ລາວຈະເປັນເຈົ້າພາບ ຈັດປະຊຸມເອເຊັຽ-ຢູໂຣປ
2011.03.03
ກົດຟັງສຽງ
ທາງກາຣ ສປປລາວ ຮັບຜ່ານ ໂຄງກາຣກໍ່ສ້າງ ສຳລັບຕຣຽມ ເປັນເຈົ້າພາບ ກອງປະຊຸມ ສຸດຍອດ ຄັ້ງທີ່ 9 ຂອງ ເອເຊັຽ-ຢູໂຣປ ທີ່ມີກຳໜົດ ຈັ້ດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນເດືອນ ພຶສຈິກາ 2012 ທີ່ຄາດວ່າ ຈະມີຜູ້ນຳ ແລະ ເຈົ້າໜ້າທີ່ ຈາກຫລາຍປະເທສ ເຂົ້າມາຮ່ວມ ທີ່ເຮັດໃຫ້ທາງກາຣ ລາວ ຕ້ອງໄດ້ມີກາຣ ປຸກສ້າງ ຕຶກອາຄາຣ ແລະສະຖານທີ່ ຂຶ້ນຕື່ມອີກ ຫລາຍຫລັງ.
ອົງກາຣຂ່າວ ວຽຕນາມ ໄດ້ຣາຍງານ ໃນມື້ວັນພຸທ ຜ່ານມານີ້ວ່າ ໂຄງກາຣກໍ່ສ້າງ ຕຶກອາຄາຣ ແລະ ສະຖານທີ່ພັກເຊົາ ທີ່ທາງກາຣລາວ ຫາກໍ ອະນຸຍາຕ ໃຫ້ດຳເນີນ ໃນສັປດາ ນີ້ນັ້ນ ຈະກວມເນື້ອທີ່ ທັງໝົດ 25 ເຮັກຕ໊າຣ໌ ຢູ່ທາງໃຕ້ຂອງ ໂຮງແຮມດອນຈັນ, ຊຶ່ງກໍເປັນ ໂຄງກາຣພັທນາ ທີ່ໃຫຍ່ ແລະ ທັນສມັຍທີ່ສຸດ ທີ່ຈະປະກອບດ້ວຍ ຕລາດກາຣຄ້າຫລື Supermarket, ພ້ອມກັບໂຮງແຮມ ບ້ານພັກ ແລະຫ້ອງເຊົ່າ ຫລາຍໆຫລັງ ແບບຄົບວົງຈອນ ຢູ່ໃນສະຖານທີ່ ແຫ່ງດຽວກັນ.
ທາງໜັງສືພີມ ໄດ້ແຈ້ງເພີ່ມວ່າ ໃນເມື່ອຫາກສ້າງສຳເຣັຈ ເປັນທີ່ຮຽບຮ້ອຍ ແລ້ວນັ້ນ ສະຖານທີ່ດັ່ງກ່າວ ຈະສາມາຖ ຕອບສນອງ ຄວາມຕ້ອງກາຣ ທາງດ້ານກາຣບໍຣິກາຣ ຕ່າງໆ ໄດ້ເປັນຢ່າງດີ ໂດຽສະເພາະທີ່ຈະ ປະກອບດ້ວຍ ມະຫໍຣະສົພ ຫລືສະຖານທີ່ ກາຣຣື້ນເລີງ ຕ່າງໆນຳດ້ວຍ.
ໃນຂນະດຽວກັນ ທາງໜັງສືພີມ ຍັງໄດ້ເນັ້ນວ່າ ເພື່ອໃຫ້ສາມາຖ ຮອງຮັບເຈົ້າໜ້າ ແລະ ຜູ້ນຳຣະດັບຊາຕ ທີ່ມີກຳໜົດ ຈະເດີນທາງມາຮ່ວມ ກອງປະຊຸມ ASEM ຄັ້ງນີ້ນັ້ນ ຈະຕ້ອງໄດ້ ສ້າງໂຮງແຮມ ແລະ ເຮືອນພັກຕື່ມອີກ ບໍ່ຕໍ່າກວ່າ 50 ຫລັງ ເພື່ອໃຫ້ມີພຽງພໍ ກັບຄວາມຕ້ອງກາຣ.