ໂຄງການສ້າງທາງຣົຖໄຟ ລາວ-ຈີນ
2010.12.07
ກົດຟັງສຽງ
ສປປ ລາວ ຄາດວ່າ ເສັ້ນທາງຣົຖໄຟ ເຊື່ອມຕໍ່ໄປ ຫາຈີນ ຈະສໍາເລັດ ໃນປີ 2014, ເພື່ອສົ່ງເສີມ ການເຊື່ອມໂຍງ ທາງດ້ານ ການຄ້າ ກັບ ປະເທດຈີນ ທີ່ມີ ເສຖກິດ ຂຍາຍຕົວ ຢ່າງວ່ອງໄວ ແລະ ປະເທດ ເພື່ອນບ້ານອື່ນໆ ໃນເອເຊັຍ, ອີງຕາມ ຄໍາເວົ້າ ຂອງທ່ານ ສົມສວາດ ເລັ່ງສວັດ, ຮອງນາຍົກ ຣັຖມົນຕຣີ ລາວ ຕໍ່ແຫລ່ງຂ່າວ ຣອຍເຕີ້ ໃນມື້ວັນ ອັງຄານ ນີ້.
ເສັ້ນທາງ ຣົຖໄຟ ແມ່ນສ່ວນນຶ່ງ ຂອງ ແຜນການ ເພື່ອເຊື່ອມຕໍ່ ເສັ້ນທາງ ແຕ່ນະຄອນ ຄຸນມິ໋ງ, ທາງພາກ ຕາເວັນຕົກ ສ່ຽງໃຕ້ ຂອງຈີນ ໄປຫາ ສິງກະໂປ, ໂດຍຜ່ານ ລາວ, ໄທ, ພະມ້າ, ກັມພູຊາ, ວຽດນາມ ແລະ ມະເລເຊັຍ.
ທ່ານ ສົມສວາດ ເລັ່ງສວັດ ກ່າວຕໍ່ກອງ ປະຊຸມ ໃນກຸງ ປັກກິ່ງ ວ່າ ເສັ້ນທາງຣົຖໄຟ ໃນ ລະຍະທາງ ແຕ່ລາວ ຫາ ປະເທດຈີນ ຄວນເຣີ້ມ ການກໍ່ສ້າງ ໃນປີ 2011 ແລະ ໃຊ້ເວລາ ປະມານ 4 ປີ ຈຶ່ງຈະສໍາເລັດ, ພາຍຫລັງ ທີ່ 2 ຝ່າຍ ໄດ້ລົງນາມ ເມື່ອເດືອນ ເມສາ ຜ່ານມາ. ແລະ ວ່າ ເພື່ອເຮັດໃຫ້ ປະເທດລາວ ຫລຸດພົ້ນ ອອກຈາກ ປະເທດ ທີ່ພັທນາ ໜ້ອຍທີ່ສຸດ, ຣັຖບານ ສປປລາວ ໄດ້ລົງທຶນ ຢ່າງຫລວງຫລາຍ ໃນການ ພັທນາ ໂຄງຮ່າງ ພື້ນຖານ ເພື່ອ ປະກອບສ່ວນ ໃນການເຊື່ອມໂຍງ ພາຍໃນ ອາຊ໋ຽນ ດ້ວຍກັນ ແລະ ອາຊຽນ ກັບຈີນ.
ທ່ານ ກ່າວຕື່ມ ວ່າ ສປປລາວ ເຊື່ອວ່າ ໂຄງການນີ້ ຈະປະກອບສ່ວນ ຢ່າງສໍາຄັນ ໃນການພັທນາ ເສຖກິດ ສັງຄົມ ໃນສປປລາວ, ແລະ ສົ່ງເສີມ ການຮ່ວມມື ທາງດ້ານ ເສຖກິດ ຣະຫວ່າງ ອາຊຽນ ແລະ ປະເທດຈີນ. ນອກຈາກນັ້ນ, ເສັ້ນທາງ ຣົຖໄຟນີ້ ຈະຊ່ອຍ ແຜນແມ່ບົດ ສໍາລັບ ການເຊື່ອໂຍງ ອາຊ໋ຽນ ແລະ ການ ປະຕິບັດງານ ເຂດການຄ້າ ເສຣີ ຂອງອາຊຽນ ແລະ ຈີນ.