ແມ່ຄວນລ້ຽງລູກນ້ອຍ ດ້ວຍນົມຕົນເອງ

ກະຊວງ ສາທາຣະນະສຸຂ ປຸກລະດົມ ໃຫ້ລ້ຽງລູກນ້ອຍ ດ້ວຍນົມແມ່.
ສົມເນ
2011.02.09

ກົດຟັງສຽງ

ກະຊວງ ສາທາຣະນະສຸຂ ສົ່ງເສີມ ໃຫ້ແມ່ຍິງລາວ ລ້ຽງລູກດ້ວຍນົມແມ່ ແທນນົມຜົງ ເພາະນົມແມ່ ຈະເຮັດໃຫ້ ເດັກນ້ອຍເກີດໃໝ່ ມີສຸຂພາບ ແຂງແຮງ, ໂດຍສະເພາະ ຕັ້ງແຕ່ເລີ້ມເກີດ ຈົນເຖີງ 6 ເດືອນ. ເຈົ້າໜ້າທີ່ ສູນການແພດ ກະຊວງ ສາທາຣະນະສຸຂ ເວົ້າວ່າ:

"ທາງພວກເຮົາ ຈະລົງໄປເຜີຽແພ່ ໂຄສະນາ ແລ້ວກໍມີລາຍການ ອອກວິທຍຸ ໂທຣະພາບ ຈະໃຫ້ຄວາມຮູ້ ການລ້ຽງດູດ້ວຍນົມແມ່ ແກ່ປະຊາຊົນ ກຸ່ມເປົ້າໝາຍ".

ທ່ານວ່າການ ປຸກຣະດົມໃຫ້ແມ່ຍິງ ລ້ຽງລູກດ້ວຍນົມ ຂອງຕົນເອງນີ້ ທາງກະຊວງຈະເລີ້ມ ຈາກເອົາເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຕ່ລະແຂວງ ມາຝືກອົບຮົມ ເຣື້ອງການໃຫ້ ຄວາມຮູ້ ການເບິ່ງແຍງ ສຸຂພາບ ການປ້ອງກັນພຍາດ ການກິນອາຫານ ຕາມຫລັກ ໂພຊນາການ.

ການສໍາຣວດ ຂອງທາງການແພດ ເມື່ອບໍ່ນານມານີ້ວ່າ ຜູ້ຍິງລາວ ໃນເຂດຊົນນະບົດ ທີ່ລ້ຽງລູກດ້ວຍນົມ ຂອງຕົນເອງ ສ່ວນມາກຍັງບໍ່ທັນມີ ຄວາມຮູ້ດີ ກ່ຽວກັບ ການລ້ຽງລູກ ດ້ວຍນົມຕົນເອງ. ໃນເວລາ ຖືພາລູກ ກໍບໍ່ຮູ້ວ່າຈະ ຮັກສາສຸຂພາບ ຂອງຕົນແບບໃດ ຫລືວ່າຈະກິນ ອາຫານປະເພດໃດ ທີ່ຈະຊ່ວຍໃຫ້ ລູກໃນທ້ອງ ໄດ້ຮັບອາຫານ ທີ່ມີທາດບໍາຣຸງ ຮ່າງກາຍ.

ໃນເວລາຢູ່ກັມ ກໍຍິ່ງກິນແຕ່ ນໍ້າຮ້ອນ ນໍ້່າຮາກໄມ້ ກິນເຂົ້າກັບເກືອ ຂະລໍາອາຫານ ຫລາຍສິ່ງຫລາຍຢ່າງ ຮ່າງກາຍ ກໍບໍ່ສາມາດ ຜລິດນໍ້ານົມ ໃຫ້ລູກກິນ ໄດ້ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.