈະ ອະນຸມັດໃຫ້ ປະເທດ ກ່ຽວຂ້ອງ ເປັນສະມາຊິກ.
ກົດມາຕຖານ ຄວາມສະອາດ ແລະ ປອດພັຍ ຂອງສິນຄ້າ ແມ່ນເພື່ອປ້ອງ ກັນສຸຂພາບ ຂອງຜູ້ ບໍຣິໂພກ ໃນປະເທດ ປາຍທາງ ຈາກສານທີີ່ເປັນພິດ ພຍາດແລະ ຄວາມເປີເປື້ອນ ຈາກການໃຊ້ ເຄື່ອງປຸງແຕ່ງ ໂດຍສະເພາະ ສີນຄ້າປະເພດ ອາຫານ ການກິນ ແລະເຄື່ອງບໍຣິໂພກ ຊນິດຕ່າງໆ.