ລາວຂໍຢືມເງິນຈາກໄທ ສ້າງຂົວ

ລາວ ຍັງລໍຖ້າ ເງິນກູ້ ຈາກ ຣັຖບານໄທ ເພື່ອມາສ້າງ ຂົວ ມິຕພາບ ແຫ່ງທີ 5.
ສົມເນ
2012.04.05
F-Friendship-bridge3 ຂົວມິຕພາບ ແຫ່ງທີ 3 ຣະຫວ່າງ ເມືອງທ່າແຂກ ແລະ ນະຄອນພຣະນົມ ທີ່ເລີ້ມເປີດໃຊ້ ຢ່າງເປັນທາງການ ໃນວັນທີ 11 ເດືອນ 11 ປີ 2011
RFA

ກົດຟັງສຽງ

ການສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 5 ລະຫ່ວາງ ແຂວງ ບໍຣິຄໍາໄຊ ກັບແຂວງ ບຶງການ ຊື່ງເວລານີ້ ຝ່າຍລາວ ຍັງລໍຖ້າ ການອະນຸມັດ ເງິນກູ້ຈາກ ຣັຖບານໄທ ຕາມທີ່ ທັງສອງ ປະເທດ ໄດ້ຕົກລົງກັນ. ເຈົ້າໜ້າທີ່ ແຂວງ ບໍຣິຄໍາໄຊ ກ່າວວ່າ:

"ດຽວນີ້ ຍັງລໍຖ້າ ໃນການ ຕົກລົງ ອະນຸມັດ ເງິນກູ້ຂອງ ຣັຖບານໄທ ກ່ຽວກັບ ການນໍາມາ ສ້າງຂົວ ເປັນຈໍານວນຫລາຍ ແຫລະນໍ ເພາະວ່າມູນຄ່າ ທັງໝົດ ທັງເຮັດຂົວ ທາງເບື້ອງລາວ ທັງເຮັດດ່ານ ເຮັດທາງອອກ ມາໃສ່ທາງໃຫ່ຽ ຂອງລາວ ແຕ່ວ່າ ຈໍານວນ ທັງໝົດ ມັນກໍບໍ່ທັນ ອອກມາ ລະອຽດເທື່ອ".

ຍັງບໍ່ມີ ລາຍລະອຽດ ວ່າການ ກໍ່ສ້າງຂົວ ແຫ່ງທີ 5 ນີ້ ຈະເລີ້ມລົງມື ເມື່ອໃດ ອາຈຍັງຈະມີ ການຕົກລົງ ກັນເຣື້ອງ ງົບປະມານ ອີກເທື່ອໃໝ່ ສ່ວນການ ສໍາຣວດ ພື້ນທີ່ນັ້ນ ປາກົດວ່າ ແລ້ວໄປແດ່ແລ້ວ. ກ່ອນໜ້ານີ້ ທາງການໄທ ໃຫ້ຂໍ້ມູນວ່າ ການກໍ່ສ້າງຂົວ ມິຕພາບ ແຫ່ງທີ່ 5 ນີ້ ອາດໃຊ້ ງົບປະມານ ເຖິງ 150 ລ້ານບາດ ໂດຍຝ່າຍໄທ ຈະອອກ 50% ຝ່າຽລາວ 25% ແລະ ຝ່າຍວຽດນາມ 25% ເນື່ອງຈາກວ່າ ທຸກຝ່າຍ ຈະໄດ້ຮັບ ຜົນປໂຍຊນ໌ ຮ່ວມກັນ.

ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 5 ຈະມີ ຄວາມຍາວ ປະມານ 1 ກິໂລແມັດ ຈະມີ 4 ແລວທາງ ຈະຣາຈອນ ໃນສົ້ນຂົວ ສອງຝາກ ມີດ່ານກວດ ຄົນເຂົ້າເມືອງ ແລະ ດ່ານພາສີ. ເມື່ອສ້າງສໍາເຣັດ ຈະອໍານວຍ ຄວາມ ສະດວກ ໃນການ ທ່ອງທ່ຽວ ຂົນສົ່ງ ສິນຄ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 05, 2012 07:21 AM

I have made a typing mistake! I wanted to say when are you going to build the friendship Sanakham-Sayaburi Bridge? The word build must be spelled with D at the end.

Anonymous
Apr 05, 2012 07:27 AM

ການກູ້ຫນີ່,ຢືມສິນ ມາສ້າງສາພັທນາບ້ານເມືອງບໍ່ໄດ້ສ້າງ ຄວາມຈະເລີນ ສີວິໄລແກ່ປະເທສຊາຕແລະປະຊາຊົນ ແຕ່ປະການໄດທັ້ງຊິ້ນ,ຍິ່ງໄປກ່ວານີ້ມັນແມ່ນຫົນທາງແຫ່ງ ຄວາມທຸກຍາກຍາວນານ ເກີນກ່ວາຈະປະມານໄດ້,ເມື່ອຂົວ ແລ້ວໄພສັງຄົມຕ່າງໆກໍ່ຈະຕາມມາຕື່ມແບບ ຄາດຄະເນບໍ່ເຖິງ ສະນັ້ນ ທາງທີ່ດີແລ້ວ ເຮົາມີຄວາມສາມາດດ້ວຍຕົວເຮົາເອງ ຈຶ່ງສ້າງ ຖ້າບໍ່ມີຢຸດໄວ້ກ່ອນຈະເປັນປະໂຍຊນ໌ແກ່ສ່ວນລວມ ຢ່າງແທ້ຈິງ.

Anonymous
Apr 05, 2012 07:02 AM

When are you going to built the frienship Sanakham-Sayaburi bridge?